ທ່ານ ບຸນວັນ ຈະສົ່ວເກົ້າ ຮອງປະທານ ອົງການກວດກາລັດນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານກວດກາປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາ ຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 19 ທັນວາ 2024. ທ່ານໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານໃນປີ 2024 ໄດ້ເພີ່ມທະວີການນໍາພາ-ຊີ້ນຳສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ຮອບດ້ານໃນຂົງເຂດວຽກງານກວດກາພັກ-ລັດ, ສອດຄ່ອງກັບເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV, ຍົກສູງ ການນຳພາອັນເຂັ້ມແຂງຂອງການຈັດຕັ້ງພັກ ເພື່ອຮັບປະກັນໃຫ້ທົ່ວລະບົບການເມືອງຢູ່ແຕ່ລະຂັ້ນເຄື່ອນໄຫວຢ່າງມີປະສິດທິພາບ ແລະ ມີປະສິດທິຜົນເປັນກ້າວໆ. ໄດ້ສໍາເລັດການປັບປຸງພາລະບົດບາດວຽກງານກວດກາລັດ ແລະ ກົງຈັກການຈັດຕັ້ງ ຂອງຄະນະກວດກາພັກ, ອົງການກວດກາລັດ ນະຄອນຫຼວງວຽງຈັນ.
ວຽກງານຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ ໄດ້ຮັບຕ້ອນປະຊາຊົນມາພົບທັງໝົດ 105 ເທື່ອຄົນ, ມີຄໍາຮ້ອງ ຈໍານວນ 80 ສະບັບ, ສ່ວນຫຼາຍແມ່ນພົວພັນເຖິງສິດນໍາໃຊ້ທີ່ດິນ, ຂໍ້ຂັດແຍ່ງທີ່ດິນ, ການຂໍຄ່າຊົດເຊີຍທີ່ດິນທີ່ຖືກໂຄງການ, ບໍ່ພໍໃຈຕໍ່ຄໍາຕັດສິນຂອງສານ.
ວຽກງານຕິດຕາມ, ກວດກາບໍລິຫານລັດ ໄດ້ຕິດຕາມ ການປັບປຸງກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນ ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຮ່ອມ ໃນຈໍານວນ 25 ເສັ້ນ ທາງ ; ວຽກຄຸ້ມຄອງທີ່ດິນລັດ ມີຕອນດິນລັດ 8,765 ຕອນ, ເນື້ອທີ່ 36,400,488 ຕາແມັດ; ວຽກຈັດເກັບລາຍຮັບ-ລາຍຈ່າຍ ສາມາດປະຕິບັດ 88,08%; ວຽກພະລັງງານ-ບໍ່ແຮ່: ອະນຸຍາດ 80 ຫົວໜ່ວຍ, ບໍລິມາດຂຸດຄົ້ນ 214.170 ແມັດກ້ອນ.ໄດ້ຕິດຕາມ, ກວດກາ ໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບລົງມາ ຈໍານວນ 44 ໂຄງການ ຂອງ 26 ພາກສ່ວນ ປັດຈຸບັນ ຢູ່ໃນຂັ້ນຕອນການດຳເນີນການກວດກາ ແລະ ເກັບກຳຂໍ້ມູນ. ໄດ້ຕິດຕາມການຄຸ້ມຄອງນຳໃຊ້ທີ່ດິນ, ການສະເໜີຂໍຫັນສິດໃຊ້ທີ່ດິນລັດມາເປັນສິດນຳໃຊ້ບຸກຄົນ ແລະ ການຂໍອະນຸຍາດສິດໃຊ້ທີ່ດິນລັດ ຢູ່ຂັ້ນນະຄອນຫຼວງວຽງຈັນ ລວມທັງໝົດ 13 ຕອນ; ໃນນີ້ ຂໍຫັນສິດໃຊ້ທີ່ດິນລັດມາເປັນສິດນຳໃຊ້ບຸກຄົນ ຈຳນວນ 05 ຕອນ, ການຂໍອະນຸຍາດສິດໃຊ້ທີ່ດິນລັດ 06 ຕອນ ແລະ ອີກຈໍານວນ 02 ຕອນຢູ່ໃນຂັ້ນຕອນຂໍຄໍາເຫັນຂອງຂັ້ນເທິງ.
ສໍາລັບວຽກງານຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ. ທ່ານໃຫ້ຮູ້ວ່າ: ປີ 2024 ໄດ້ຮັບເອກະສານຄຳຮ້ອງ-ຄຳສະເໜີ 09 ສະບັບ, ຄ້າງປີຜ່ານມາ 27 ສະບັບ (ລວມທັງໝົດ 36 ສະບັບ) ພົບເຫັນຄວາມເສຍຫາຍທັງໝົດ ເປັນເງິນ ຈໍານວນ220.000 ໂດລາສະຫະລັດ, 1.707.342.000 ກີບ, ພົວພັນກັບ 31 ເປົ້າໝາຍ, ຖືກວິໄນ ຍົກຍ້າຍ ແລະ ປົດຕຳແໜ່ງ 03 ຄົນ, ຄຳຮ້ອງ-ຄໍາສະເໜີພົ້ນເດັ່ນສ່ວນຫຼາຍແມ່ນການສວຍໃຊ້ໜ້າທີ່ຕຳແໜ່ງ, ການປະຕິບັດໜ້າທີ່ບໍ່ຖືກຕ້ອງຕາມກົດໝາຍ, ເອົາທີ່ດິນລັດໃຫ້ບຸກຄົນ ແລະ ການຂາຍດິນລັດ.
ຂໍ້ມູນຈາກ: ໜັງສືພິມເສດຖະກິດ-ການຄ້າ



