ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນປາກເຊ ແລະ ນະຄອນກຸ້ຍຢາງ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການທ່ອງທ່ຽວ

Jun 25, 2025

ວັນທີ 24 ມິຖຸນາ 2025 ນີ້ຢູ່ທີ່ໂຮງແຮມຈໍາປາສັກ ແກຣນ ນະຄອນປາກເຊແຂວງຈໍາປາສັກ ຄະນະຜູ້ແທນຂອງນະຄອນປາກເຊ ແຂວງຈໍາປາສັກ ສປປ ລາວ ແລະ ຄະນະຜູ້ແທນນະຄອນກຸ້ຍຢາງ ແຂວງກຸ້ຍໂຈ ສປ ຈີນ ໄດ້ຈັດພິທີພົບປະເພື່ອຍົກສູງການຮ່ວມມື 2 ຝ່າຍໃຫ້ເຂົ້າສູ່ລວງເລິກ. ຝ່າຍນະຄອນປາກເຊ ນໍາໂດຍທ່ານ ສຸກວິໃສ ສີສົມຫວັງ ຮອງເລຂາຄະນະບໍລິຫານງານພັກນະຄອນ ເຈົ້ານະຄອນປາກເຊ, ພ້ອມຄະນະ, ຝ່າຍນະຄອນກຸ້ຍຢາງ ນໍາໂດຍທ່ານ ຫວັງ ຮົ໋ງ ຮອງເລຂາຄະນະພັກນະຄອນ ເຈົ້ານະຄອນກຸ້ຍຢາງ, ພ້ອມຄະນະ.
ໃນພິທີທັງສອງຝ່າຍໄດ້ຜັດປ່ຽນກັນນໍາສະເໜີໃຫ້ຮູ້ກ່ຽວກັບດ້ານທີ່ຕັ້ງ, ພູມສັນຖານ ແລະ ການພັດທະນາເສດຖະກິດ-ສັງຄົມ, ຈາກນັ້ນກໍໄດ້ລົງນາມເຊັນບົດບັນທຶກການຮ່ວມມື. ສໍາລັບເນື້ອໃນບົດບັນທຶກ ມີຄື: ທັງສອງຝ່າຍ ໃນຖານະ ເປັນນະຄອນມິດຕະພາບຮ່ວມກັນ ມີຄວາມມຸ່ງຫວັງ ໃນການຜັນຂະຫຍາຍການພົວພັນຮ່ວມມືເພື່ອຊຸກຍູ້ການພັດທະນາຮ່ວມກັນ ທາງດ້ານເສດຖະກິດ, ການທ່ອງທ່ຽວ; ໂດຍໄດ້ຕົກລົງເຫັນດີເປັນເອກະພາບກັນ ດັ່ງນີ້:
1. ເພີ່ມທະວີການຮ່ວມມືທາງດ້ານການຄ້າ: ສອງຝ່າຍຈະຊຸກຍູ້ການປຸງແຕ່ງ, ການຜະລິດ ແລະ ການຄ້າຂາຍ ຜະລິດຕະພັນກະສິກຳຊະນິດຕ່າງໆ, ໃນນັ້ນລວມທັງ ຜະລິດຕະພັນກາເຟສຳເລັດຮູບ ແລະ ກາເຟເມັດ (ກາເຟດິບ) ເພື່ອຈະສົ່ງເສີມການຮ່ວມມືໃນການປຸງແຕ່ງ ແລະ ຜະລິດຮ່ວມກັນ.
2. ສອງຝ່າຍຈະຮ່ວມມືຢ່າງແຂງແຮງ ທາງດ້ານການຄ້າຂາຍອອນໄລ (E-Commerce): ເພື່ອນໍາສະເໜີ ບັນດາ ຜະລິດຕະພັນ, ສິນຄ້າ ແລະ ແຫຼ່ງທ່ອງທ່ຽວ ທີ່ມີຊື່ສຽງ ຂອງນະຄອນປາກເຊ ເຂົ້າຢູ່ໃນແອບ YIMAGUIZHOU (ແອບທຸລະກິດການຄ້າຂາຍອອນລາຍ) ໃນຖານະເປັນ “ນະຄອນມິດຕະພາບ”.
3. ສອງຝ່າຍຈະດໍາເນີນ ຊຸກຍູ້ວຽກງານການທ່ອງທ່ຽວ ຂອງສອງນະຄອນ ແນໃສ່ຂະຫຍາຍຕະຫຼາດທ່ອງທ່ຽວ, ໂຄສະນາແຫລ່ງທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວເຊິ່ງກັນ ແລະ ກັນ. ເຂົ້າຮ່ວມງານຕະຫຼາດນັດ/ງານ ວາງສະແດງດ້ານວຽກງານທ່ອງທ່ຽວ; ຍົກລະດັບເຄື່ອງມື ໃນໂຄສະນາການທ່ອງທ່ຽວ ໃຫ້ມີຫຼາກຫຼາຍພາສາ (ຈີນ, ລາວ, ອັງກິດ).
4. ອໍານວຍຄວາມສະດວກໃຫ້ແກ່ ຄູ່ຮ່ວມມືດ້ານທຸລະກົດ ການທ່ອງທ່ຽວ (ໂຮງແຮມ, ບໍລິສັດທ່ອງທ່ຽວ). ຊຸກຍູ້ການລົງທຶນ ເຂົ້າໃສ່ຟື້ນຖານໂຄງລ່າງການທ່ອງທ່ຽວ (ເຊັ່ນ: ເຮືອນພັກນິເວດ, ບ້ານພັກໂຮມສະເຕ, ເສັ້ນທາງທ່ອງທ່ຽວ ທີ່ເຊື່ອມຕໍ່ ເຊື່ອມຈອດ); ຈັດຕັ້ງງານບຸນວັດທະນະທໍາ, ງານວາງສະແດງອາຫານ, ໂຄງການແລກປ່ຽນດ້ານການທ່ອງທ່ຽວ, ສົ່ງເສີມອະນຸລັກຮັກສາ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ແລະ ເປັນທີ່ນິຍົມ ເຊິ່ງອົງການ UNESCO ໄດ້ຮັບຮອງ ໃຫ້ເປັນມໍລະດົກໂລກ (ເຊັ່ນ: ວັດພູ ຈຳປາສັກ, ເມືອງວັດຖຸບູຮານ ຊົງຢ່ວນ Qingyuan ນະຄອນກຸ້ຍຢາງ).
5. ສ້າງກົນໄກການສື່ສານ ແລະ ການຮ່ວມມື ທາງດ້ານການຄ້າ ແລະ ເສດຖະກິດ, ແລກປ່ຽນບົດຮຽນ ກ່ຽວກັບຂັ້ນຕອນຂອງການຮ່ວມມື, ການສະຫຼຸບວຽກງານການຮ່ວມມື ແລະ ຮັບປະກັນການຄຸ້ມຄອງ ວຽກງານທີ່ມີປະສິດທິຜົນ; ໂດຍເປີດໂອກາດໃຫ້ທຸກພາກສ່ວນ ໄດ້ເຂົ້າຮ່ວມໃນກິດຈະກຳ ງານສໍາຄັນຕ່າງໆ; ກຳນົດພາກສ່ວນປະສານວຽກງານ ຂອງສອງນະຄອນ. ປາກເຊ: ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ; ນະຄອນກຸ້ຍຢ່າງ: ຫ້ອງການການຄ້າ ແລະ ຫ້ອງການວັດທະນະທໍາ ແລະ ຫ້ອງການທ່ອງທ່ຽວນະຄອນກຸ້ຍຢ່າງ.
ໃຫ້ກຽດລົງນາມເຊັນບົດບັນທຶກຮ່ວມມື້ຄັ້ງນີ້ຂອງ ທ່ານ ສຸກວິໃສ ສີສົມຫວັງ ເຈົ້ານະຄອນປາກເຊ ແລະ ທ່ານ ຫວັງ ຮົ໋ງ ເຈົ້ານະຄອນກຸ້ຍຢາງ, ໂດຍການເປັນສັກຂີພະຍານຂອງຄະນະຜູ້ແທນທີ່ເຂົ້າຮ່ວມ.
ຂ່າວ-ພາບ: ຈັນທະວີສັກ