ກອງປະຊຸມຄົ້ນຄວ້າ ເພື່ອແກ້ໄຂຜົນກະທົບຕໍ່ຄອບຄົວຜູ້ປະສົບໄພພິບັດພາຍຸໝາກເຫັບ ໃນວັນທີ 22 ຜ່ານມາ ຢູ່ໃນ 17 ບ້ານຂອງສອງຄື: ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ຈັດຂຶ້ນໃນວັນທີ 26 ມີນາ 2026 ຢູ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ໂດຍການເປັນທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກນະຄອນຫຼວງວຽງຈັນ, ມີຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນ ນວ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືວິທີການແກ້ໄຂສຸກເສີນ ແລະ ຟື້ນຟູໄພພິບັດຈາກພະຍຸໜາກເຫັບຢູ່ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ພ້ອມທັງໄດ້ຮັບຟັງການລາຍງານສະພາບການຟື້ນຟູ ແລະ ການໃຫ້ການຊ່ວຍເຫຼືອຈາກພາກລັດ-ເອກະຊົນ ນັບແຕ່ວັນທີ 23 ເດືອນມີນາ ມາເຖິງປັດຈຸບັນຈາກອົງການປົກຄອງຂອງສອງເມືອງ ທີ່ຖືກຜົນກະທົບດັ່ງກ່າວ ເພື່ອເປັນການຊອກຫາທິດທາງຟື້ນຟູ ແລະ ຊ່ວຍເຫຼືອເຂົາເຈົ້າໃຫ້ສາມາດປັບປຸງຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ.

ຜົນກະທົບໄພພິບັດທຳມະຊາດຄັ້ງນີ້, ສຳລັບເມືອງສີໂຄດຕະບອງ ມີ 10 ບ້ານ, 5.000 ກວ່າຫຼັງຄາ, ໂຮງຮຽນ 5 ແຫ່ງ, ວັດ 2 ແຫ່ງ, ຫ້ອງການບ້ານ 1 ຫຼັງ, ສຸກສາລາບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ, ລົດໃຫຍ່ເປ່ເພ 53 ຄັນ, ປະຊາຊົນໄດ້ຮັບບາດເຈັບ 9 ຄົນ ແລະ ຄ້າຍທະຫານກອງພັນໃຫຍ່ ຈໍ 11 ໄດ້ຮັບຜົນເສຍຫາຍ 109 ຫລັງຄາ. ສ່ວນເມືອງນາຊາຍທອງ ມີ 7 ບ້ານ, 478 ຫລັງຄາເຮືອນທີ່ໄດ້ຮັບຜົນເສຍຫາຍ.
ສຳລັບການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ປະກອບມີທັງພາກລັດ ແລະ ເອກະຊົນ. ໃນນັ້ນ, ພາກລັດໄດ້ມອບເຄື່ອງຊ່ວຍເຫຼືອສຸກເສີນປະກອບມີເຂົ້າສານຈ້າວ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງສຸຂະອະນາໄມ, ມຸ້ງ, ສາດຢາງ, ໝີ່ໄວໆ, ປ໋ອງປາ ແລະ ເງິນຈຳນວນໜຶ່ງ. ສ່ວນພາກເອກະຊົນ ກໍໄດ້ໃຫ້ການຊ່ວຍເຫຼືອນ້ຳດື່ມ ແລະ ກະເບື້ອງ ເພື່ອປະກອບສ່ວນຟື້ນຟູຜົນກະທົບຄັ້ງນີ້ ຕື່ມອີກ.
ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ໃຫ້ທິດຊີ້ນຳຕໍ່ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນ ນວ, ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງໃຫ້ຮີບຮ້ອນ ແລະ ເອົາໃຈໃສ່ໃຫ້ການຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບ ເພື່ອໃຫ້ສາມາດຟື້ນຟູທີ່ຢູ່ອາໄສໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ອື່ນໆ.
ຂ່າວ-ພາບ: ຢ່າຕົ່ງ


