ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນວ ຄອງອັນດັບທີ 1 ຖາມ-ຕອບ ວິທະຍາສາດ ລະດັບຊາດ ຊັ້ນມັດທະຍົມສຶກສາ 2024-2025.

Apr 9, 2025

ພາຍຫຼັງພິທີເປີດການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສືກສາ ສົກຮຽນ 2024-2025 ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 8 ເມສາ 2025 ກໍໄດ້ມີການແຂ່ງຂັນກິດຈະກຳຖາມ-ຕອບວິທະຍາດ ຊຶ່ງມີນັກຮຽນເຂົ້າຮ່ວມແຂ່ງຂັນຕາງໜ້າ ພະແນກສຶກສາທິການ ແລະ ກິລາຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ພາກສ່ວນລະ 4 ຄົນ ລວມທັງໝົດ ເກືອບ 100 ຄົນ ໂດຍມີຄະນະກຳມະການລະດັບຊາດເຂົ້າຮ່ວມຕັດສິນການແຂ່ງຂັນກິດຈະກຳດັ່ງກ່າວ.
ຜ່ານການແຂ່ງຂັນຜົນປະກົດວ່າ: ນັກຮຽນ ຕົວແທນຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໂດຍມີນາງ ລິນດ້າ ພົງສະຫວັດ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ, ທ້າວ ພິລາພົນ ພົນເສນາ ໂຮງຮຽນ ປາດຖະໜາ, ທ້າວ ແອັດລິ່ ສັນຕິສຸກ ໂຮງຮຽນ ພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ ແລະ ນາງ ສຸກພັນສາ ພົມມະລັງສີ ໂຮງຮຽນ ມສ ວຽງຈັນ ສາມາດຕອບຄຳຖາມ ໄດ້ດີກວ່າ17 ແຂວງ ຈາກ 18 ຄໍາຖາມ ໄດ້ຄະແນນລວມທັງໝົດ 17 ຄະແນນ ຄວ້າອັນດັບທີ 1 ໃນກິດຈະກຳດັ່ງກ່າວ.
ສ່ວນອັນດັບທີ 2 ເປັນຂອງ ນັກຮຽນຈາກແຂວງອຸດົມໄຊ ປະກອບມີ ທ້າວ ບຸນສັກດາ ກິ່ງສັກດາ, ທ້າວ ພົງສະກອນ ກິນນາລີ, ນາງ ສຸນິວັນ ອຸ່ນສະຫວັນ ແລະ ນາງ ມິນນີ້ ພັນທະກອນ; ອັນດັບທີ 3 ເປັນຂອງນັກຮຽນແຂວງຜົ້ງສາລີ ໂດຍມີນາງ ກິດາພອນ ສຸລັດ, ນາງ ສຸທອນ ແກ້ວຍະສານ ແລະ ທ້າວ ສຸກສະຫວ່າງ ທອງອ່ອນປະເສີດ; ອັນດັບທີ 4 ເປັນຂອງນັກຮຽນ ແຂວງຈຳປາສັກ ໂດຍມີທ້າວ ອາທິດໄຊ ຊ່ອງວິໄລ, ນາງ ປາວີນາ ສີປະເສີດ, ນາງ ອາລິສາ ວົງພູທອນ ແລະ ນາງ ມະນີຈັນ ຈັນບຸດລ້ວນ.
ຂ່າວ: ຫນັງສືພິມສຶກສາ ແລະກິລາ