ນວ ຈັດພິທີຫວນຄືນມູນເຊື້ອ ວັນສ້າງຕັ້ງພັກຄົບຮອບ 70ປີ ທີ່ດອນຊີງຊູ້

ເມືອງສີໂຄດຕະບອງ ແລະ ພະແນກຖະແຫຼງຂ່າວ ວັດທະນະ ທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຮ່ວມກັບ ອົງການປົກຄອງນະຄອນ ຫຼວງວຽງຈັນ ຈັດປະຖະກະຖາສະເຫຼີມສະຫຼອງ ວັນສ້າງຕັ້ງພັກ ປະຊາ ຊົນປະຕິວັດລາວ ຄົບຮອບ 70 ປີ ຂຶ້ນໃນວັນທີ 23 ມີນາ 2025 ທິ່ບ້ານດອນຊີງຊູ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ເຂົ້າຮ່ວມໃນພິທີຄັ້ງນີ້ມີ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິ ການສູນກາງພັກ ເລຂາຄະນະບໍລິຫານງານພັກນະຄອນ ຫຼວງ ວຽງຈັນປະທານສະພາປະຊາຊົນ ນະຄອນຫຼວຽງຈັນ ສະຫາຍ ປອ ອາດສະພັງທອງ ສີພັນດອນ ກໍາມະການສູນກາງ ພັກ ເຈົ້າຄອງນະຄອນຫຼວງວຽງຈັນ ແລະພາກສ່ວນກ່ຽວຂ້ອງ.
ສະຫາຍ ທະວີໄຊ ເໝົາຊົມພູ ກໍາມະການພັກນະຄອນຫຼວງວຽງຈັນ ເລຂາພັກເມືອງສີໂຄດຕະບອງ ກ່າວວ່າ: ເພື່ອເປັນການຫວນຄືນ ປະຫວັດຄວາມເປັນມາ ມູນເຊື້ອ ຜົນ ງານການນໍາພາ ແລະ ສະເຫຼີມສະ ຫຼອງ ວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 70 ປີ ໃຫ້ມີຄວາມໝາຍອັນເລິກເຊີ່ງ ແລະ ເຕັມໄປ ດ້ວຍບັນຍາກາດທີ່ເບີກບານ ແລະ ສະແດງເຖິງນໍ້າໃຈຟົດຟື້້ນປະຕິວັດ ໃນທົ່ວນະຄອນຫຼວງວຽງຈັນ ຍົກສູງອິດທິ ພົນຂອງພັກ ຄວາມຮັບ ຜິດຊອບຂອງຄະນະພັກທຸກຂັ້ນ ແລະ ຄວາມບຸກບືນສູ້ຊົນຂອງພະນັກ ງານຫຼັກແຫຼ່ງຂັ້ນນະຄອນຫຼວງ ເມືອງ ແລະ ບ້ານ ໃນການສືບຕໍ່ພາລະ ກິດ ປົກປັກຮັກສາ ສ້າງສາ ແລະ ພັດທະນານະຄອນຫຼວງວຽງຈັນ ໃນໄລຍະໃໝ່ ຍູ້ແຮງໃຫ້ແກ່ການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊີ່ງ ຮອບດ້ານໃນການນໍາພາຂອງພັກ ກໍຄື ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງນະຄອນຫຼວງວຽງຈັນ ໃນໄລຍະທ້າຍສະໄໝ ຕິດພັນກັບການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ ຂອງພັກ, ຂະບວນການແຂ່ງຂັນ ຮັກ ຊາດ ແລະ ພັດທະນາ ແລະ ການກະ ກຽມຄວາມພ້ອມ ໃຫ້ແກ່ການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຂອງອົງຄະນະພັກ ນະຄອນຫຼວງວຽງ ຈັນ ຄັ້ງທີ VIII ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກ ຄັ້ງທີ XII ໃນປີ 2025.
ພິທີຄັ້ງນີ້ ສະຫາຍ ອານຸພາບ ຕຸນາລົມ ກ່າວວ່າ : ງານຄັ້ງນີ້ຖືວ່າຄັ້ງທໍາອິດຢູ່ດອນຊີງຊູ້ ເປັນຈຸດປະຫວັດສາດແຫ່ງການກາເນີດເກີດຂຶ້ນຂອງພັກປະຊາຊົນປະຕິ ວັດລາວ ຈຸດປະສົງເພື່ອເປັນການຫວນຄືນ ປະຫວັດຄວາມເປັນມາ, ມູນເຊື້ອຜົນງານການນໍາພາ ຂອງພັກປະຊາຊົນປະຕິວັດລາວ.
ສະຫາຍຍັງໄດ້ຫວນຄືນຈຸດປະຫວັດສາດໃນຫຼາຍທົດສະ ວັດຜ່ານມາ ເຊິ່ງມີບາງຕອນສະຫາຍກ່າວວ່າເຫດການປະຫວັດ ສາດຢູ່ສະ ຖານທີ່ແຫ່ງນີ້ ເປັນສະຖານທີ່ໃນເມື່ອກ່ອນພັກແຄວ້ນລາວ ໄດ້ຈັດກອງປະຊຸມເທື່ອທໍາອິດ ເພື່ອປຶກສາໃນການຂະຫຍາຍພັກ ໃນວັນທີ 6-7 ກັນຍາ 1934 ເພື່ອປຸກລະດົມປະ ຊາຊົນຊາວໜຸ່ມເຂົ້າໃນຂະບວນປຸກລະດົມປຸກລະດົມປວງຊົນໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ໃນປີ 1935 ຂະບວນການຕໍ່ສູ້ກູ້ຊາດກໍໄດ້ເລີ່ມຂະຫຍາຍໃນຂອບເຂດທົ່ວປະເທດ.
ຫຼັງຈາກນັ້ນ ຄະນະກໍໄດ້ເດີນທາງຢ້ຽມຢາມຈຸດສໍາຄັນຕ່າງໆຢູ່ພາຍໃນດອນ.
ທີ່ມາ: ວຽງຈັນໃໝ່





