ນະຄອນຫຼວງປັກກິ່ງ ດຶງດູດນັກທ່ອງທ່ຽວທົ່ວໂລກມາສໍາຜັດເມືອງປະຫວັດສາດດ້ວຍການບໍລິການທັນສະໄໝ

ນະຄອນຫຼວງປັກກິ່ງຂອງຈີນ ໄດ້ຮັບເລືອກໃຫ້ເປັນ 1 ໃນເມືອງທ່ອງທ່ຽວທີ່ດີທີ່ສຸດໃນໂລກປີ 2026 ຈາກວາລະສານ National Geographic ເຊິ່ງເປັນເມືອງດຽວຂອງຈີນທີ່ໄດ້ຮັບເລືອກໃນປີດັ່ງກ່າວ ຍ້ອນຄວາມໂດດເດັ່ນທັງໃນດ້ານປະຫວັດສາດອັນຍິ່ງໃຫຍ່, ມໍ ລະດົກທາງວັດທະນະທຳທີ່ລ້ຳຄ່າ ແລະ ກິດຈະກຳການທ່ອງທ່ຽວທີ່ໜ້າຕື່ນເຕັ້ນ.

National Geographic ລະບຸບວ່າ: “ປັກກິ່ງມອບປະສົບການໃໝ່ໃຫ້ແກ່ນັກທ່ອງທ່ຽວໃນການເດີນທາງສໍາຫຼວດເມືອງຫຼວງທີ່ອຸດົມສົມບູນທາງດ້ານວັດທະນະທໍາ, ເລີ່ມຕົ້ນຈາກເສັ້ນແກນກາງປັກກິ່ງທີ່ເປັນມໍລະດົກໂລກອາຍຸ 700 ກ່ວາປີ, ມີຄວາມຍາວ 7,8 ກິໂລ ແມັດ, ທີ່ລຽງຕິດຕໍ່ກັນດ້ວຍຕຶກອາຄານສຳນັກງານ, ບູຮານສະຖານ ແລະ ສວນດັ້ງເດີມ. ສະແດງໃຫ້ເຫັນເຖິງຜັງເມືອງຈີນບູຮານທີ່ໜ້າອັດສະຈັນ. ຫລ້າສຸດ, ເສັ້ນທາງນີ້ຍັງມີລົດ ເມນໍາທ່ຽວສາຍໃໝ່ທີ່ຊ່ວຍໃຫ້ການເຂົ້າຢ້ຽມຊົມສະຖານທີ່ສຳຄັນຕ່າງໆ ເຊັ່ນ: ຫໍສັກກາລະຟ້າທຽນຖານ, ສະໜາມຫຼວງທຽນອັນເໝິນ ແລະ ພະລາຊະວັງຕ້ອງຫ້າມ ສະດວກສະບາຍຂຶ້ນ. ດ້ວຍນະໂຍບາຍຍົກເວັ້ນວີຊາ, ລະ ບົບລົດໄຟໃຕ້ດິນທີ່ຮອງຮັບບັດເຄຣດິດຕ່າງປະ ເທດ ແລະ ແອັບພລິເຄຊັນທີ່ຮອງຮັບພາສາອັງກິດ, ການເດີນທາງໃນຈີນຈຶ່ງສະດວກສະ ບາຍກວ່າເກົ່າຫຼາຍເທົ່າ. ນີ້ແມ່ນປະສົບການທີ່ຜະສົມປະສົບປະຫວັດສາດຫຼາຍພັນປີເຂົ້າກັບຄວາມທັນສະໄຫມຢ່າງກົມກຽວ”

ປັດຈຸບັນ, ນະຄອນຫຼວງປັກກິ່ງເດີນໜ້າຍົກລະດັບການທ່ອງທ່ຽວດ້ວຍແຜນບໍລິການນັກທ່ອງທ່ຽວຕ່າງປະເທດແບບຄົບວົງຈອນ ໂດຍມີການພັດທະນາໂຄງສ້າງພື້ນຖານໃນຕົວເມືອງ, ການອອກແບບເມືອງທີ່ເປັນມິດຕໍ່ນັກທ່ອງທ່ຽວ ແລະ ການສ້າງປະສົບການທ່ອງ ທ່ຽວຮູບແບບໃໝ່ທີ່ຕອບໂຈດຍຸກດິຈິຕອນຕາມແຜນຍຸດທະສາດຂອງລັດຖະບານຈີນທີ່ຕ້ອງການຂັບເຄື່ອນນະຄອນຫຼວງປັກກິ່ງໃຫ້ກາຍເປັນ “ເມືອງທ່ອງທ່ຽວລະດັບໂລກ” ໃນອີກບໍ່ດົນຕໍ່ໜ້າ.

ໃນການປະຊຸມພັດທະນາການທ່ອງທ່ຽວຂາເຂົ້ານະຄອນຫຼວງປັກກິ່ງ ປີ 2025 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ນະຄອນຫຼວງປັກກິ່ງໄດ້ປະກາດແຜນພັດທະນາການບໍລິການນັກທ່ອງທ່ຽວຕ່າງປະເທດ, ຕັ້ງແຕ່ລະບົບຂໍ້ມູນ, ຂ່າວສານການເດີນທາງ ແລະ ການບໍລິການການເງິນ ເພື່ອແກ້ໄຂບັນຫາທີ່ນັກທ່ອງທ່ຽວຕ່າງປະເທດປະສົບ ເຊັ່ນ: ການຊຳລະເງິນ, ການເດີນທາງ ແລະ ການສື່ສານໃນເມືອງໃຫຍ່. ນອກຈາກນີ້, ຍັງມີແຜນປັບປຸງລະບົບຕ້ອນຮັບນັກທ່ອງທ່ຽວຕາມຈຸດຕ່າງໆ ເຊັ່ນ: ສະໜາມບິນສາກົນ, ລົດໄຟໃຕ້ດິນ, ສູນບໍລິການຂໍ້ມູນ ແລະ ເຂດທ່ອງທ່ຽວຕົ້ນຕໍ.


ການພັດທະນາການບໍລິການສຳລັບນັກທ່ອງທ່ຽວຕ່າງປະເທດ ເຊັ່ນ: ທີ່ສະໜາມບິນປັກກິ່ງ ມີການຈັດຕັ້ງໃຫ້ມີສູນກາງຊໍາລະເງິນທີ່ສະໜາມບິນສຳລັບນັກທ່ອງທ່ຽວຕ່າງປະ ເທດ ເພື່ອໃຫ້ສາມາດເປີດການບໍລິການ E-wallet ໃນຈີນ, ໃຊ້ບັດເຄຣດິດຕ່າງປະເທດ ຫຼື ແລກປ່ຽນເງິນດິຈິຕອນໄດ້ໃນບ່ອນດຽວ. ນອກຈາກນີ້, ລະບົບຂົນສົ່ງມວນຊົນ, ມີການຈັດລະບົບ Tap-to-Go ເພື່ອໃຫ້ນັກທ່ອງທ່ຽວຕ່າງປະເທດສາມາດຈ່າຍຄ່າໂດຍສານດ້ວຍບັດ ເຄຣດິດ ໂດຍບໍ່ຕ້ອງດາວໂຫລດແອັບພລິເຄຊັນຈີນ ເພື່ອຊ່ວຍຫຼຸດຜ່ອນອຸປະສັກດ້ານເຕັກໂນໂລຊີທີ່ເຄີຍເປັນບັນຫາຂອງການທ່ອງທ່ຽວຈີນໃນອະດີດ.

ນະຄອນຫຼວງປັກກິ່ງ ຍັງກຽມເປີດເຂດທຸລະກິດທີ່ເປັນມິດກັບນັກທ່ອງທ່ຽວ ເພື່ອຮອງຮັບຮ້ານຄ້າ, ຮ້ານອາຫານ, ແລະ ການບໍລິການທີ່ສາມາດສື່ສານໄດ້ຫຼາຍພາສາ ໂດຍສະເພາະໃນເຂດທີ່ມີນັກທ່ອງທ່ຽວຕ່າງປະເທດຈຳນວນຫຼາຍ. ນອກຈາກນີ້, ປີໜ້າ, ປັກກິ່ງຍັງມີໂຄງການຈັດກິດຈະກຳທ່ອງທ່ຽວຕອນຄ່ຳຄືນ (Night Tour Economy) ເພື່ອດຶງດູດນັກທ່ອງທ່ຽວທີ່ຊອກຫາແບບຊີວິດໃນຕອນຄ່ຳຄືນ ໂດຍເສັ້ນທາງຍອດນິຍົມ ເຊັ່ນ: ເສັ້ນ ທາງແມ່ນໍ້າຫຼຽງໝ່າ ໄດ້ຮັບການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽຍຕອນກາງຄືນທີ່ສວຍງາມທີ່ສຸດແຫ່ງໜຶ່ງຂອງເມືອງ, ພ້ອມກິດຈະກຳລ່ອງເຮືອ, ຊົມແສງສີ ແລະ ພື້ນທີ່ພັກຜ່ອນທີ່ຖືກອອກແບບໃໝ່ໃຫ້ທັນສະໄໝກວ່າເກົ່າ.

ທັງໝົດນີ້ ເຮັດໃຫ້ “ນະຄອນຫຼວງປັກກິ່ງ” ມີຄວາມພ້ອມທີ່ຈະກ້າວໄປສູ່ເມືອງທ່ອງທ່ຽວລະດັບໂລກທີ່ລໍຖ້າຕ້ອນຮັບນັກທ່ອງທ່ຽວຈາກທົ່ວໂລກດ້ວຍເຕັກໂນໂລຊີທັນສະໄໝ, ລະບົບຂົນສົ່ງ, ການບໍລິການທີ່ທັນສະໄໝແບບບໍ່ມີຮອຍຕໍ່ ເພື່ອໃຫ້ນັກທ່ອງທ່ຽວໄດ້ສຳຜັດເມືອງທີ່ເຕັມໄປດ້ວຍມົນສະເໜ່ປະຫວັດສາດເກົ່າແກ່ນັບພັນປີຢ່າງປະທັບໃຈ, ໄດ້ມາແລ້ວບໍ່ມີມື້ຫຼົງລືມ, ໄດ້ມາແລ້ວຢາກມາອີກ ເຊິ່ງຈະເຮັດໃຫ້ນະຄອນຫຼວງປັກກິ່ງກາຍເປັນຈຸດໝາຍປາຍທາງແຫ່ງການທ່ອງທ່ຽວລະດັບໂລກທີ່ດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວຈີນນັບມື້ຫຼາຍຂຶ້ນເລື້ອຍໆ.


