ວັນທີ 20 ພະຈິກ 2024 ຄະນະນຳນະຄອນປາກເຊ ແຂວງຈຳປາສັກ ໄດ້ຕ້ອນຮັບ ແລະ ພົບກັບຄະນະຜູ້ແທນ ເມືອງ ຈັນທະບູລີ, ນະຄອນຫລວງວຽງຈັນ, ນຳໂດຍ ທ່ານ ດວງຕາ ສຸລິວົງ, ກຳມະການພັກນະຄອນຫລວງ, ເລຂາຄະນະບໍລິຫານງານພັກ- ເຈົ້າເມືອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.
ໃນພິທີ ທ່ານ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ, ເຈົ້ານະຄອນປາກເຊ ກ່າວໃນກອງປະຊຸມວ່າ :ໃນຖານບ້ານອ້າຍ-ເມືອງນ້ອງ, ເມືອງແຮກສ່ຽວນໍາກັນສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ. ະຕິບັດຕາມບົດບັນທຶກຊ່ວຍຈໍາ ຄັ້ງວັນທີ 11 ມີນາ 2023, ມາຮອດມື້ນີ້ ເກືອບ 2 ປີ. ໂດຍເຊື່ອມຊຶມ ແລະ ຜັນຂະ ຫຍາຍເນື້ອໃນຈິດໃຈ ມະຕິ ກອງປະຊຸມ ໃຫຍ່ ຄັ້ງທີ VII ຂອງອົງ ຄະນະພັກ ນະຄອນ, ຄະນະພັກນະຄອນປາກເຊ ແມ່ນໄດ້ສຸມໃສ່ 9 ວຽກຈຸດສຸມ ທີ່ໄດ້ວາງໄວ້.
ພາຍໃຕ້ ຄວາມບຸກບືນສູ້ຊົນ, ພາຍໃຕ້ການນໍາພາຊີ້ນໍາ ຢ່າງ ໃກ້ຊິດຈາກຄະນະພັກຂັ້ນເທິງ, ຄວາມ ຮັບຜິດຊອບສູງຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ນະຄອນ, ບ້ານ-ກຸ່ມບ້ານ ແລະ ຄວາມສາມັກຄີ ເປັນ ປຶກແຜ່ນຂອງປະຊາຊົນ, ບວກກັບການສະຫນັບສະໜູນ, ຊ່ວຍເຫລືອຂອງພະແນກການສາຍຕັ້ງ, ການຊ່ວຍເຫລືອ ຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ຈຶ່ງເຮັດໃຫ້ນະຄອນປາກເຊ ສືບຕໍ່ມີຄວາມສະຫງົບ, ມີ ຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ. ເສດຖະກິດສືບຕໍ່ ຂະຫຍາຍ ຕົວຕໍ່ເນື່ອງ ໃນລະດັບ 9,30% (2021), 9,70% (2022), 10,37% (2023) ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 4.458, 97 ຕື້ກີບ ສະເລັ່ຍໃສ່ຫົວຄົນພົນລະເມືອງ 51,26 ລ້ານກີບ; ສາມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 25,80 ຕື້ກີບ, (ເກີນແຜນ 1,65 ຕື້ກີບ) 106,8%.
ສໍາລັບ 9 ເດືອນ 2024 (30/09/2024) ປະຕິບັດໄດ້ 4. 110,37 ຕື້ກີບ, ທຽບໃສ່ແຜນ ໄດ້ 85,32% ( ແຜນ 4.817,60 ຕື້ກີບ), ຄາດຄະເນຫມົດປີ ຈະສາມາດປະຕິບັດໄດ້ເກີນແຜນ; ສໍາລັບການຈັດເກັບລາຍ ງົບປະ ມານ ໄດ້ 21.871.081092 ກີບ, ທຽບແຜນປີ 88,53%, ຄາດຄະເນ ໝົດປີ ຈະສາມາດເກີນແຜນ ປະມານ 3 ຕື້ກີບ.
ໂອກາດນີ້ ທ່ານ ດວງຕາ ສຸລິວົງ, ກຳມະການພັກນະຄອນ ຫລວງ, ເລຂາຄະນະບໍລິຫານງານພັກ-ເຈົ້າເມືອງ ເມືອງຈັນທະບູລີ ມີຄຳເຫັນ ໂດຍຕີລາຄາສູງຕໍ່ການພົບປະຢ້ຽມແລກປ່ຽນຖອດຖອນບົດຮ່ວມຮ່ວມກັນໃນຄັ້ງນີ້.ຈາກນັ້ນທັງສອງຄະນະນຳກໍໄດ້ແລກປ່ຽນບົດຮຽນ ຫົວຂໍ້ສຳຄັນຢ່າງມີບັນຍາກາດສະໜິດ ສະໜົມຄື: ການຈັດເກັບລາຍຮັບເຂົ້າງົບປະມານ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ, ການສ້າງຄວາມເຂັ້ມແຂງໃຫ້ແກ່ ອສບ ບ້ານ ການຈັດຕັ້ງວຽກງານສາທາລະນະສຸກ ຂັ້ນບ້ານ ແລະ ການສ້າງຄວາມ ເຂັ້ມແຂງໃຫ້ແກ່ອຳນາດ ການປົກຄອງບ້ານ ຕື່ມອີກ.
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ





