ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນຫຼວງວຽງຈັນ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ

Oct 23, 2024

ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ( 7 ຕຸລາ 1994 – 7 ຕຸລາ 2024 ) ໃນວັນທີ 23 ຕຸລາ 2024 ທີ່ສູນການຄ້າລາວ-ໄອເຕັກ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍອະດີດການນຳ ຫົວໜ້າ ຮອງຫົວໜ້າພະແນກ ຫ້ອງການ ຮອງຫ້ອງການສຶກສາທິການ ແລະ ກິລາເມືອງ ພະນັກງານອາວຸໂສບຳນານ ຜູ້ບໍລິຫານການສຶກສາ ຄູອາຈານ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ເລົ່າປະຫວັດວັນຄູ ແລະ ຜົນງານຂອງຂະແໜງການສຶກສາ ແລະ ກິລາໃນໄລຍະຜ່ານມາບາງຕອນວ່າ ຄູ ເປັນບຸກຄົນທີ່ມີຄວາມສໍາຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມ ທຳໜ້າທີ່ເປັນເຈົ້າການໃນການຖ່າຍທອດວິຊາຄວາມຮູ້ ເຮັດໜ້າທີ່ໃນການພັດທະນາບຸກຄົນໃນສັງຄົມ ເປັນຜູ້ທີ່ມີຄວາມຮອບຮູ້ ມີທັດສະນະຄະຕິທີ່ຖືກຕ້ອງ ແລະ ມີທັກສະຄວາມຊຳນານສູງສົ່ງ ໃນກົດໝາຍວ່າດ້ວຍການສຶກສາແຫ່ງ ສປປ ລາວ (ສະບັບປັບປຸງ) ໄດ້ກຳນົດວ່າ ຄູ ໝາຍເຖິງຜູ້ປະຕິບັດໜ້າທີ່ສິດສອນ ຖ່າຍທອດຄວາມຮູ້ ສຶກສາອົບຮົມຜູ້ຮຽນຢູ່ໃນໂຮງຮຽນ ນອກໂຮງຮຽນ ສູນ ແລະ ສະຖາບັນການສຶກສາຕ່າງໆ ເພື່ອລະລຶກເຖິງຄຸນງາມຄວາມດີ ແລະ ມູນເຊື້ອຕໍ່ສູ້ອັນອົງອາດກ້າຫານຂອງປະຊາຊົນ ພາຍໃຕ້ການນຳພາຂອງນາຍຄູ ຄຳ ພັກ ແລະ ລັດຖະບານຈຶ່ງໄດ້ອອກດຳລັດວ່າດ້ວຍວັນຄູແຫ່ງຊາດ ເຊິ່ງໄດ້ກຳນົດເອົາ ວັນທີ 7 ຕຸລາ ຂອງທຸກໆປີເປັນວັນຄູແຫ່ງຊາດລາວ ຕະຫຼອດມາ.
ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ໂອ້ລົມຕໍ່ພິທີຄັ້ງນີ້ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງ ຄູ-ອາຈານ ກໍຄືວຽກງານການສຶກສາໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ການສຶກສາແມ່ນພື້ນຖານໃນການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ ຄວາມສາມາດ ມີຄຸນສົມບັດສິນທຳປະຕິວັດ ແລະ ອື່ນໆ.
ທີ່ມາ: ວຽງຈັນໃໝ່