ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນຮາບິນຂອງຈີນໄດ້ຮັບຄວາມນິຍົມຊົມຊອບເນື່ອງຈາກງານມະຫະກຳກິລາເອຊຽນເກມລະດູໜາວ ຜູ້ຕອບແບບສອບຖາມທົ່ວໂລກສຳຜັດການພັດທະນາເສດຖະກິດທີ່ດີຂອງຈີນ

Feb 7, 2025

ນະຄອນຮາບິນຂອງຈີນໄດ້ຮັບຄວາມນິຍົມຊົມຊອບເນື່ອງຈາກງານມະຫະກຳກິລາເອຊຽນເກມລະດູໜາວ ຜູ້ຕອບແບບສອບຖາມທົ່ວໂລກສຳຜັດການພັດທະນາເສດຖະກິດທີ່ດີຂອງຈີນ
ລະດູໜາວປີນີ້, ນະຄອນຮາບິນທີ່ຖືກຂະໜານນາມວ່າ ເມືອງນ້ຳກ້ອນ ຂອງຈີນໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວອີກເທື່ອໜຶ່ງຍ້ອນຈັດງານມະຫະກຳກິລາເອຊຽນເກມລະດູໜາວຄັ້ງທີ 9. ຜົນການຕອບແບບສອບຖາມທີ່ໂທລະພາບສາກົນຈີນ ຫຼື CGTN ທີ່ຂຶ້ນກັບວິທະຍຸໂທລະພາບສູນກາງຈີນ ຫຼື CMG ຈັດຂຶ້ນຕໍ່ຜູ້ໃຊ້ອິນເຕີເນັດທົ່ວໂລກ ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 96% ເຫັນວ່າ ງານກິລາເອຊຽນເກມລະດູໜາວ ຈະຊຸກຍູ້ຄວາມກະຕືລືລົ້ນຂອງປະຊາຊົນບັນດາປະເທດອາຊີທີ່ມີຕໍ່ກິລາເທິງນ້ຳກ້ອນ ແລະ ຫິມະ.
ຜູ້ຕອບແບບສອບຖາມ 94,7% ເຫັນວ່າ, ຄຽງຄູ່ກັບນະໂຍບາຍຍົກເວັ້ນວີຊາຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ຫວັງວ່າຈະໄດ້ເຫັນປະເທດຈີນທີ່ເປີດປະຕູສູ່ພາຍນອກຢ່າງກວ້າງຂວາງຂຶ້ນກວ່າເກົ່າ ແລະ ມີພະລັງຊີວິດຫຼາຍຂຶ້ນກວ່າເກົ່າ.
ຜູ້ຕອບແບບສອບຖາມ 91,9% ເຫັນວ່າ, ຮູບແບບ“ຫິມະ+”(ຕົວຢ່າງຄື: “ຫິມະ+ການຊື້ເຄື່ອງ” “ຫິມະ+ການທ່ອງທ່ຽວ” ແລະອື່ນໆ)ຈະຊຸກຍູ້ການຍົກລະດັບຂອງການບໍລິໂພກ ແລະ ການຫັນປ່ຽນຮູບແບບອຸດສາຫະກຳທ້ອງຖິ່ນ.
ຜູ້ຕອບແບບສອບຖາມ 97,4% ເຫັນວ່າ, ເສດຖະກິດນ້ຳກ້ອນ ແລະ ຫິມະກຳລັງກາຍເປັນຈຸດເຕີບໂຕໃໝ່ຂອງເສດຖະກິດຈີນ.
ຜູ້ຕອບແບບສອບຖາມ 95% ເຫັນວ່າ, ເສດຖະກິດນ້ຳກ້ອນ ແລະ ຫິມະຂອງຈີນຈະມີອະນາຄົດທີ່ກວ້າງຂວາງກວ່າເກົ່າ.
Cr: CMG