ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນຫລວງວຽງຈັນ ວາງຄາດໝາຍຈະເປັນເຈົ້າຫລຽນຄໍາ 6 ສະໄຫຊ້ອນໃນງານມະຫະກຳນັກຮຽນມັດທະຍົມສຶກສາທົ່ວປະເທດ

Dec 16, 2024

ທ່ານ ຫົງແກ້ວ ທຳມະວົງ ຫົວໜ້າຂະແໜງກິລາກາຍະກຳ ຫົວໜ້ານຳພານັກກິລານະຄອນຫລວງວຽງຈັນ ໃຫ້ສຳພາດວ່າ: ນະຄອນຫລວງວຽງຈັນສົ່ງຄະນະນໍາຄູຝຶກເເລະນັກກິລາ ເຂົ້າຮ່ວມງານມະຫະກຳນັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ 7 ທີ່ແຂວງສາລະວັນ ເປັນເຈົ້າພາບ ທັງໝົດ 200 ກວ່າຄົນໂດຍວາງຄາດໝາຍ ຈະເປັນເຈົ້າຫລຽນຄໍາ 6 ສະໄໝ.
ສຳລັບກິລາທີ່ຄວາມຫວັງ ໄດ້ຫລຽນຄຳຫລາຍທີ່ສຸດ ແມ່ນກິລາແລ່ນ-ລານເພາະໃນການເເຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງຜ່ານມາຢູ່ເເຂວງບໍລິຄໍາໄຊ ສາມາດຍາດໄດ້ຫລຽນຄໍາຫລາຍກວ່າກິລາປະເພດອື່ນໆ.
ຂ່າວ : ເດດອາລຸນ.