ພະແນກກະສິກໍາ ແລະ ປ່າໄມ້ ສົມທົບກັບອົງການປົກຄອງເມືອງໄຊທານີ ຈັດພິທີເປີດຂະບວນການວັນຊົນລະປະທານແຫ່ງຊາດ 3 ພະຈິກ ວັນສັກຢາກັນພະຍາດສັດແຫ່ງຊາດ 11 ພະຈິກ ຕິດພັນກັບການນໍາໃຊ້ກົນຈັກເຂົ້າໃນການຜະລິດ ການໃສ່ຝຸ່ນ ແລະ ການໄຖກົບຕໍເຟືອງ ລະດູ ແລ້ງ ສົກປີ 2024-2025 ທີ່ສູນສົ່ງເສີມກະສິກໍາທົບຮາບ -ທ່າງ່ອນ ເມືອງໄຊທານີ, ນະຄອນ ຫຼວງວຽງຈັນ ວັນທີ 8 ພະຈິກ 2024.
ຈຸດປະສົງເພື່ອເປັນການສ້າງຂະບວນການຢ່າງກ້ວາງຂວາງ ເພື່ອເປີດນໍ້າເຂົ້າໃຊ້ໃນການຜະລິດລະດູແລ້ງ ຂອງທຸກໆປີ ໃຫ້ແກ່ພໍ່ແມ່ ປະຊາຊົນຜູ້ທຳການຜະລິດ ນໍາໃຊ້ນໍ້າໃຫ້ມີປະສິດຕິຜົນສູງ ສຸດຮັບປະກັນການຜະລິດໃຫ້ເຕີບໃຫຍ່ ຂະຫຍາຍຕົວທາງດ້ານປະລິມານ ແລະ ທາງດ້ານຄຸນນະພາບ ສາມາດຕອບສະໜອງທາງດ້ານສະບຽງອາຫານໃຫ້ແກ່ສັງຄົມໄດ້ພຽງພໍ ແລະ ສຸມໃສ່ການ ສັກ ຢາປ້ອງກັນພະຍາດສັດລ້ຽງຂອງພໍ່ແມ່ປະຊາຊົນ ການດູແລບົວລະບັດຮັກ ສາສັດລ້ຽງ ການສົ່ງເສີມສັດລ້ຽງຂອງກຸ່ມລ້ຽງ ສັດໃຫ້ຫຼາຍຂື້ນ ເພື່ອເປັນການສ້າງ ເງື່ອນໄຂຕອບສະໜອງສະ ບຽງອາຫານຊຸກຍູ້ສົ່ງເສີມການຜະລິດພາຍໃນທົດແທນການນໍາເຂົ້າ ແລະ ເພື່ອ ການຕ້ານ ແລະ ສະກັດກັ້ນການລະບາດຂອງພະ ຍາດສັດທີ່ອາດຈະເກີດຂຶ້ນຕາມລະດູການ ທັງ ເປັນ ການສ້າງຂະບວນການຕ້ານແລ້ງ-ຕ້ານຖ້ວມຂອງ ເມືອງໄຊທານີ ໃນໄລຍະຜ່ານມາໄດ້ສຸມໃສ່ບັນຫາໃນຂົງ ເຂດກະສິກຳ ແລະ ປ່າໄມ້.
ເຂົ້າຮ່ວມໃນການຄັ້ງນີ້ມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຂອງນະຄອນວາງວຽງຈັນ ທ່ານ ແສງອາລຸນ ສຸລິ ຍະວົງ ຫົວ ໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງໄຊທານີ, ພ້ອມດ້ວຍຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້, ບັນດາຫົວໜ້າພະແນກການຫ້ອງການ, ນາຍບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ທີ່ມາ: ວຽງຈັນໃໝ່






