ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນຫລວງວຽງຈັນ ເນັ້ນສົ່ງເສີມການຜະລິດທີ່ໄດ້ມາດຕະຖານ

Dec 18, 2024

ທ່ານ ນາງວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ (ອຄ.ນວ) ໄດ້ຂຶ້ນລາຍງານ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 17 ທັນວາ 2024 ວ່າ: ນະຄອນຫລວງວຽງຈັນ ໄດ້ເອົາໃຈໃສ່ ການສົ່ງເສີມການຜະລິດພາຍໃນ ໂດຍໄດ້ລົງຊຸກຍູ້ສົ່ງເສີມການຜະລິດ ປະເພດອາຫານ, ເຄື່ອງດື່ມ ແລະ ອຸປະກອນກໍ່ສ້າງ ໃຫ້ໄດ້ມາດຕະຖານ ISO ແລະ ມາດຕະຖານ GMP ເປັນຕົ້ນ ໂຮງງານຂ້າສັດທັນສະໄໝດອນດູ່, ໂຮງງານນໍ້າດື່ມໂຊນາ.
ນອກນັ້ນ ຍັງໄດ້ສົ່ງເສີມໂຮງງານທີ່ມີການຜະລິດຂະໜາດນ້ອຍ ຜະລິດແບບຄອບຄົວ, ປະຖົມປະຖານ (ດ້ວຍມື) ຫັນມານໍາໃຊ້ເຄື່ອງຈັກ ເຂົ້າໃນການຜະລິດ, ໃນປີ 2024 ໄດ້ລົງຊຸກຍູ້ສົ່ງເສີມຫົວໜ່ວຍວິສາຫະກິດ 120 ຫົວໜ່ວຍ, ມີໂຮງງານທີ່ເປີດດຳເນີນກິດຈະການໃໝ່ໃນປີ 2024 ມີ 20 ໂຮງງານ, ຄາດຄະເນມູນຄ່າລວມຈາກການຜະລິດ 52.760.000.000 ກີບ, ໂຮງງານໃຫ່ຍທີ່ດຳເນີນໃໝ່ ແມ່ນໂຮງງານຜະລິດອົກຊີເຈນ, ອາຊິຕິແລນ ສາມາດຜະລິດ ແລະ ສະໜອງພາຍໃນພຽງພໍ.
Cr: ເສດຖະກິດ-ການຄ້າ