ການຊຸກຍູ້ສົ່ງເສີມການຜະລິດກະສິກຳ ແລະ ປ່າໄມ້ ຢູ່ນະຄອນຫຼວງວຽງຈັນ (ນວ) ໄດ້ເອົາໃຈໃສ່ຫຼາຍຮູບແບບ ໂດຍສະເພາະການສົ່ງເສີມຫົວໜ່ວຍວິສາຫະກິດ ກຸ່ມການຜະລິດ ແລະ ສະຫະກອນໃຫ້ເພີ່ມຂຶ້ນ ເຊິ່ງມາຮອດປັດຈຸບັນ ນວ ສາມາດສົ່ງເສີມເປັນຕົວແບບກຸ່ມການຜະລິດກະສິກຳໄດ້ກວ່າ 140 ກຸ່ມ ໃນເນື້ອທີ່ 6.000 ກວ່າເຮັກຕາ ເພື່ອສະໜອງຜົນຜະລິດຕາມຄວາມຕ້ອງໃຫ້ນັບມື້ເພີ່ມຂຶ້ນ.
ທ່ານ ບົວຄໍາ ສີສົງຄາມ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ໄດ້ລາຍງານກ່ຽວກັບຕົວແບບການຜະລິດກະສິກຳຂອງ ນວ ຕໍ່ກອງປະຊຸມພົບປະອະນຸກຳມະການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ນວ ເມື່ອບໍ່ດົນມານີ້ ວ່າ: ໄລຍະຜ່ານມາ ພະແນກກະສິກຳ ແລະ ປ່າໄມ້ ນວ ໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ການຜະລິດກະສິກຳເຊິ່ງມີກຸ່ມການຜະລິດທັງໝົດ 143 ກຸ່ມ ມີເນື້ອທີ່ຜະລິດ 6.257 ເຮັກຕາ ມີສະມາຊິກ 5.221 ຄອບຄົວ ໃນນີ້ເປັນກຸ່ມການຜະລິດເຂົ້າກະສິກຳອິນຊີ 10 ກຸ່ມ ກຸ່ມຜະລິດເຂົ້າກະສິກຳທີ່ດີ 34 ກຸ່ມ ກຸ່ມຜະລິດພືດຜັກກະສິກຳອິນຊີ 12 ກຸ່ມ ກຸ່ມຜະລິດພືດຜັກກະສິກຳທີ່ດີ 33 ກຸ່ມ ກຸ່ມຜະລິດແນວພັນເຂົ້າຮຸ່ນ3 ມີ 18 ກຸ່ມ ກຸ່ມຜະລິດມັນຕົ້ນ 24 ກຸ່ມ ກຸ່ມບໍລິສັດກົນຈັກ 1 ກຸ່ມ ແລະ ກຸ່ມປູກສາລີ 1 ກຸ່ມ ກຸ່ມຜະລິດຝຸ່ນ 1 ກຸ່ມ ກຸ່ມລ້ຽງງົວ 2 ກຸ່ມ ກຸ່ມລ້ຽງແບ້ 5 ກຸ່ມ ກຸ່ມລ້ຽງໄກ່ 1 ກຸ່ມ ແລະ ກຸ່ມລ້ຽງປາກະຊັງ 2 ກຸ່ມ ພ້ອມນີ້ ໄດ້ຄຸ້ມຄອງສະຫະກອນຜະລິດກະສິກໍາ 8 ສະຫະກອນ ມີສະມາຊິກ 339 ຄົນ ໃນນີ້ມີສະຫະກອນຜະລິດກະສິກໍາ ນາຊາຍທອງ ສະຫະກອນຜະລິດກະສິກຳອິນຊີທົ່ງມັ່ງ ສະຫະກອນຜະລິດກະສິກຳອິນຊີທ່າຊ້າງ ສະຫະກອນໂຮງອົບເຂົ້າທ່າເດືອນສິງຫອມ ສະຫະກອນລ້ຽງ ແລະ ປຸງແຕ່ງປາ ສະຫະກອນ 3 ແອັບ ກະສິກຳຍືນຍົງຂອງຄົນລາວ ສະຫະກອນລ້ຽງໄກ່ຊີ້ນປາກຊາບ ແລະ ສະຫະກອນ KT ສົ່ງເສີມກະສິກຳ.
ນອກນີ້ຍັງໄດ້ຊຸກຍູ້ບັນດາເມືອງລົງກວດກາສັງລວມກຸ່ມການຜະລິດ ແລະ ສະຫະກອນກະສິກຳ ເພື່ອເປັນສິນຄ້າພື້ນຖານໃຫ້ແກ່ການສ້າງຕັ້ງ ປັບປຸງ ແລະ ຜັນຂະຫຍາຍວຽກງານດັ່ງກ່າວ ສາມາດອອກໃບຢັ້ງຢືນໄດ້ 10 ກຸ່ມ ໃນນີ້ ກຸ່ມປູກເຂົ້າ ແລະ ພືດຜັກ 8 ກຸ່ມ ແລະ ກຸ່ມລ້ຽງສັດ 2 ກຸ່ມ ສ້າງກຸ່ມການຜະລິດກະສິກຳໄດ້ 6 ກຸ່ມ ເທົ່າກັບ 60% ແລະ ສ້າງກຸ່ມເຂັ້ມແຂງກ້າວເປັນສະຫະກອນໄດ້ກຸ່ມປູກຜັກ ບ້ານທ່າດອກຄຳ ເມືອງໄຊທານີ ປັດຈຸບັນ ນວ ຍັງມີຜູ້ປະກອບການດ້ານການດໍາເນີນກະສິກຳປ່າໄມ້ ດ້ານປູກຝັງ (ກິດຈະກຳປູກພືດ ການບໍລິການ) ມີ 155 ບໍລິສັດ ດ້ານການລ້ຽງສັດ ແລະ ການປະມົງ (ກິດຈະກຳລ້ຽງສັດ ການບໍລິການວຽກລ້ຽງສັດ ດ້ານການບໍລິການສັດຕະວະແພດ) ມີ 115 ບໍລິສັດ ດ້ານວຽກງານປ່າໄມ້ 12 ບໍລິສັດ ດ້ານວຽກຊົນລະປະທານ 25 ບໍລິສັດ (ລວມມີ 307 ບໍລິສັດ) ໄດ້ຄຸ້ມຄອງຊຸກຍູ້ສົ່ງເສີມສະຫະກອນຜະລິດກະສິກຳ 8 ສະຫະກອນ ມີສະມາຊິກ 339 ຄົນ ໃນນີ້ມີ ສະຫະກອນຜະລິດກະສິກຳອິນຊິທົ່ງມັ່ງ ສະຫະກອນຜະລິດກະສິກຳອິນຊີທ່າຊ້າງ ສະຫະກອນໂຮງອົບເຂົ້າທ່າເດື່ອສິງຫອມ ສະຫະກອນ3 ເອັບ ກະສິກຳຍືນຍົງຂອງຄົນລາວ ສະຫະກອນລ້ຽງໄກ່ຊີ້ນ ປາກຊາບ ສະຫະກອນ KT ສົ່ງເສີມກະສິກຳ ແລະ ອື່ນໆ.
ທີ່ມາ: ວຽງຈັນໃໝ່




