ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ຈັດຕັ້ງພິທີປາຖະກະຖາແນວຄິດອັນສໍາຄັນຂອງທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ, ກ່ຽວກັບການລຶບລ້າງຄວາມທຸກຍາກໃຫ້ຖືກເປົ້າໝາຍ ໃນວັນທີ 28 ພະຈິກ 2024 ທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນ.
ເປັນກຽດປາຖະກະຖາໂດຍ ທ່ານ ຊີ ຈິນທົງ ກຳມະການສຳຮອງສູນກາງພັກກອມມູນິດຈີນ ເລຂາພັກບ້ານ-ນາຍບ້ານ 18 ຖໍ້າ ເມືອງຮວາຢວນກິ່ງ ແຂວງຫູໜານ ສປ ຈີນ, ມີທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຊີ ຈີນທົງ ໄດ້ຍົກໃຫ້ເຫັນສະພາບການພັດທະນາຂອງບ້ານ 18 ຖໍ້າບາງຕອນວ່າ: ບ້ານ 18 ຖໍ້າ ເມືອງຮົວຢວນກິ່ງ ແຂວງຫູໜານ ປະກອບມີ ເຜົ່າມົ້ງ, ເຜົ່າຖຸເຈຍຊ່ຽງຊີ ຊຶ່ງຕັ້ງຢູ່ລະຫວ່າງຖໍ້າຫີນຍ້ອຍທຳມະຊາດ 18 ຖໍ້າ ຫ່າງຈາກເທດສະບານເມືອງ 34 ກິໂລແມັດ ແລະ ຫ່າງຈາກນະຄອນສາງຊາ ເທດສະບານແຂວງ 416 ກິໂລແມັດ, ເນື້ອທີ່ດິນປູກຝັງສະເລ່ຍຕໍ່ຫົວຄົນຊາວບ້ານມີບໍ່ຮອດ 0,06 ເຮັກຕາ, ປີ 2013 ລາຍໄດ້ສະເລ່ຍຕໍ່ຄົນຕໍ່ປີມີພຽງແຕ່ 1.668 ຢວນ ບໍ່ຮອດ 1 ສ່ວນ 5 ຂອງລາຍໄດ້ສະເລ່ຍຕໍ່ຫົວຄົນ ຂອງຊາວກະສິກອນໃນທົ່ວປະເທດຈີນ ຈຶ່ງເປັນບ້ານທຸກຍາກທີ່ສຸດ, ວັນທີ 3 ພະຈິກ 2013 ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ທີ່ບ້ານສິບແປດຖໍ້າ ເພື່ອເກັບກຳສະພາບການຜະລິດ ແລະ ການດໍາລົງຊີວິດ ຂອງປະຊາຊົນຢູ່ເຂດພູດອຍທີ່ທຸກຍາກ. ຈາກນັ້ນກໍໄດ້ໃກ້ຊິດຕິດແທດກັບຄວາມເປັນຈິງ, ເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ, ຊີ້ນໍາຕາມທຸກປະເພດ ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ ໂດຍຖືເອົາ 5 ອຸດສາຫະກຳໃຫຍ່ຄື: ການປູກຝັງ, ການປັກແສ່ວເຜົ່າມົ້ງ, ການເຄື່ອນຍ້າຍແຮງງານ, ການທ່ອງທ່ຽວ ແລະ ບໍ່ນໍ້າຢູ່ເຂດພູດອຍ ເປັນທິດທາງຈຸດສຸມ ເພື່ອຫຼຸດຜ່ອນຄວາມທຸກຍາກ ຈາກນັ້ນກໍມີການພັດທະນາຂຶ້ນເລື້ອຍໆ.
ໃນເດືອນກຸມພາປີ 2017 ບ້ານ 18 ຖໍ້າ ໄດ້ບັນລຸເປົ້າໝາຍລຶບລ້າງຄວາມທຸກຍາກ ແລ້ວນໍາໜ້າປະຕິບັດຍຸດທະສາດພັດທະນາຊົນນະບົດໃຫ້ຈະເລີນ. ປີ 2022 ລາຍໄດ້ສຸດທິ ສະເລ່ຍຕໍ່ຫົວຄົນຂອງປະຊາຊົນໃນທົ່ວບ້ານໄດ້ເພີ່ມຈາກ 1.668 ຢວນ ເມື່ອປີ 2013 ຂຶ້ນເປັນ 23.505 ຢວນ ເສດຖະກິດລວມໝູ່ຂອງບ້ານໄດ້ຈາກ 0 ເມື່ອປີ 2013 ເພີ່ມຂຶ້ນເປັນ 3,8 ລ້ານຢວນ. ມາຮອດວັນທີ 25 ກຸມພາ 2021 ສູນກາງພັກ ແລະ ລັດຖະບານຈີນ ໄດ້ມອບລາງວັນຕົວແບບລຶບລ້າງຄວາມທຸກຍາກທົ່ວປະເທດໃຫ້ແກ່ບ້ານ 18 ຖໍ້າ. ນອກນີ້ ຍັງໄດ້ຮັບນາມມະຍົດຫຼາຍຢ່າງເຊັ່ນ: ການຈັດຕັ້ງຮາກຖານພັກກ້າວໜ້າທົ່ວປະເທດ, ສູນສາທິດການສຶກສາອົບຮົມລັດທິຮັກຊາດທົ່ວປະເທດ, ສູນສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນທົ່ວປະເທດ, ບ້ານສີວິໄລທົ່ວປະເທດ, ບ້ານຕົວແບບຄຸ້ມຄອງຊົນນະບົດທົ່ວປະເທດ, ສູນແລກປ່ຽນບົດຮຽນລຶບລ້າງຄວາມທຸກຍາກທົ່ວປະເທດ. ພາຍໃຕ້ການຊີ້ນໍາຈາກທິດທາງຍຸດທະສາດຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ, ການຫຼຸດພົ້ນຈາກຄວາມທຸກຍາກຢ່າງສໍາເລັດຜົນ ເປັນພາບຫຍໍ້ໜຶ່ງຂອງຈີນ ທີ່ເປີດບັ້ນລຶບລ້າງຄວາມທຸກຍາກຢ່າງຮອບດ້ານໃນທົ່ວປະເທດ ຊຶ່ງໄດ້ສ່ອງແສງໃຫ້ເຫັນຢ່າງເຕັມສ່ວນເຖິງກໍາລັງແຮງສັດຈະທຳ ແລະ ກຳລັງແຮງອັນຍິ່ງໃຫຍ່ດ້ານພຶດຕິກຳຂອງແນວຄິດ ທ່ານ ສີ ຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່.
ຂ່າວ-ພາບ: ແສງຈັນ




