ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນພູເອີ – ຜົ້ງສາລີ ພົບປະແລກປ່ຽນບົດຮຽນຮ່ວມກັນ

Sep 27, 2024

ເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງນະຄອນພູເອີ ແຂວງຢູນນານ ສປ ຈີນ ໄດ້ຈັດພິທີພົບປະມິດຕະພາບລະຫວ່າງຄະນະຜູ້ຂັ້ນສູງນະຄອນພູເອີ, ແຂວງຢູນນານ ສປ ຈີນ ແລະ ຄະ ນະຜູ້ແທນແຂວງຜົ້ງສາລີ ສປປລາວ, ຊຶ່ງຝ່າຍນະຄອນພູເອີ ນຳໂດຍທ່ານ ວາງ ກາງ ຮອງເລຂາພັກ ເຈົ້ານະຄອນພູເອີ, ຝ່າຍແຂວງຜົ້ງສາລີ ນຳໂດຍທ່ານ ຄຳຜອຍ ວັນນະສານ, ກໍາມະການ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ.
ໂອກາດນີ້, ທ່ານ ວາງ ກາງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕິລາຄາສູງຕໍ່ການມາເຄື່ອນໄຫວວຽກງານຂອງຄະນະຜູ້ແທນແຂວງຜົ້ງສາລີໃນຄັ້ງນີ້, ຊຶ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ ແລະ ຍາວນານ ຕາມທິດ 4 ດີ; ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະ ນະຄອນພູເອີ – ແຂວງຜົ້ງສາລີ.
ສອງຝ່າຍໄດ້ລາຍງານສະພາບຈຸດພິເສດ ແລະ ການພັດທະ ນາເສດຖະກິດ – ສັງຄົມໃຫ້ກັນຊາບ, ພ້ອມທັງໄດ້ແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ. ພ້ອມນີ້ ໄດ້ເຊັນບົດບັກທຶກ ຮ່ວມມືກັນໃນຕໍ່ໜ້າຕື່ມອີກ ຊຶ່ງຕາງໜ້າອົງການປົກຄອງແຂວງຜົ້ງສາລີ ເຊັນໂດຍທ່ານ ຄຳຜອຍ ວັນນະສານ ແລະ ຝ່າຍນະຄອນພູເອີ ເຊັນໂດຍທ່ານ ວາງ ກາງ; ພ້ອມກັນນີ້ ບັນດາຂະແໜງການທີ່ກ່ຽວ ຂ້ອງໄດ້ຮ່ວມລົງນາມ ເປັນຕົ້ນແມ່ນ: ວຽກງານປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມລຽບຊາຍແດນ; ວຽກງານຮ່ວມມືທາງດ້ານການຂົນສົ່ງສາກົນທາງບົກແບບສະດວກ, ວຽກງານການປ້ອງກັນ ແລະ ຄວບຄຸມອັກຄີໄພ, ຄວບຄຸມສັດຕູ ພືດປ່າໄມ້ ແລະ ທົ່ງຫຍ້າ.
ພາບ-ຂ່າວ: ແສງຄຳ ສາລີວັນ