ພິທີພົບປະລະຫວ່າງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ແລະ ທ່ານ ອາເລັກຊັງເດີ ເດີມີຕີເອວີຈ ເບກລົບ ເຈົ້າຄອງນະຄອນຊານປີເຕີສະເບີກ ສະຫະພັນຣັດເຊຍ ຈັດຂຶ້ນວັນ ທີ 3 ມີນາ 2025 ທີ່ນະຄອນຊານປີເຕີສະເບີກ ໃນໂອກາດທີ່ຄະນະຜູ້ ແທນຂັ້ນສູງ ນວ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງມົດສະກູ ແລະ ນະຄອນຊານປີເຕີສະເບີກ ວັນທີ 25 ກຸມພາ ຫາ ວັນທີ 6 ມີນາ 2025 ມີ ທ່ານ ສີພັນດອນ ອ້ວຍບົວບຸດດີ ເອກອັກຄະລັດຖະທູດລາວ ປະຈຳ ຣັດເຊຍ ຄະນະຜູ້ແທນຂັ້ນສູງ ນວ ແລະ ນະຄອນຊານປີເຕີສະເບີກເຂົ້າຮ່ວມ.
ການພົບປະສອງຝ່າຍຄັ້ງນີ້ເຈົ້າຄອງ ນວ ແລະ ເຈົ້າຄອງນະຄອນຊານປີເຕີສະເບີກ ໄດ້ຜັດປ່ຽນກັນຕີລາຄາການພົວພັນຮ່ວມມືສອງຝ່າຍ ກໍຄື ສອງປະເທດລາວ-ຣັດເຊຍໂດຍສະເພາະສອງນະຄອນໃນໄລຍະຜ່ານມາ ແລະ ແຜນການຮ່ວມມືຕໍ່ໜ້າ ພ້ອມທັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງນະຄອນຕົນໃຫ້ກັນ ແລະ ກັນຊາບ ເປັນຕົ້ນທ່າແຮງການພົວພັນຮ່ວມມືດ້ານຕ່າງໆຂອງສອງນະຄອນເພື່ອເຮັດໃຫ້ການຮ່ວມມືນັບມື້ແໜ້ນແຟ້ນຍິ່ງຂຶ້ນເລື້ອຍໆ.
ທ່ານເຈົ້າຄອງ ນວ ໄດ້ກ່າວວ່ວາ: ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ຢູ່ນະຄອນຊານປີເຕີສະເບີກ ນອກຈາກການພົບປະທາງການແລ້ວໄດ້ມີຫຼາຍກິດຈະກໍາປິ່ນອ້ອມເຊັ່ນ: ການຈັດງານວາງສະແດງສິນຄ້າ ສໍາມະນາດຶງດູດການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ທັງສະແດງສິລະປະອັນເປັນວັດທະນະທໍາຂອງລາວ ທັງໝົດເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ການຮ່ວມມືແບບເພື່ອນມິດຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ລາວ ແລະ ຣັດເຊຍ ພ້ອມທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ “ລາວ-ຣັດເຊຍ ຄົບຮອບ 65 ປີ ແລະ ວັນສ້າງຕັ້ງສະມາຄົມມິດຕະພາບລາວ-ຣັດເຊຍ-ລາວ ຄົບຮອບ 60 ປີ ໃນປີ 2025 ໂດຍສະເພາະການຜັນຂະຫຍາຍທິດຊີ້ນໍາຂອງການນໍາສູງສຸດສອງປະເທດ.
ການພົບປະຄັ້ງນີ້ສອງຝ່າຍໄດ້ພ້ອມກັນເຊັນບົດບັນທຶກຊ່ວຍຈໍາໃນການຮ່ວມມື ແລະ ແລກປ່ຽນບົດຮຽນໃນຕໍ່ໜ້າ ເຊິ່ງລົງເລິກຫຼາຍບັນຫາເປັນຕົ້ນໃນຂົງເຂດການຄ້າ ການທ່ອງທ່ຽວ ການສຶກສາ ກິລາ ວັດທະນະທໍາ ວິທະຍາສາດ ແລະ ເຕັກໂນໂລຊີ ຈັດງານວາງສະແດງ ແລະ ກອງປະຊຸມສຳມະນາ ການສະແດງສິລະປະ ແລະ ກິດຈະກຳປິ່ນອ້ອມ ເພື່ອໃຫ້ຊາວນະຄອນຊານປີເຕີສະເບີກ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈເຖິງຮີດຄອງວັດທະນະທຳຂອງຊາດລາວກໍ່ຄືຊາວ ນວ.
ສ່ວນໝາກຜົນມິດຕະພາບ ແລະ ການຮ່ວມມືຂອງສອງນະຄອນໃນຜ່ານມາເຖິງປັດຈຸບັນ ເຊິ່ງບາງຄັ້ງກໍມີໄລຍະຢຸດສະຫງັກກໍ່ຍ້ອນມີຄວາມຈໍາເປັນ ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ສະພາບການປິ່ນອ້ອມທົ່ວໂລກທາງໃນ ແລະ ນອກຕົວ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງສອງນະຄອນໃຫ້ນັບມື້ນັບໄດ້ຮັບໝາກຜົນເປັນຮູບປະທໍາຍິ່ງຂຶ້ນ ຕາງໜ້າໃຫ້ ນວ ສະເໜີການຮ່ວມມືໃນຕໍ່ໜ້າຕື່ມອີກ ໂດຍສະເພາະໃນຂົງເຂດການສົ່ງເສີມດ້ານການລົງທຶນ ແລະ ເສີມຂະຫຍາຍດ້ານເສດຖະກິດຄື: ການສ້າງຫ້າງສັບພະສິນຄ້າຄົບວົງຈອນຢູ່ລາວ ການຊຳລະຊື້ຂາຍສິນຄ້າລະຫວ່າງສອງປະເທດລາວ-ຣັດເຊຍໃຫ້ສາມາດເຂົ້າເຖິງທຸກສະຖາບັນການເງິນ (ສາມາດເປີດກວ້າງໃນຫຼາຍທະນາຄານ) ຟຶ້ນຟູສາຍການບິນລະຫວ່າງ 2 ປະເທດຄືນໃໝ່ ໂດຍເອົາລາວເປັນປະເທດທາງຜ່ານ (Transit) ສະເໜີພິຈາລະນາຄືນທີ່ກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ເຄີຍສະເໜີກ່ຽວກັບການຍົກເວັ້ນພາສີນຳເຂົ້າ ແລະ ສົ່ງອອກສິນຄ້າບາງລາຍການຈາກລາວເຂົ້າຣັດເຊຍ ສະເໜີຜ່ານຣັດເຊຍຊຸກຍູ້ການເຂົ້າອົງການຂົນສົ່ງສາກົນທາງລົດໄຟຂອງລາວ ເຊິ່ງລາວກຽມຄວາມພ້ອມຢາກເຂົ້າເປັນສະມາຊິກອົງການດັ່ງກ່າວ ສະເໜີຊຸກຍູ້ການມາລົງທຶນໃນຂົງເຂດການສ້າງໂຮງແຮມຢູ່ລາວ ສະເໜີໃຫ້ກະຊວງສຶກສາຣັດເຊຍພິຈາລະນາເພີ່ມເບ້ຍລ້ຽງໃຫ້ນັກສຶກສາລາວ ແລະ ປີ້ຍົນໄປ- ກັບຂອງນັກສຶກສາລາວທີ່ໄດ້ຮັບທຶນຈາກລັດຖະບານຣັດເຊຍໃນແຕ່ລະປີ ແລະ ສະເໜີນັກທຸລະກິດຣັດເຊຍທີ່ມີທ່າແຮງທາງດ້ານການເງິນເຂົ້າມາລົງທຶນຢູ່ລາວ.
ທີ່ມາ: ວຽງຈັນໃໝ່







