ກອງປະຊຸມສຳມະນາຮ່ວມກັນລະຫວ່າງພະແນກພົວພັນສາກົນ ແລະ ເສດຖະກິດພາຍນອກ ນະຄອນຫຼວງມົດສກູ ແລະ ນະຄອນຫຼວງວຽງຈັນ ໃນໂອກາດວັນສັບປະ ດາມົດສະກູຢູ່ນຄອນຫຼວງວຽງຈັນຈັດຂຶ້ນວັນທີ 30 ຕຸລາ 2024 ທີ່ໂຮງແຮມແລນມາກນະຄອນຫຼວງວຽງຈັນ (ນວ) ມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນ ຫຼວງວຽງຈັນ ທ່ານ ວາລາດີເມຍ ກາລີນ ເອກອັກຄະລະຖະທູດແຫ່ງສະຫະພັນ ຣັດ ເຊຍປະຈຳລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊູມສຳມະນາຄັ້ງນີ້ເພື່ອເປັນການແລກປ່ຽນຄວາມຮູ້ ບົດຮຽນ ແລະ ປະສົບການ ດ້ານວິຊາການໃຫ້ພວກເຮົາໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຕື່ມອີກຕໍ່ກັບການພົວພັນຮ່ວມມືຂອງສອງນະຄອນ ຫຼວງໄດ້ເປັນແຮງພັກດັນ ເພື່ອປະກອບສ່ວນ ອັນສຳ ຄັນເຂົ້າໃນການແລກປ່ຽນການຮ່ວມມືດ້ານເສດຖະກິດ ການຄ້າ ລະ ຫວ່າງລາວ ແລະ ຣັດເຊຍ ເຊິ່ງໃນຜ່ານມາໄດ້ມີພາກເອກະຊົນ ນັກທຸລະກິດ ຜູ້ປະກອບການຂອງຣັດເຊຍເຂົ້າມາລົງທືນ ຄ້າຂາຍ ແລະ ດຳເນີນທຸລະກິດຢູ່ລາວ ໂດຍສະເພາະຢູ່ໃນພື້ນທີ່ ນວ ເຫັນວ່າມີຫຼາຍດ້ານທີ່ສ້າງເງື່ອນໄຂອັນສະດວກ ແລະເປັນການເປີດໂອ ກາດໃຫ້ແຕ່ລະຝ່າຍໃນການດຶງດູດການລົງທືນ ແລະ ທັງໄດ້ມີສ່ວນຮ່ວມໃນການພັດທະນາເສດຖະກິດໃນແຕ່ລະໄລຍະ.
ເພື່ອເປັນການເສີມຂະຫຍາຍ ແລະ ຮັດແໜ້ນຄວາມສາມັກຄີໃນອະນາຄົດຕໍ່ໜ້າສະ ເໜີ ໃຫ້ບັນດາຕາງໜ້າໃຫ້ທຸກຂະແໜງ ການສືບຕໍ່ຍາດແຍ່ງບົດຮຽນ ສ້າງກົນໄກ ໃນການຕິດຕໍ່ປະສານງານ ສ້າງເງື່ອນໄຂໃຫ້ໄດ້ມີການຢ້ຽມຢາມ ເຮັດວຽກຢ່າງເປັນທາງ ການ ພ້ອມທັງເຊັນແຜນງານການຮ່ວມມືເຊິ່ງກັນ ແລະ ກັນໃນອນາຄົດອັນໃກ້ນີ້.
ສອງຝ່າຍໄດ້ແລກປ່ຽນຫຼາຍຫົວຂໍ້ເປັນຕົ້ນພະແນກການຕ່າງປະ ເທດ ນວ ສະເໜີບົດສະເໜີກ່ຽວກັບການພົວພັນຕ່າງປະ ເທດ ພະແນກອຸດສາຫະກຳ ແລະ ການຄ້າ ນວ ສະເໜີບົດກ່ຽວ ກັບບັນດາກິດຈະກຳເສດຖະກິດພາຍນອກ ພະ ແນກພາຍໃນ ນວ ວ ສະເໜີບົດກ່ຽວກັບອົງການປົກຄອງທ້ອງຖິ່ນ ພະແນກໂຍທາທິການ ແລະ ຂົນສົ່ງ ນວ ສະເໜີຫົວຂໍ້ຕົວເມືອງທີ່ສ້າງສັນ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ສະເໜີຫົວຂໍ້ຮູບເງົາ ແລະ ວັດທະນະທຳ.
ຂ່າວ: ສົມສະຫວັນ, ວຽງຈັນໃໝ່





