ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນຫຼວງວຽງຈັນ-ມົດສະກູ ຊຸກຍູ້ສົ່ງເສີມການຄ້າ ການລົງທຶນ ແລະ ການທ່ອງທ່ຽວ

Mar 4, 2025

ກອງປະຊຸມສຳມະນາສົ່ງເສີມການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງມົດສະກູ ສ ຣັດເຊຍ ພ້ອມດ້ວຍງານວາງສະແດງສິນຄ້າ ແລະ ຊິມອາຫານລາວ ຈັດຂຶ້ນວັນທີ 27 ກຸມພາ 2025 ທີ່ນະຄອນຫຼວງມົດສະກູ ເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ແຊຣເກ ເຈຣີໂອມິນ ລັດຖະມົນຕີປະຈຳລັດຖະບານມົດສະກູ ຫົວໜ້າພະແນກພົວພັນຕ່າງປະເທດ ແລະ ເສດຖະກິດພາຍນອກນະຄອນຫຼວງມົດສະກູ ແລະ ທ່ານ ວາລາດີເມຍ ປະລາໂຕນອບ ປະທານສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງມົດສະກູ ມີທ່ານທູດລາວ ປະຈຳ ຣັດເຊຍ ປະທານສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ສະມາຄົມມິດຕະພາບລາວ-ຣັດເຊຍ ແລະ ຣັດເຊຍ-ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນນະຄອນ ຫຼວງມົດສະກູ ແລະ ນັກທຸລະກິດສອງປະເທດລາວ-ຣັດເຊຍ ເຂົ້າຮ່ວມ.
ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ມີທັງພາກລັດ ແລະ ພາກທຸລະກິດ ທີ່ມາຈາກຫຼາຍພາກສ່ວນ ຫຼາຍຂະແໜງການ ຫຼາຍສາຂາທຸລະກິດເຂົ້າຮ່ວມ ເຊິ່ງຖືວ່າມີບົດບາດສໍາຄັນຫຼາຍຕໍ່ການສົ່ງເສີມການຄ້າ ການລົງທຶນ ແລະ ການທ່ອງທ່ຽວລະຫວ່າງສອງນະຄອນຫຼວງ ແນໃສ່ສ້າງໂອກາດ ສ້າງເງື່ອນໄຂທີ່ອໍານວຍ ແລະ ເປັນການເປີດໂອກາດໃຫ້ນັກທຸລະກິດນັກລົງທຶນຈາກນະຄອນຫຼວງມົດສະກູ ແລະ ນະຄອນຫຼວງວຽງຈັນໄດ້ພົບໜ້າພໍ້ຕາກັນ ເຊິ່ງກອງປະຊຸມໄດ້ພ້ອມກັນແລກປ່ຽນບົດຮຽນ ປຶກສາຫາລື ແລະ ຊອກຊ່ອງທາງທີ່ຈະຮ່ວມມືກັນໃນຕໍ່ໜ້າ ບໍ່ວ່າຈະເປັນການຄ້າ-ການລົງທຶນໃນມົດສະກູ ຫຼື ໄປເຮັດການຄ້າ-ການລົງທຶນຢູ່ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການຮ່ວມມືໃນຂົງເຂດທຸລະກິດຂອງສອງນະຄອນຫຼວງກາຍເປັນທ່າແຮງອັນສໍາຄັນໃຫ້ການພັດທະນານະຄອນຫຼວງມົດສະກູ ແລະ ນະຄອນຫຼວງວຽງຈັນ ຂະຫຍາຍຕົວຢ່າງເຂັ້ມແຂງຂຶ້ນໄປ.
ນອກຈາກນີ້ໃນກອງປະຊຸມສອງຝ່າຍຍັງໄດ້ນໍາສະເໜີທ່າແຮງ ດ້ານການຄ້າ ການລົງທຶນ ແລະ ການ ທ່ອງທ່ຽວ ຂອງນະຄອນຫຼວງຕົນ ລົງນາມຮ່ວມມືລະຫວ່າງສະພາການຄ້າ ແລະ ອຸດສາຫະກຳ ສອງນະຄອນຫຼວງ ຢ້ຽມຊົມຜະລິດຕະພັນສິນຄ້າຂອງລາວ ທີ່ບັນດາຫົວໜ່ວຍທຸລະກິດຂອງລາວ ກໍຄືນະຄອນຫຼວງວຽງຈັນ ນໍາມາວາງສະແດງຢູ່ພາຍໃນງານຕື່ມອີກ.
ສຳລັບງານວາງສະແດງສິນຄ້າໃນງານວັນວຽງຈັນ ຢູ່ນະຄອນຫຼວງມົດສະກູຄັ້ງນີ້ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນກໍຄືບັນດາຫົວໜ່ວຍທຸລະກິດຂອງລາວໄດ້ນໍາເອົາຜະລິດຕະພັນສິນຄ້າຂອງລາວ ມາວາງສະແດງປະກອບມີຜະລິດຕະພັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP ຕົວຢ່າງ) ແລະ ຜະລິດຕະພັນສິນຄ້າລາວ 212 ລາຍການຜະລິດຕະພັນ ມີ 15 ຫົວໜ່ວຍຜູ້ຜະລິດຄື: ຫ້ອງປຸງແຕ່ງຢາພື້ນເມືອງວຽງທອງກາເຍືອງທອງ 5 ລາຍການຜະລິດຕະພັນ ໂຮງງານຄໍາສິງຜະລິດຕະພັນລາວປອດສານຜິດ 5 ລາຍການຜະລິດຕະພັນ ຫ້ອງປຸງແຕ່ງຢາພື້ນເມືອງກາສິງທອງ 5 ລາຍການຜະລິດຕະພັນ ວິສາຫະກິດສ່ວນບຸກຄົນມາດາມມ່ອງ 4 ລາຍການຜະລິດຕະພັນ ຫັດຖະກໍາແກະ ສະຫຼັກບ້ານໄຜ່ລ້ອມ 5 ລາຍການຜະລິດຕະພັນ ວິສາຫະກິດສ່ວນບຸກຄົນໂຮງສີເຂົ້າສຸທັດ 2 ລາຍການຜະລິດຕະພັນ ໂຮງຊ່າງຫັດຖະກໍາອານຸສອນ 2 ລາຍການຜະລິດຕະພັນ ໂຮງງານເຂົ້າໜົມ ປາບຶກ 21 ລາຍ ການຜະລິດຕະພັນ ວິສາຫະກິດສ່ວນບຸກຄົນບົວພີມ 3 ຜະລິດຕະພັນ ວິສາຫະກິດສ່ວນບຸກຄົນໂຮງສີເຂົ້າຈໍາປາຫອມ 3 ລາຍການ ຜະລິດຕະພັນ ບໍລິສັດ ເຫຼົ້າລາວ ຈໍາກັດ 1 ແກັດ ບໍລິສັດດາວເຮືອງ 120 ລາຍການຜະລິດຕະພັນ 15 ຊະນິດກາເຟສິນຄ້າ ບໍລິສັດ ອາລັນຍາ 7 ລາຍການຜະລິດຕະພັນ ບໍລິສັດ ຍອດຊໍາຈໍາກັດ 7 ລາຍການຜະລິດຕະພັນ ແລະ ບໍລິສັດ NCG 28 ລາຍການຜະລິດຕະພັນ.
ນອກຈາກນີ້ຍັງມີບູດວາງສະແດງຜະລິດຕະພັນການທ່ອງທ່ຽວ ຂອງນະຄອນຫຼວງວຽງຈັນ ທີ່ພົ້ນເດັ່ນແມ່ນ ຫໍພິພິດຕະພັນສິນລະປະລາວ ເຊິ່ງຫາກໍ່ເປີດຮັບໃຊ້ມວນຊົນບໍ່ດົນຜ່ານມານີ້ ແລະ ບໍລິສັດ ບໍລິການທ່ອງທ່ຽວຜະລິດຕະພັນສິນຄ້າຂອງສະມາຊິກສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງວຽງຈັນ ຜະລິດຕະພັນຂອງສະມາຄົມຮ່ວມມືດ້ານເສດຖະກິດ-ວັດທະນະທໍາລາວ-ຣັດເຊຍເຊັ່ນ: ຊາ ແລະ ກາເຟ ສໍາລັບນະຄອນຫຼວງວຽງຈັນມີຜະລິດຕະພັນອຸດສາຫະກໍາທີ່ຜະລິດໄດ້ 844 ລາຍການ ຜະລິດຕະພັນ ລວມມີປະເພດອາຫານ-ເຄື່ອງດື່ມ ຢາສູບ ເຄື່ອງຕັດຫຍິບ ເຄື່ອງກໍ່ສ້າງ ປຣາສະຕິກ ເຄມີພັນ ຢາປົວພະຍາດ ເຄື່ອງເຟີນິເຈີ ແລະ ຜະລິດຕະພັນໂລຫະ ຜະລິດຕະພັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ(ODOP) ຈໍານວນ 291 ລາຍການຜະລິດຕະພັນ ລວມຢູ່ໃນ 3 ປະເພດຄື: ປະເພດຢາພື້ນເມືອງ ປະເພດອາຫານ ແລະ ເຄື່ອງດື່ມ ແລະ ປະເພດຫັດຖະກໍາ ທັງນີ້ເພື່ອເຮັດໃຫ້ສິນຄ້າທັງສອງນະຄອນໄດ້ມີການແລກປ່ຽນຊື້ຂາຍຮ່ວມກັນໃນອະນາຄົດ.
ທີ່ມາ: ວຽງຈັນໃໝ່
May be an image of 5 people and text that says 'МОСКОВСК я ТОРгОВО-П ОМЫШЛЕННАЯ ПАЛАТА Правительства Москвы и Департамента экономической политики развития города Москвы В ИНТЕРЕСАХ БИзнЕСА, НА БЛАГО гОРОД МОСКОВСКАЯ РОМЫШЛЕННАЯ ПАЛАТА MOSCOW OF FCOMMER AND INDUSTRY WWW.MOSTPR.RU MOSCOW CHAMEERO CHAMBEROFCOMMERCE OF COMMERCE AND NDUSTHY WWW.MOSTPP.RU МОСКОВСКАЯ ТОРГОВОПРОМЫШИЛЕННАЯ ПРОМЫШЛЕННАя ПАЛАТА WWW.MOS Аворатцеера Absaghunghung Viean PLATONOS'