ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນວ ກຽມຄວາມພ້ອມຈັດງານກິລາແຫ່ງຊາດ ຄັ້ງທີ XII ປີ 2025

Nov 28, 2024

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ I ເພື່ອກະກຽມຄວາມພ້ອມຈັດງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ປີ 2025 ຈັດຂຶ້ນໃນວັນທີ 26 ພະຈິກ 2024 ຢູ່ສໍານັກງານປົກຄອງ ນວ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຈັດງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XII ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານຮ່ວມງານກີລາດັ່ງກ່າວ ມີທ່ານຮອງເຈົ້າຄອງ ມີຄະນະຮັບຜິດຊອບລະດັບຊາດ ເຂົ້າຮ່ວມ.
ໃນພິທີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ ກ່າວວ່າ: ນວ ໄດ້ຮັບກຽດເປັນເຈົ້າພາບຈັດງານມະຫະກໍາກິລາແຫ່ງ ຊາດ ຄັັ້ງທີ XII ເຊິ່ງເປັນງານບຸນມະໂຫລານດ້ານການກິລາລະດັບຊາດ ທີ່ປະກອບດ້ວຍການແຂ່ງຂັນກິລາປະເພດຕ່າງໆ ລະຫວ່າງ ບັນດາແຂວງ ນະຄອນຫຼວງ ແລະ ບັນດາກະຊວງ ເພື່ອສະແດງອອກເຖິງອາຣິຍະທໍາ ມູນເຊື້ອອັນດີງາມຂອງປະຊາຊົນລາວບັນດາເຜົ່າ ເປັນການສົ່ງເສີມ ແລະ ພັດທະນາວຽກງານກິລາຂອງຊາດ ໃຫ້ນັບມື້ນັບເຂັ້ມແຂງ ທັງຮັບປະກັນຈຸດປະສົງ ແລະ ລະດັບຄາດໝາຍ ເປັນການເສີມຂະຫຍາຍວຽກງານກິລາ-ກາຍະກໍາ ເຂົ້າສູ່ມວນຊົນບັນດາເຜົ່າ ຫັນໄປສູ່ການຫຼິ້ນກິລາຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ເພື່ອຍົກສູງລະດັບສະມັດຕະພາບຮ່າງກາຍ ແລະ ມານະຈິດ ໃນການຮັບໃຊ້ວຽກງານການພັດທະນາເສດຖະກິດ-ສັງຄົມ ການປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ເປັນການເຄື່ອນໄຫວ ດ້ານວັດທະນະທໍາ-ສັງຄົມ ສ້າງນໍ້າໃຈສາມັກຄີ ລະບຽບວິໄນຂອງຊາວໜຸ່ມ ນັກສຶກສາ ປັນຍາຊົນ ແລະ ປວງຊົນລາວບັນດາເຜົ່າ ອັນຈະເປັນການປະກອບສ່ວນສໍາຄັນ ໃນການພັດທະນາຊັບພະຍາກອນມະນຸດ ແລະ ສະກັດກັັ້ນປະກົດການຫຍໍ້ທໍ້ນາໆປະການຂອງສັງຄົມ.
ສໍາລັບການລົງສໍາຫຼວດສະໜາມກິລາ ເປີດ-ປິດ ແລະ ສະ ໜາມແຂ່ງຂັນກິລາປະເພດຕ່າງໆ ໃນວັນທີ 13 ມິຖຸນາ 2024 ພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ສົມທົບກັບກົມວິຊາການ ກະຊວງສຶກສາທິການ ແລະ ກິລາ ໄດ້ລົງສໍາຫຼວດສະຖານທີ່ຈະໃຊ້ເຂົ້າໃນການຈັດພິທີເປີດ-ປິດ ແລະ ແຂ່ງຂັນກິລາປະເພດຕ່າງໆ ເຊິ່ງຂໍ້ມູນພື້ນຖານແມ່ນເຫັນວ່າມີຫຼາຍສະຖານທີ່ ທີ່ຊຸດໂຊມເປ່ເພ ເປັນຕົ້ນແມ່ນສະໜາມກິລາໃນຮົ່ມ ຕຶກ A ແລະ ຕຶກ B (ສະໜາມກີລາແຫ່ງຊາດ ຫຼັກ 16) ແຕ່ການຄິດໄລ່ງົບປະມານຍັງບ່ໍ່ທັນຊັດເຈນ ຖ້າຂໍ້ຕົກລົງວ່າດ້ວຍການແຕ່ງຕັັ້ງ ກໍາມະການຝ່າຍຕ່າງໆ ໄດ້ຖືກຮັບຮອງ ກໍາມະການທີ່ກ່ຽວຂ້ອງກໍຈະໄດ້ດໍາເນີນການຄິດໄລ່ເພື່ອສ້ອມແປງ ສ່ວນແຜນຄາດຄະເນດ້ານງົບປະມານ ໃນເບື້ອງຕົ້ນ ຄາດວ່າຈະໃຊ້ງົບປະມານເຂົ້າໃນການຈັດງານດັ່ງກ່າວ ຈໍານວນ 209,43 ຕື້ກີບ.
ກອງປະຊຸມ ຍັງໄດ້ຮັບຟັງການຜ່ານຮ່າງ ສິດ-ໜ້າທີ່ ແລະ ແບ່ງຄວາມຮັບຜິດຊອບ ຂອງຄະນະຮັບຜິດຊອບລະດັບຊາດ ຜ່ານຮ່າງແຜນເຄື່ອນໄຫວງານມະຫະກໍາກິລາແຫ່ງຊາດ ຄັັ້ງທີ XII ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງກໍາມະການຝ່າຍຕ່າງໆ ຜ່ານຮ່າງສິດ-ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄະນະຮັບຜິດຊອບກໍາມະການຝ່າຍຕ່າງໆ ຜ່ານໂຄງຮ່າງກໍາມະການ ແລະ ອະນຸກໍາມະການຝ່າຍຕ່າງໆ ພ້ອມທັງ ສະເໜີ ແລະ ຮັບຮອງ ຮ່າງແບບໂລໂກ້ ສັດນໍາໂຊກ ຄໍາຂວັນ ແລະ ຈໍານວນປະເພດກິລາ ໃນງານມະຫະກໍາກິລາແຫ່ງຊາດ ຄັັ້ງທີ XII.
ທີ່ມາ: ວຽງຈັນໃໝ່
May be an image of 7 people and text