ພາຍຫຼັງເກີດສະພາບໄຟໄໝ້ສະໜາມຂີ້ເຫຍື້ອບ້ານຫຼັກແປດ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໃນຕອນແລງຂອງວັນທີ 2 ມີນາ 2025. ຄະນະຮັບຜິດ ຊອບສະໜາມຂີ້ເຫຍື້ອ ໄດ້ສົມທົບກັບເຈົ້າໜ້າທີ່ມອດໄຟ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ສຸມໃສ່ການຊີດນ້ຳສະກັດກັ້ນບໍ່ໃຫ້ໄຟລາມໄປຫາຈຸດອື່ນ, ແຕ່ເນື່ອງຈາກປະລິມານຂີ້ເຫຍື້ອມີຈຳນວນຫຼາຍ ແລະສ່ວນໃຫຍາແມ່ນວັດຖຸທີ່ເປັນພາລາສະຕິກ ທັງຜ່ານການສະສົມເປັນເວລາດົນ ຈຶ່ງກາຍເປັນອາຍແກ໋ສ ເຮັດໃຫ້ກາຍ ເປັນເຊື້ອໄຟໄດ້ງ່າຍ.
ທ່ານ ດາວັນ ສີລິວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະບໍລິການຕົວເມືອງ ໃຫ້ສຳ ພາດວ່າ: ເຂດທີ່ຖືກໄຟລຸກໄໝ້ເປັນເຂດຖີ້ມຂີ້ເຫຍື້ອພາຍໃນສະໜາມຂີ້ເຫຍື້ອ ມີເນື້ອທີ່ 1.4 ເຮັກຕ່າ, ປັດຈຸບັນເຂດດັ່ງກ່າວ ແມ່ນບໍ່ມີແປວໄຟເກີດຂື້ນ ແຕ່ຍັງມີຄວັນຈາກການເຜົາໄໝ້ຂອງຂີ້ເຫຍື້ອ, ຄະນະຮັບຜິດຊອບໄດ້ສຸມໃສ່ຊີດນ້ຳ ແລະຖົມດີນ ເພື່ອບໍ່ໃຫ້ເກີດຄວັນໄຟຕື່ມ.
ມາຮອດຕອນແລງຂອງວັນທີ 5 ມີນາ ສາມາດປະຕິບັດໄດ້ 30% ຂອງບັນດາໜ້າວຽກທັງໝົດ ຄາດວ່າຈະໃຫ້ສຳເລັດພາຍໃນ 1 ອາທິດ.
ຈາກເຫດການໄຟໄໝ້ສະໜາມຂີ້ເຫຍື້ອ ບ້ານຫຼັກແປດ ນະຄອນຫຼວງພະບາງ ໄດ້ສົ່ງຜົນໃຫ້ມີຝຸ່ນຄວັນ ປົກຄຸມເປັນບໍລິເວນກວ້າງ ອາດຈະສົ່ງຜົນກະທົບຕໍ່ການດຳ ລົງຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງຂະແໜງການທີ່ກ່ຽວຂ້ອງຮຽກຮ້ອງໃຫ້ປະຊາ ຊົນຊາວນະຄອນຫຼວງພະບາງ, ລວມທັງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ພ້ອມກັນປ້ອງກັນຕົວເອງດ້ວຍການໃສ່ຜ້າປິດປາກ-ດັງ ເວລາອອກໄປນອກສະຖານ ທີ່ຢູ່ອາໄສ ເພື່ອປ້ອງກັນຝຸ່ນຄວັນມົນລະພິດ.






