(7.9.2024) ນະຄອນຫຼວງວຽງຈັນ (ນວ) ໄດ້ສົມທົບກັບກະຊວງ ປ້ອງກັນປະເທດ ສ້າງຂະບວນການອອກແຮງງານ, ອະນາ ໄມ, ປະດັບປະດາ ແລະ ຮັກສາຄວາມສະອາດຕາມເສັ້ນທາງໃນເທດສະບານ ນະຄອນຫຼວງວຽງຈັນ. ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ພົຕ. ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ, ກະຊວງປ້ອງກັນປະເທດ, ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ພ້ອມດ້ວຍພະມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ຈຸດປະສົງການອອກແຮງງານໃຫຍ່ຄັ້ງນີ້ ເພື່ອກະກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມເຈົ້າຄອງນະຄອນ ຫຼວງ ອາຊຽນ, ກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ແລະ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ທັງເປັນການສ້າງຄວາມສະອາດງາມຕາ ແລະ ປາດສະຈາກມົນລະພິດໃນນະຄອນຫລວງວຽງຈັນ ຕື່ມອີກ.
ຂະບວນການອອກແຮງງານຄັ້ງນີ້ ເລີ່ມແຕ່ເວລາ 6:00 ໂມງ, ຢູ່ທີ່ເດີ່ນພະທາດຫຼວງວຽງຈັນ ຈາກຊັ້ນໄດ້ອອກແຮງງານອະນາໄມບັນດາເສັ້ນທາງໃນຕົວເມືອງໃນຂອງນະຄອນຫລວງວຽງຈັນ ຕາມທີ່ກຳນົດໄວ້.







