ນະຄອນຫລວງວຽງຈັນ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມເວທີເຈົ້ານະຄອນອາຊຽນໃນວັນທີ 19 ກັນຍາ 2024, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ດຣ. ນາງ ເບີນາເດຍ ອີຣາວາດີ ຈັນດຣາເດລີ, ປະທານອົງການ ແລະ ເລຂາທິການຂອງອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີປາຊີຟິກ ມີບັນດາຄະນະຜູ້ແທນນະຈາກຄອນຫລວງປະເທດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມຂອງບັນດາຄະນະຜູ້ແທນນະຄອນຫລວງປະເທດສະມາຊິກອາຊຽນ ຊຶ່ງສະແດງໃຫ້ເຫັນການສະໜັບສະໜູນ ແລະ ຄວາມພ້ອມທີ່ຈະປະຕິບັດນະໂຍບາຍການເຊື່ອມໂຍງອາຊຽນ ໃນພາກທ້ອງຖິ່ນຂອງອາຊຽນ, ພ້ອມດຽວກັນນັ້ນ ກໍສະແດງໃຫ້ເຫັນວ່າການປຶກສາຫາລືແລກ ປ່ຽນບົດຮຽນ ລະຫວ່າງນະຄອນນຳກັນກໍມີຜົນປະໂຫຍດໂດຍກົງ ໃຫ້ບັນດານະຄອນອາຊຽນເຊັ່ນກັນ. ກອງປະຊຸມເວທີເຈົ້ານະຄອນອາຊຽນ ຜ່ານມາມີຜົນສຳເລັດເປັນຢ່າງດີ ເຮັດ ໃຫ້ບັນດານະຄອນຫລວງປະເທດສະມາຊິກອາຊຽນໄກ້ຊິດກັນຫຼາຍຂຶ້ນ, ໄດ້ມີການແລກປ່ຽນບົດຮຽນນຳກັນ ໃນດ້ານຕ່າງໆທີ່ພົວພັນເຖິງນະໂຍບາຍ 3 ເສົາຄໍ້າຂອງການເຊື່ອມໂຍງອາຊຽນ ເຊັ່ນ: ການພັດທະນາຕົວເມືອງຕາມທິດຢືນຍົງ, ການແກ້ໄຂບັນກາລົດຕິດ, ການສ້າງຕົວເມືອງສີຂຽວ, ການທ່ອງທ່ຽວ ແລະ ອຸດສາຫະກຳທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທໍາອື່ນໆ. ສໍາລັບກອງປະຊຸມເວທີເຈົ້ານະຄອນອາຊຽນຄັ້ງນີ້ ດຳເນີນພາຍໃຕ້ຄຳຂັວນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນ, ຊຶ່ງປະກອບມີ 5 ຫົວຂໍ້ຄື: ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ; ການທ່ອງທ່ຽວສີຂຽວ; ການພັດທະນາເສດຖະກິດແບບຍືນຍົງ; ຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ ແລະຄວາມເຂັ້ມແຂງທຶນທານຕໍ່ການປ່ຽນແປງສະພາບອາກາດ ເພື່ອສືບຕໍ່ຮ່ວມກັນພັດທະນານະຄອນຫລວງຂອງບັນດາປະເທດສະມາຊິກອາຊຽນ ໃຫ້ມີຄວາມຍືນຍົງໃນຕໍ່ໜ້າ.
ສໍາລັບກອງປະຊຸມເວທີເຈົ້ານະຄອນອາຊຽນ ທີ່ມີພາສາອັງກິດ ASEAN Mayors Forum (AMF) ແມ່ນກອງປະຊຸມທີ່ຈັດຂຶ້ນໂດຍອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີກ (UCLG ASPAC) ຊຶ່ງໄດ້ຈັດຂຶ້ນຄັ້ງທໍາອິດໃນປີ 2011 ເປັນເວທີໃຫ້ບັນດານະຄອນອາຊຽນ ເຂົ້າຮ່ວມ ເພື່ອມາແລກປ່ຽນບົດຮຽນໂດຍຜ່ານການປຶກສາຫາລືຈາກບັນດາຜູ້ນໍາ ແລະ ຊ່ຽວຊານຈາກປະເທດຕ່າງໆໃນທົ່ວໂລກ. ສະເພາະ ສປປ ລາວ ກໍ່ຈະມີ: ນະຄອນຫຼວງວຽງຈັນ, ນະຄອນຫຼວງພະບາງ, ນະຄອນໄກສອນ ແລະ ນະຄອນປາກເຊ. ນອກນັ້ນ ກໍ່ຈະມີບັນດາອົງການຕ່າງໆທີ່ເຮັດວຽກກ່ຽວກັບການພັດທະນາຕົວເມືອງ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ເປັນຕົ້ນແມ່ນສະມາຄົມເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ (AIMF).





