ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ເຄື່ອນໄຫວຊຸກຍູ້ການຕົວແຕ່ງປະດັບປະດາຂອງບັນດາໂຮງ ແຮມ ແລະ ຮ້ານອາຫານ ເພື່ອກຽມຄວາມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປີ່ນອ້ອມທີ່ ສປປ ລາວ ຈະເປັນເຈົ້າພາບໃນເດືອນຕຸລານີ້.
ກາກາເຄື່ອນໄຫວຊຸກຍູ້ຄັ້ງນີ້ມີຂຶ້ນໃນທ້າຍເດືອນກັນຍາຜ່ານມາ ນຳໂດຍ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽຈັນ.
ຈຸດປະສົງເພື່ອແນະນຳໃຫ້ບັນດາໂຮງແຮມ ແລະ ຮ້ານອາຫານ ປະດັບປະດາ ເຮັດອະນາໄມສະຖານທີ່ ໃຫ້ບໍລິການຂອງຕົນ ໃຫ້ມີຄວາມສະອາດ ສວຍງາມ ແລະ ໃຫ້ຕິດຕັ້ງທຸງອາຊຽນ ກາຫມາຍ ASEAN 2024 ເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນ ໃນຖານະທີ່ ສປປ ລາວ ເປັນປະທານອາຊຽນ ແລະ ປີທ່ອງທ່ຽວລາວ 2024 ເພື່ອໃຫ້ຮັກສາຄຸນນະພາບຂອງການບໍລິການທີ່ດີ ບໍ່ໃຫ້ສວຍໂອກາດຂຶ້ນລາຄາການບໍລິການທີ່ພັກ, ອາຫານ- ເຄື່ອງດື່ມ ແລະ ສິນຄ້າຕ່າງໆທີ່ຈະເກີດຄວາມບໍ່ຍຸຕິທໍາຕໍ່ແຂກ ເປັນພາບພົດບໍ່ດີໃຫ້ການທ່ອງທ່ຽວລາວ ທັງເປັນການຮັກສາຄວາມ ເປັນລະບຽບຮຽບຮ້ອຍ ແລະ ຄວາມຈົບງາມຂອງລະບົບການບໍລິການ ແລະ ຄວາມສະຫງົບປອດໄພຂອງສັງຄົມ.
ການລົງເຄື່ອນໄຫວຄັ້ງນີ້ ໄດ້ລົງຊຸກຍູ້ຮ້ານອາຫານໂຣເຢິນຄິສເຊັນ ຮ້ານອາຫານປີ້ງໄກ່ນາປົ່ງ ຮ້ານອາຫານນາດາວ ໂຮງແຮມລາຊະວົງວັນດາວິສຕ້າ ໂຮງແຮມຢູເອິນ ໂຮງແຮມໂປລີ ໂຮງແຮມສຸພັດ ຕຣາລັກຊູຣີ ແລະ ອື່ນໆ ເພື່ອໃຫ້ທຸກພາກສ່ວນຈັດຕັ້ງຕົບແຕ່ງ ປະດັບດາໃຫ້ສຳເລັດກ່ອນວັນທີ 3 ຕຸລາ 2024.
ຂ່າວ: ສະບາໄພ, ວຽງຈັນໃໝ່





