ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນຫຼວງວຽງຈັນ ຈັດກິດຈະກຳວາງສະແດງຮູບພາບ-ສິນລະປະດົນຕີ ໂອກາດສະເຫລີມສະຫລອງວັນຢຶດອຳນາດ 23 ສິງຫາ ຄົບຮອບ 50 ປີ.

Aug 23, 2025

ພະແນກວັດທະນະທຳ ແລະການທ່ອງທ່ຽວ ນະຄອນຫຼວງວຽງຈັນ ຈັດງານວາງສະແດງຮູບພາບ-ສິນລະປະດົນຕີ ” ສຽງປະສານແຫ່ງຍຸກສະໄໝ ” ເພື່ອສະເຫລີມສະຫລອງວັນຍຶດອຳນາດ ວັນທີ 23 ສິງຫາ ຄົບຮອບ 50 ປີ ໃນຕອນແລງວັນທີ 22 ສິງຫາ 2025 ທີ່ຫໍວັດທະນະທໍາແຫ່ງຊາດ ມີການນໍາພັກ-ລັດ, ບັນດາທ່ານເອກອັກຄະລັດຖະທູດ, ທຸຕານຸທູດ ພ້ອມດ້ວຍມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.
ທ່ານ ນາງ ວຽງພອນ ແກ້ວຄຸນສີ ຫົວໜ້າພະແນກວັດທະນະທຳ-ທ່ອງທ່ຽວນະ ຄອນຫລວງວຽງຈັນ ມີຄໍາເຫັນວ່າ: ການສະແດງສິລະປະວັດທະນະທໍາ “ສຽງປະສານແຫ່ງຍຸກສະໄໝ ແລະ ວາງສະແດງຮູບພາບ 23 ສິງຫາ ວັນຍຶດອໍານາດ ຄົບຮອບ 50 ປີ” ມີຈຸດປະສົງ:
May be an image of monument and text May be an image of dais and text
1. ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຄື: ສະເຫຼີມສະຫຼອງມູນເຊື້ອການນໍາພາຂອງພັກ ປປ ລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ; ວັນຢຶດອໍານາດ 23 ສິງຫາ ຄົບຮອບ 50 ປີ ແລະ ກອງປະຊຸມໃຫຍ່ ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII ດ້ວຍເນື້ອໃນອຸດົມສົມບູນ, ມີບັນຍາກາດຄຶກຄື້ນ, ເຕັມໄປ ດ້ວຍຈິດໃຈສາມັກຄີຟົດຟື້ນປະຕິວັດ ພາຍໃຕ້ຮົ່ມທຸງໄຊຂອງພັກ.
2. ສົ່ງເສີມວັດທະນະທຳ ແລະ ສິລະປະດົນຕີ ໃຫ້ໄດ້ຮັບການປົກປັກຮັກສາ, ພັດທະນາ ແລະ ສືບທອດຈາກຮຸ່ນສູ່ຮຸ່ນ ໃນເວທີການສະແດງທີ່ມີຄຸນຄ່າ ເອກອ້າງພາກພູມໃຈ ກ້າວສູ່ພາກພື້ນ ແລະ ສາກົນ.
3. ສືບທອດ, ສົ່ງເສີມ, ກໍ່ສ້າງຊັບພະຍາກອນມະນຸດ-ນັກສິລະປິນ-ນັກປະດິດຄິດແຕ່ງດົນຕີ-ວິຈິດສິນໜຸ່ມ ທີ່ມີຄວາມຮູ້ຄວາມສາມາດໃຫ້ຍືນຍົງ ທັງຍົກສູງຄຸນຄ່າສິລະປິນລາວ ໂດຍສະເພາະ ທາງດ້ານດົນຕີປະສານສຽງ ຜ່ານບັນດາບົດເພງມູນເຊື້ອການປະຕິວັດ, ບົດເພັງມໍຣະດົກວຽງຈັນ ອັນມີຊີວິດຊີວາທີ່ສຸດ.
ງານຄັ້ງນີ້ ໄດ້ແບ່ງອອກເປັນ 2 ກິດຈະກໍາຍ່ອຍ ຄື:
1. ການສະແດງສິລະປະວັດທະນະທໍາ “ສຽງປະສານແຫ່ງຍຸກສະໄໝ”
2. ວາງສະແດງຮູບພາບປະຫວັດສາດ ວັນຢຶດອໍານາດ 23 ສິງຫາ ຄົບຮອບ 50 ປີ ຈັດຢູ່ 2 ຈຸດຄື: ຫໍວັດທະນະທໍາແຫ່ງຊາດ ແລະ ສວນປະຕູໄຊ ນັບແຕ່ວັນທີ 23-25 ສິງຫາ 2025.
May be an image of 13 people, clarinet, violin and text that says 'LBB မနှးသန お.りい 無雄者はん宝育限 สรงปะสาบแต่งยุกสะไพ' DY OF AN ERA" ORCHESTRA.CONCERT ORCHESTRA, CONCERT บัดเพง จำปาเิงงลาว เมื้อร้อง: ทท่าบ มะทภาพูมิ จิดตะพัง ทกำมอง: ท่าม อุตะมะ จุมละมะมิ และธรบธรงใมม่โดย: THE PIANIST VIENTIAN' May be an image of 8 people and text
May be art of 13 people May be pop art of text that says 'eserved ved The aniul ranal Vention entiAy 9,000 00 dợo 100 Hip'
May be art of 2 people, prairie gentian, globe amaranth and text May be an image of 5 people and monument
ຂ່າວ-ພາບ : ຈັນທະສອນ