ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນປາກເຊ ກຽມຄວາມພ້ອມຮັບມືກັບໄພນ້ໍາຖ້ວມ

Sep 22, 2024

ວັນທີ 22 ກັນຍາ 2024, ທ່ານ ອາລຸນໄຊ ສຸນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍການນໍາແຂວງ, ຕະຫຼອດຮອດພະນັກງານ ແລະ ປະຊາຊົນ ໄດ້ຮ່ວມແຮງຮ່ວມໃຈກັນສ້າງຄັນຄູກັນນໍ້າ ເນື່ອງຈາກລະດັບນໍ້າຂອງ ແລະ ລະດັບນໍ້າເຊໂດນໄດ້ເພີ່ມຂື້ນສູງ, ພພ້ອມທັງເອົາຈັກສູບນໍ້າເຄື່ອນທີ່ມາຕິດຕັ້ງຕື່ມຢູ່ເຂດຫ້ວຍບ້ານແກ ເພື່ອສູບລະບາຍນໍ້າທີ່ຖ້ວມຂັງຢູ່ໃນບໍລິເວນດັ່ງກ່າວ ໃຫ້ອອກໄດ້ໄວຂຶ້ນ​ຕື່ມ.
ພ້ອມນີ້, ເຈົ້າແຂວງຈໍາປາສັກ ພ້ອມຄະນະ​ ໄດ້ຕິດຕາມພື້ນທີ່ອື່ນໆ​ ທີ່ມີຄວາມສ່ຽງ​ ເປັນຕົ້ນແມ່ນ ເຂດບ້ານຫ້ວຍປູນ, ບ້ານທ່າຫີນເໜືອ ເພື່ອວາງແຜນແກ້ໄຂ ຮັບມືກັບໄພນໍ້່ຖ້ວມໃຫ້ທັນການ.
ຂ່າວ-ພາບ​: ພູທິບສະຫວັນ ຫ້ອງວ່າການແຂວງ