ໃນເດືອນ ເມສາ ປີ 2018 ລັດຖະບານຈີນໄດ້ປະກາດການຊຸກຍູ້ການພັດທະນາແຂວງໄຫຫລຳ ເຊິ່ງຕັ້ງຢູ່ທາງພາກໃຕ້ສຸດຂອງຈີນໃຫ້ເປັນເຂດທົດລອງການຄ້າເສລີ ພອ້ມທັງສົ່ງເສີມການສ້າງທ່າເຮືອການຄ້າເສລີໄຫຫລຳ ໃນໄລຍະຫລາຍປີຜ່ານມາ ແຂວງໄຫຫລຳໄດ້ປະກາດມາດຕະການຍົກເວັ້ນພາສີ ແລະ ອຳນວຍຄວາມສະດວກທາງການຄ້າ ການລົງທຶນ ເພື່ອສະໜັບສະໜຸນທ່າເຮືອການຄ້າເສລີແລ້ວ 180 ກວ່າລາຍການ ລວມທັງການຍົກເວັ້ນພາສີນຳເຂົ້າສິນຄ້າແລະວັດຖຸດິບທີ່ນຳມາແປຮູບເພື່ອການສົ່ງອອກ, ການຫລຸດຜອ່ນຂັ້ນຕອນການກວດເອກກະສານໃຫ້ແກ່ນັກທອ່ງທ່ຽວຕ່າງປະເທດ ແລະ ການຈຳກັດອັດຕາພາສີລາຍໄດ້ບໍ່ເກີນ 15 ສ່ວນຮອ້ຍ ສຳລັບບໍລິສັດທີ່ຈົດທະບຽນໃນແຂວງໄຫຫລຳ ແລະ ບຸກຄະລາກອນທີ່ມີຄວາມຊ່ຽວຊານສະເພາະດ້ານວຽກງານຂອງຕົນ.
ນອກຈາກມີເປົ້າໝາຍທີ່ຈະສ້າງທ່າເຮືອການຄ້າເສລີຂະໜາດໃຫ່ຍທີ່ສຸດໃນໂລກພາຍໃນປີ 2025 ແລ້ວ, ລັດຖະບານຈີນຍັງຈະສ້າງໃຫ້ແຂວງໄຫຫລຳເປັນສູນກາງດ້ານການເງິນລະຫວ່າງປະເທດ ພອ້ມທັງໄດ້ສ້າງຫ້າງສັບພະສິນຄ້າປອດພາສີເພື່ອດຶງດູດຜູ້ບໍລິໂພກແລະນັກທອ່ງທ່ຽວຈາກທົ່ວໂລກອີກດ້ວຍ.




