ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່າ​ບົກ​ທາງ​ລົດ​ໄຟ​ຈີນ-ລາວ ບໍ່ຫານ ມີ​ຜູ້​ໂດຍ​ສານ​​ຂ້າມຜ່ານຊາຍແດນ​ເພີ່ມຂຶ້ນເກີນ 1,000 ຄົນ ໃນໜຶ່ງ​ມື້​ ເປັນຄັ້ງທໍາອິດ

May 28, 2024

ຫວ່າງມໍ່ໆ ມານີ້, ດ່ານສາກົນບໍ່ເຕ່ນ-ບໍ່ຫານ ໄດ້ເຫັນດີຈະຊຸກຍູ້ການຮ່ວມມືຂອງຂົງເຂດພື້ນຖານໂຄງລ່າງໃນເຂດຮ່ວມມື, ຊຸກຍູ້ການກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທີ່ກ່ຽວ​ຂ້ອງ​ກັບ​ຜົນ​ປະ​ໂຫຍດ​ລວມ​ຂອງ​ສັງ​ຄົມ ແລະ ຄວາມ​ປອດ​ໄພ​ຢູ່ບໍລິເວນດ່ານ ແລະ ການ ຮ່ວມມືອຸດສາຫະກໍາການຜະລິດສອງຝ່າຍ, ຊຸກຍູ້ວຽກງານຂອງໂຄງການຕ່າງໆ ໃຫ້ເກີດຜົນເປັນຈິງຢ່າງມີປະສິດທິພາບ, ຍົກສູງລະດັບການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະ​ຫວ່າງສອງ​ປະ​ເທດ, ​ເລັ່ງ​ລັດ​ການ​ພັດ​ທະ​ນາ​​ຢູ່ໃນພາກພື້ນຊາຍແດນຂອງສອງປະ​ເທດລາວ ແລະ ຈີນ.
​ກ່ອນວັນ​ທີ 1 ພຶດສະພາ​, ໃນເມືອງບໍ່ຫານ ໂຄງການ​ໜຶ່ງໄດ້ມີ​ຄວາມ​ຄືບ​ໜ້າ​ໃໝ່ ຊຶ່ງໂຄງການນັ້ນ ຄືການເປີດສູ່ສາທາລະນະຊົນຢ່າງເປັນທາງການຂອງ ຫໍ​ວາງສະ​ແດງ​ຕົວ​ເມືອງ​ຂອງ​ໂຄງການ​ທາງ​ລົດ​ໄຟຈີນບໍ່ຫານ. ​ໂຄງການ​ທາງ​ລົດ​ໄຟຈີນບໍ່ຫານ ໄດ້ປະສົມປະສານແນວຄວາມຄິດຂອງການພັດທະນາຕົວເມືອງ ແລະ ສະຖານີລົດໄຟເຂົ້າໃນກັນ ເພຶ່ອວາງແຜນທີ່ຈະສ້າງສູນການຄ້າ, ສູນທຸລະກິດ, ສູນຈັດກອງປະຊຸມ, ສູນເຕົ້າໂຮມນັກທ່ອງທ່ຽວ, ໂຮງແຮມດີເລີດ ແລະ ອາພາດເມັ້ນສາກົນ. ທີ່ຜ່ານມາ, ການ​ຮ່ວມ​ມື​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ກັບ​ກຸ່ມ​ທາງ​ລົດ​ໄຟ​ຈີນເຊິ່ງ​ບໍ່​ແມ່ນຕົວຢ່າງທຳອິດ.
ກ່ອນໜ້ານີ້ ໃນວັນທີ 3 ທັນວາ 2023, ບັນດາໂຄງການລຽບຕົວເມືອງບໍ່ຫານໄດ້ເລີ່ມດຳເນີນໂຄງການຄັ້ງທຳອີດໄປພ້ອມກັນ, ໂຄງການໄດ້ວາງແຜນສຸມໃສ່ 03 ຂົງເຂດຕົ້ນຕໍໃນການ ກໍ່ສ້າງຢູ່ບໍ່ຫານ “ສອງສູນກາງ ແລະ ຫນຶ່ງຈຸສຳຄັນ”, ນັ້ນຄື: ການສ້າງຕັ້ງສູນບໍລິການຂ້າມຊາຍແດນໃນ​ເຂດ​ບໍລິການ​ຮອບດ້ານ​ທ່າບົກບໍ່ຫານ, ການສ້າງສູນ​ຂົນ​ສົ່ງ​ສິນຄ້າ​ຮອບດ້ານ​ຂ້າມ​ຊາຍ​ແດນ​ຢູ່​ເຂດ​ສະຖານີ​ລົດ​ໄຟບໍ່ຫານ ​ແລະ ສ້າງຈຸດສ້າງພະລັງງານຮອບດ້ານໃນ​ເຂດ​ພັດທະນາ​ຮວມມື ແລະ ເຂດການຂະຫຍາຍເນື້ອທີ່ການພັດທະນາຂອງການ​ຜະລິດພະລັງງານ​ຮອບດ້ານຢູ່ເທິງພູພາກໃຕ້ຂອງບໍ່ຫານ.
ໃນ​ມື້ພັກວັນກຳມະກອນສາກົນ ວັນ​ທີ 1 ​ພຶດ​ສະ​ພາ, ທ່າ​ບົກ​ທາງ​ລົດ​ໄຟ​ຈີນ-ລາວ ບໍ່ຫານ ມີ​ຜູ້​ໂດຍ​ສານ​​ຂ້າມຜ່ານຊາຍແດນ​ທັງ​ໝົດ 1.038 ຄົນ, ນີ້​ແມ່ນ​ຄັ້ງ​ທຳ​ອິດ​ ນັບ​ແຕ່​ໄດ້​ເປີດ​ບໍ​ລິ​ການ​ເສັ້ນທາງລົດ​ໄຟ​ສາ​ກົນ​ຈີນ-ລາວ ທີ່ມີຜູ້​ໂດຍ​ສານ​ເກີນກວ່າ 1,000 ຄົນ ​ໃນໜຶ່ງ​ມື້​, ​ເພີ່ມ​ຂຶ້ນ 17​%ໃນຮອບເດືອນ ແລະ ​ເພີ່ມ​ຂຶ້ນ 165​% ເມື່ອທຽບໃສ່ປີຜ່ານມາ​. ນັບ​ແຕ່​ໄດ້​ເປີດ​ບໍລິການເສັ້ນທາງລົດໄຟ​ສາກົນ​​ຈີນ-ລາວ ຕັ້ງແຕ່ໃນ​ວັນ​ທີ 13 ​ເມສາ 2023 ​ເປັນ​ຕົ້ນ​ມາ, ຜູ້ໂດຍສານ​ໄດ້ພົບກັບ 02 ເຫດການ ຄື: ການຫລຸດ​ເວລາການເດີນທາງ ແລະ ເພີ່ມຂຶ້ນຂອງຈຳນວນປີ້ໂດຍສານໃນເມື່ອກ່ອນຈາກການໃຊ້ເວລາເດີນທາງຈາກ 90 ນາທີ ​ມາ​ເປັນ 52 ນາທີ ໃນປະຈຸບັນ ແລະ ຈໍານວນປີ້ໄດ້ເພີ່ມຂຶ້ນຈາກ 250 ເປັນ 350, ຊຶ່ງເຮັດໃຫ້ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ເນື່ອງຈາກຈຸດພິເສດທີ່ ປະຢັດ, ວ່າງໄວ ແລະ ສະດວກສະບາຍຂອງເສັ້ນທາງລົດໄຟ.
ທ່ານ ​ຫຼີ​ເຄີ້ສຽງ, ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ນາຍົກລັດຖະມົນຕີ ສປ ຈີນ ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນຂອງ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ດີ​ ຂອງ​ເຂດ​ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນບໍ່ຫານຢ່າງຕັ້ງໜ້າ ​ເພື່ອ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ໃນເຂດຊາຍ​ແດນ ​ລະຫວ່າງ ​ຈີນ ແລະ ລາວ ​ແລະ ເພື່ອເປັນການ​ເສີມ​ຂະຫຍາຍ​ຄວາມ​ໝາຍ​ທາງດ້ານຍຸດ​ທະ​ສາດຂອງການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ​ ຈີນ-ລາວ. ປັດຈຸບັນ, ແຂວງ​ຢຸນນານ ​ພວມ​ພະຍາຍາມຈັດຕັ້ງປະຕິບັດວຽກງານ ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ແລະ ສຳນັກງງານນາຍົກ ​ເພື່ອ​ສ້າງ​ເມືອງ​ບໍ່ຫານ​ໃຫ້​ກາຍ​ເປັນ​ສູນ​ກາງ​ທີ່ມີຜົນສະທ້ອນຕໍ່ອາຊີ​ໃຕ້ ​ແລະ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເປັນ​ເຂດ​ຕົວ​ແບບການຮ່ວມມືໃນອານາຄົດ​ຂອງປະຊາ​ຄົມ​ຈີນ- ລາວ ​ແລະ ​ສາມາດສະ​ແດງ​ໃຫ້​ເຫັນ​ເຖິງການ​ເຄື່ອນ​ຍ້າຍ​ອຸດສາຫະກຳການຜະລິດ ​ແລະ ການ​ຮ່ວມ​ມື​ດ້ານ​ກຳລັງ​ການ​ຜະລິດ​ສາກົນ. ແຂວງຢຸນນານ ຈະໝູນໃຊ້ທ່າແຮງທາງດ້ານ​ພູມ​ສາດ ​ແລະ ສະຖານະພາບທາງ​ຍຸດ​ທະ​ສາດ​ຢ່າງ​ເຕັມທີ່ ເພື່ອຕັ້ງໜ້າ​ຮັບ​ໃຊ້​ ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ກໍ່ສ້າງ​ສູນ​ກາງສົ່ງຜົນສະທ້ອນອັນດີ ໄປຍັງ​ອາຊີ​ໃຕ້​ ແລະ ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ເພື່ອຊຸກຍູ້​ການ​ຫັນປ່ຽນ​ເສດຖະກິດ​ຂອງທ່າບົກ​ຈາກ “​ເສດຖະກິດ​ຊ່ອງ​ທາງ” ກາຍ​ເປັນ “​ເສດຖະກິດ​ອຸດສາຫະກຳ”, ຊຸກຍູ້​ການ​ກໍ່ສ້າງ​ເຂດ​ການ​ຮ່ວມ​ມື ລະຫວ່າງ ບໍ່ເຕ່ນ-ບໍ່ຫານ ໃນການພັດທະນາແບບໃໝ່ໃນຮູບແບບທີ່ມີ “ສອງຈຸດໃຈກາງເປັນແຮງຊຸກຍູ້, ສອງເຂດຮ່ວມມືປະສານງານ, ສອງປະເທດເປັນແບບເຊິ່ງກັນ ແລະ ກັນ ແລະ ຮ່ວມຂັບເຄື່ອນຫລາຍຈຸດໄປພ້ອມກັນ”.
​ໃນ​ໄລຍະ ວັນພັກກຳມະກອນສາກົນ ວັນທີ 01 ​ພຶດສະພາ, ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ນຳ​ເຂົ້າ ແລະ ສົ່ງ​ອອກ​ສິນຄ້າ 87.400 ໂຕນ ແລະ ຜູ້​ໂດຍສານ​ 4.067 ຄົນ, ​ເພີ່ມ​ຂຶ້ນ 26,2% ​ແລະ 101% ຕາມ​ລຳດັບ. ​ໃນ 4​ ເດືອນ​ຕົ້ນ​ປີ​ນີ້, ທາງ​ລົດ​ໄຟ ​ຈີນ-ລາວ ​ໄດ້​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ 183,34 ລ້ານ​ໂຕນ, ​ເພີ່ມ​ຂຶ້ນ 32,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ດ່ານລົດ ໄຟບໍ່ເຕ່ນ-ບໍ່ຫານໄດ້ຄອງຕຳແໜ່ງທີ່ເປັນທາງລົດໄຟທ່າບົກອັນດັບໜຶ່ງຂອງ ສປ ຈີນ ຕໍ່ກັບອາຊຽນ. ຕາມການແນະນຳຂອງ​ດ່ານ​ພາສີ​ເມືອງເມິງ​ລາ, ປະຈຸ​ບັນ, ຖ້າຜູ້ໂດຍສານຜ່ານການ​ກວດກາ ການລະບາດຂອງພະຍາດແລ້ວ ແລະ ບໍ່ໄດ້ພົບ​ຄວາມ​ຜິດ​ປົກ ກະຕິ, ແມ່ນໃຊ້​ເວລາ​ປະມານ 10 ວິນາທີ​ເທົ່າ​ນັ້ນໃນການຜ່ານດ່ານ.
​ເນື້ອ​ໃນ​ຂອງ​ກອງ​ປະຊຸມຖະແຫລງ​ຂ່າວ ກ່ຽວ​ກັບ​ການ​ປະດິດ​ສ້າງລະບົບຂອງເຂດ​ທົດ​ລອງ​ການ​ຄ້າ​ເສລີນະຄອນ​ຄຸນ​ໝິງ (ຢຸນນານ) ສປ ຈີນ ທີ່​ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຂດ​ຄຸນ​ໝິງ​ໄດ້​ສຸມ​ໃສ່ “ການ​ຮ່ວມ​ມື ລະຫວ່າງ ​ຊຽງ​ໄຮ-​ຢຸນນານ, ການ​ຄຸ້ມຄອງບໍລິຫານ​ເມືອງ​ບໍ່ຫານ, ເສັ້ນທາງ​ລົດ​ໄຟ​ຈີນ-ລາວ”, ເພື່ອ​ຍົກ​ໃຫ້​ເຫັນການສ້າງ​ນະ​ວັດ​ຕະ​ກຳໃໝ່​ຂອງ​ເຂດ​ທົດລອງການ​ຄ້າ​ເສ​ລີ, ຄວາມ​ສາ​ມາດ​ໃນການຮອງຮັບ​ອຸດ​ສາ​ຫະ​ກຳ​​ວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ຄວາມດຶງດູດຂອງທ່າ​ບົກ​ເຂດ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມຊາຍແດນ ​ຈີນ-ລາວ, ດ້ວຍ​ການ​ສ້າງ​ສວນອຸດ ສາຫະກຳ 3 ແຫ່ງ ໃນການເປັນເສົາຄ້ຳ, ໂດຍເອົາ​ການ​ເປີດ​ປະຕູສູ່​ພາກ​ໃຕ້​ເປັນ “ສາຍ​ຫຼັກ​”​, ​ຜ່ານ​ການປະສານ​ພົວ​ພັນ​ຂອງບັນດາອົງປະກອບຂອງ “ເສັ້ນທາງຕາມ​ລໍາ​ແມ່​ນໍ້າ + ຕາມ​ສາຍ + ຕາມ​ຊາຍ​ແດນ​”​, ເພື່ອປະກັບເປັນການເຊື່ອມໂຍງແບບຂັ້ນໄດໃຫ້ແກ່ຮູບແບບໃໝ່ຂອງການ​ຍົກ​ຍ້າຍ​ອຸດ​ສາ​ຫະ​ກໍາການຜະລິດ​.
ພາຍຫຼັງ​ນະຄອນຄຸນ​ໝິງ​ໄດ້ຄຸ້ມ​ຄອງບໍລິຫານ ເຂດບໍ່ຫານຢ່າງ​ເຕັມ​ສ່ວນ, ໄດ້​ດຳ​ເນີນ​ການຂັບເຄື່ອນການປະດິດສ້າງໃນ “4 ​ເຂດ” ຢ່າງໄວວາ ​ແລະ ​ໄດ້​ອີງ​ໃສ່​ທາງ​ລົດ​ໄຟ​ ຈີນ-ລາວ ​ເພື່ອ​ບັນລຸ​ການ​ຮ່ວມ​ມືແບບ “ສອງຝັ່ງ ​ແລະ ຫລາຍເຂດອຸດສາຫະກຳ” ແລະ ​ໄດ້​ຍົກ​ລະດັບ​ເຂດ​ກວດກາ​ດ່ານ​ພາສີ​ຂອງ​ສະຖານີ​ສູນ​ກາງ​ນະຄອນຄຸນ​ໝິງ​ວັງ​ຈ່າຢິງ ​ແລະ ​ສຳ​ເລັດ​ການ​ຫັນປ່ຽນ​ທ່າບົກ​ທາງ​ລົດ​ໄຟບໍ່ຫານຢ່າງມີຫົວຄິດປະດິດສ້າງ​ໃຫ້​ສຳ​ເລັດ ສາມາດສຳເລັດ​ການ​ເພີ່ມ​ທະວີ​ການ​ບໍລິການ ​ລະຫວ່າງ ​ພາກ​ພື້ນ ​ແລະ ​ໃນ​ຕົວ​ເມືອງ. ໂດຍການປະສົມປະສານນະວັດຕະກໍາການຂົນສົ່ງທີ່ສໍາຄັນ ເຊັ່ນ “ລົດໄຟຈີນ-ລາວ + ລົດໄຟຈີນ-ເອີຣົບ”, “ສາຍສະເພາະຊຽງໄຮ-ຢູນໜານ ແລະ ແມ່ນ້ຳລ້ານຊ້າງ ແລະ ແມ່ນນ້ຳຂອງ” ແລະ ລົດໄຟຂົນສົ່ງສິນຄ້າຄວາມໄວສູງຄຸນໝິງ – ຊຸງຊິງ, ພ້ອມນັ້ນ, ໄດ້​ວາງ​ແຜນ​ການ ແລະ ​ກໍ່​ສ້າງສ່ວນອຸດສາຫະກຳເຂດຕາມສາຍນ້ຳ ບໍ່ຫານ ໄດ້ສ້າງ “ສອງ​ສູນໃຈກາງ​ຂອງ​ທາງ​ລົດ​ໄຟ​ທະ​ເລ​ທາງ​ດ່ວນ​” ​.
ປະຈຸ​ບັນ, ​ໄດ້​ຮັບ​ໝາກຜົນ​ການ​ປະຕິບັດ​ທີ່​ດີ ແລະ ​ໝາກຜົນ​ຂອງ​ການ​ເຄື່ອນ​ໄຫວ​ອຸດສາຫະກຳ​ມີຄວາມຊັດເຈນ, ​ເຂດສ່ວນອຸດສາຫະກຳວິທະຍາສາດ​ເຕັກ​ໂນ​ໂລຊີ ນະຄອນຄຸນ​ໝິງ-​ຊຽງ​ໄຮ ຕາມເຂດໃກ້ແມ່ນ້ຳ​ແຂວງ​ຢຸນນານ ​ໄດ້​ດຶງ​ດູດເອົາ 38 ບໍລິສັດ​ ເຂົ້າມາຕັ້ງຖິ່ນຖານຢູ່ເຂດດັ່ງກ່າວໄດ້ຈົນ​ສຳ​ເລັດ. ​ໂຄງການອຸດສາຫະກຳ​ທີ່ໄດ້ລົງນາມໃນການເຄື່ອນຍ້າຍມີ 45 ໂຄງການ ແລະ ມີມູນຄ່າທັງໝົດ 15 ຕື້​ຢວນ, ໂຄງການສວນອຸດສາຫະກຳຕາມ​ເຂດ​ຊາຍ​ແດນ ບໍ່ຫານ ມີ 28 ​ໂຄງການ​ ແລະ ມີຍອດ​ເງິນ​ລົງທຶນ 5,2 ຕື້​ຢວນ, ​ແລະ ມີໂຄງການ​ອຸດສາຫະກຳ​ສຳຄັນ​ຄື​ໂຄງການທຳອິດທີ່​ລຽບຕາມແມ່ນ້ຳ ຂອງ ນະຄອນຊຽງໄຮ ​ແລະ ໂຄງການສ່ວນອຸດສາຫະກຳຫາຍຟູ ​ໄດ້​ຮັບ​ການ​ປະຕິບັດຢ່າງເຕັມເມັດເຕັມໜ່ວຍ.