ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນຫຼວງພະບາງ ຮັບພາຫະນະ ແລະເຄື່ອງມືຮັບໃຊ້ວຽກງານຊັບພະຍາກອນນໍ້າແລະ ອຸຕຸນິຍົມ

Nov 18, 2024

ວັນທີ 15 ພະຈິກ 2024 ນີ້ ໂຄງການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະການປັບຕົວບົນພື້ນຖານລະບົບນິເວດ ໃນອ່າງຮັບນ້ຳເຊບັ້ງຫຽງ ແລະເທດສະ ບານ ນະຄອນຫຼວງພະບາງ ໄດ້ຈັດພິທີມອບ-ຮັບພາຫະນະ (ລົດຈັກ), ເຄື່ອງມືວັດ ແທກຄຸນນະພາບນ້ຳ ແລະ ລະດັບນ້ຳໃຕ້ດີນໃຫ້ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງຫຼວງພະບາງ ແລະ ນະຄອນຫຼວງພະບາງ.
ໂຄງການດັ່ງກ່າວ ຈັດຕັ້ງປະຕິບັດຢູ່ 2 ແຂວງ ຄື: ແຂວງ ສະຫວັນນະເຂດ ມີທັງ ໝົດ 5 ເມືອງ, 15 ບ້ານ ແລະ ແຂວງ ຫຼວງພະບາງ ສະເພາະພາຍໃນນະຄອນຫຼວງພະບາງ ມີ 5 ບ້ານ. ຈຸດປະສົງຂອງໂຄງການແນ່ໃສ່ແກ້ໄຂບັນຫາສະພາບນໍ້າຖ້ວມພາຍໃນຕົວເມືອງ, ການປູກຈິດສຳນຶກ ໃນການປົກປັກຮັກສາ ແລະ ການແກ້ໄຂບັນ ຫາດ້ານສິ່ງແວດລ້ອມ.
ສໍາລັບໃນນະຄອນຫຼວງພະບາງ ໂຄງການນີ້ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດເລີ່ມແຕ່ປີ 2022 ເປັນຕົ້ນມາ ໄດ້ຄັດເລືອກເອົາ 5 ບ້ານ ຄື: ບ້ານ ນາສ້າງເຫວີຍ, ນາຫຼວງ, ນາສຳພັນ, ທາດຫຼວງ ແລະ ບ້ານ ພູຊ້າງຄຳ ມີກຳນົດເວລາ 3 ປີ ເລີ້ມແຕ່ປີ 2024 – 2026 ແຜນກິດຈະກຳໃນປີ 2024 ປະກອບມີ: ສ້າງແຜນນໍາໃຊ້ທີ່ດິນ ນະຄອນ ຫຼວງພະບາງ 5 ບ້ານ, ຄຸ້ມຄອງປ່າຍອດນໍ້າຫຼວງພະບາງ 3 ບ້ານ ແລະ ໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບການຄຸ້ມຄອງໄພນໍ້າຖ້ວມ ແລະ ການປັບຕົວບົນພື້ນຖານລະບົບນິເວດໃຫ້ແກ່ຊຸມຊົນ ແລະ ພາກເອກະຊົນໃນນະຄອນຫຼວງພະບາງ 5 ບ້ານ.
ສຳລັບການມອບຄັ້ງນີ້ມີພາຫະນະ (ລົດຈັກ) 2 ຄັນ, ເຄື່ອງມືວັດແທກຄຸນນະພາບນ້ຳ ແລະ ລະດັບນ້ຳໃຕ້ດີນ 2 ຊຸດ ລວມມູນຄ່າ 221 ລ້ານກວ່າກີບ ເພື່ອນໍາໃຊ້ເຂົ້າໃນການເຄືອນໄຫວວຽກງານໂຄງການ ຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ ໃນອ່າງຮັບນ້ຳເຊບັ້ງຫຽງ ແລະ ນະ ຄອນຫຼວງພະບາງ, ມອບໂດຍທ່ານ ພອນໄຊ ສິມມາລາວົງ ຮອງຫົວໜ້າກົມຊັບພະ ຍາກອນນ້ຳ ແລະທ່ານ ວິໄລທອງ ມະນີວອນ ຮອງເຈົ້ານະຄອນຫຼວງພະບາງ, ທ່ານ ຄັດຕິຍະ ວັນນະສັກ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດ ລ້ອມແຂວງຕາງໜ້າຮັບ ໂດຍມີຜູ້ຮັບຜິດຊອບໂຄງການຂັ້ນແຂວງ ແລະນະຄອນເຂົ້າຮ່ວມ ເປັນສັກຂີພະຍານ. ໃນຕໍ່ໜ້າຕາມແຜນຂອງ ໂຄງການໂອກາດຕໍ່ໄປຍັງຈະໄດ້ມອບຄອມພິວເຕິ ແລະ ໃຊ້ຫ້ອງການຕື່ມ 2 ຊຸດ.
May be an image of 9 people, motorcycle, scooter and text