ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນຫລວງວຽງຈັນ ຄືຕະຫລາດສົ່ງອອກພືດຜັກຕົ້ນຕໍຂອງແຂວງຊຽງຂວາງ

Nov 1, 2024

ປັດຈຸບັນ, ແຂວງຊຽງຂວາງ ສາມາດຜະລິດພືດຜັກ ເຊັ່ນ: ຜັກ ກາດຂາວ, ກະລໍາປີ, ໝາກເຜັດ, ໝາກຖົ່ວ ແລະ ພືດຜັກຊະນິດອື່ນໆ ໄດ້ເກີນຄວາມຕ້ອງການບໍລິໂພກພາຍໃນແຂວງ ແລະ ສາ ມາດສົ່ງອອກຂາຍຢູ່ແຂວງອື່ນ ໂດຍມີນະຄອນຫລວງວຽງຈັນ ໂດຍສະເພາະຕະຫລາດລາວ ເປັນຕະຫລາດຮອງຮັບສໍາຄັນ, ເຫລືອນັ້ນ ແມ່ນສົ່ງອອກບັນດາແຂວງໃກ້ຄຽງ ເຊັ່ນ: ຫລວງພະບາງ, ໄຊສົມບູນ ແລະ ບໍລິຄໍາໄຊ.
ທ່ານ ສົມສະໝອນ ຜະລິຈັນ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ໃຫ້ສໍາພາດຜ່ານລາຍ ການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັັນທີ 30 ຕຸລາ 2024 ວ່າ: ພືດຜັກທີ່ແຂວງຊຽງຂວາງ ສົ່ງມານະຄອນ ຫລວງວຽງຈັນ ສະເພາະລະດູຝົນ ປະມານ 30-50 ໂຕນ/ມື້ ແລະ ລະດູແລ້ງ ປະມານ 70-80 ໂຕນ/ມື້. ປັດຈຸບັນ ຊາວກະສິກອນ ພາຍໃນແຂວງມີຄວາມກະຕືລືລົ້ນຫລາຍໃນການຜະລິດກະສິກໍາ ເນື່ອງຈາກຕະ ຫລາດມີຄວາມຕ້ອງການສູງ, ໃນນີ້ ພະແນກກະສິ ກໍາ ແລະ ປ່າໄມ້ແຂວງ ໄດ້ສຸມໃສ່ແນະນໍາຊາວກະສິກອນຜະລິດກະສິກໍາສະ ອາດເປັນຕົ້ນຕໍ ເພື່ອໃຫ້ໄດ້ລາຄາ ແລະ ເປັນທີ່ຕ້ອງ ການສູງໃນຕະຫລາດ.
ທ່ານກ່າວຕື່ມວ່າ: ເພື່ອເຮັດໃຫ້ການຜະລິດກະສິກໍາຢູ່ແຂວງຊຽງຂວາງນັບມື້ເພີ່ມຂຶ້ນ, ປັດຈຸບັນ ພວມຫາວິທີເຂົ້າຫາບັນດາໂຮງແຮມ ແລະ ຮ້ານອາຫານໃຫຍ່ຢູ່ໃນນະຄອນຫລວງວຽງຈັນ ໃຫ້ຫລາຍຂຶ້ນກວ່າເກົ່າ ຈາກນັ້ນຈິ່ງຈະວາງແຜນປູກຮ່ວມກັບຊາວກະສິກອນພາຍໃນແຂວງ ເຊິ່ງໃນໄລຍະຜ່ານມາເຄີຍຈັດຝຶກອົບ ຮົມກ່ຽວກັບການຜະລິດເປັນສິນຄ້າໃຫ້ຊາວກະສິກອນມາແລ້ວຫລາຍຄັ້ງ.