ກອງປະຊຸມພົບປະ ແລະ ພິທີລົງນາມບົດບັນທຶກການຮ່ວມມື ລະຫວ່າງຄະນະກວດກາພັກນະຄອນ ຫຼວງວຽງຈັນ ແລະ ຄະນະກຳມະການກວດກາພັກ ນະຄອນ ຫຼວງຮ່າໂນ້ຍ ຈັດຂຶ້ນວັນທີ 26 ກຸມພາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ວິລະສັກ ນາມມຸນຕຣີ ກຳມະການປະຈຳພັກ ປະທານຄະນະກວດກາພັກ ນະຄອນຫຼວງວຽງຈັນ, ທ່ານ ຮວ່າງ ຈ໋ອງ ກວ໊ຽດ ຄະນະປະຈຳພັກ ປະທານຄະນະກຳມະການກວດກາພັກ ນະຄອນຫຼວງຮ່າໂນ້ຍ, ພ້ອມດ້ວຍຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າ ຮ່ວມ.
ໂອກາດນີ້, ທ່ານ ວິລະສັກ ນາມມຸນຕຣີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະ ນະຜູ້ແທນຄະນະກຳມະການກວດກາພັກ ນະຄອນຫຼວງຮ່າໂນ້ຍ ທີ່ເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ນວ ຂອງທ່ານ ຮ່ວາງ ຈ໋ອງ ກວ໊ຽດ ພ້ອມຄະ ນະ ຖືເປັນມິດສະຫາຍທີ່ດີໃນການເສີມສ້າງຄວາມສາມັກຄີຮັກແພງ ແລະ ການຮ່ວມ ມືພິເສດ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ໂດຍສະເພາະສອງຄະນະກວດກາພັກ ໃຫ້ເຂົ້າສູ່ລວງເລິກ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນເຮັດໃຫ້ວຽກ ງານມີຄຸນນະພາບສູງຂຶ້ນໄປເລື້ອຍໆ. ພ້ອມກັນນັ້ນ, ກໍໄດ້ລາຍງານສະພາບການລວມຂອງ ນວ ແລະ ບາງວຽກຈຸດສຸມຂອງຄະນະກວດກາພັກ ນວ ທີ່ພວມສຸມໃສ່ປະຕິບັດໃນໄລຍະນີ້.
ນອກຈາກນີ້, ທ່ານ ວິໄລສັກ ນາມມຸນຕຣີ ກໍໄດ້ສະເໜີແຜນຍຸດທະສາດການປັບ ປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ພາລະບົດບາດໜ້າທີ່ຂອງວຽກງານກວດກາພັກ ທີ່ສອງນະຄອນຄວນສຸມໃສ່, ລົງເລິກບັນຫາໃດເປັນບຸລິມະສິດ ເພື່ອເປັນທິດທາງໜ້າທີ່ລວມກຳນົດເຂົ້າໃນລາຍງານການເມືອງ ແລະ ແຜນພັດທະນາຂະແໜງການກວດກາພັກໃນຕໍ່ໜ້າ, ການຮ່ວມມືກ່ຽວກັບການກໍ່ສ້າງພະນັກງານວິຊາການ ແລະ ວິຊາສະເພາະ, ແຜນຜັນຂະຫຍາຍການຮ່ວມມືຕາມບົດບັນທຶກຄວາມເຂົ້າໃຈທີ່ເຊັນກັນໃນຄັ້ງນີ້ ເພື່ອຮອງຮັບການຮ່ວມມືໃນຕໍ່ໜ້າໃຫ້ມີໝາກຜົນ.
ໃນຕອນທ້າຍຂອງພິທີ ທ່ານ ວິໄລສັກ ນາມມຸນຕຣີ ແລະ ທ່ານ ຮວ່າງ ຈ໋ອງ ກວ໊ຽດ ໄດ້ເຊັນບົດບັນທຶກ (MOU) ວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງ ຄະນະກວດກາພັກນະຄອນຫຼວງວຽງຈັນ ແລະ ຄະນະກວດກາພັກນະຄອນຫຼວງຮ່າໂນ້ຍ ຕື່ມອີກ.
ທີ່ມາ: ວຽງຈັນໃໝ່






