ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນງານບຸນໂລະລາດ ໂອກາດບຸນປີໃໝ່ລາວ ແລະບຸນຫໍ່ເຂົ້າປະດັບດີນໃນແຕ່ລະປີ ກ່ອນໜ້າມື້ບຸນຈະພົບເຫັນການນຳໃຊ້ສີສະເປ, ນ້ຳສີ ແລະເຊືອກຟາງ ໝາຍຈຸດຂາຍເຄື່ອງຕາມເສັ້ນທາງກາງເມືອງ ຂອງນະຄອນ ຫຼວງພະບາງ ເຮັດໃຫ້ເສັ້ນທາງ ແລະທາງຍ່າງ ມີຄວາມເປີະເປື້ອນ ພາຍ ໃນຕົວເມືອງ, ຕໍ່ກັບບັນຫາທີ່ເກີດຂື້ນ ຄະ ນະກຳມະການຈັດສັນ ຄວາມເປັນລະ ບຽບຮຽບຮ້ອຍຂອງງານໂລະລາດ ໄດ້ແຕ່ງຕັ້ງຄະນະກຳມະການສົມທົບກັບອົງການປົກຄອງບ້ານ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍ ແລະຊອກກາຜູ້ທີ່ລະເມີດຕໍ່ລະບຽບການທີ່ວາງອອກ ເພື່ອນຳໃຊ້ມາດຕະການສຶກສາອົບຮົມ ແລະປັບໃໝ ພ້ອມທັງປະຕິບັດຕາມລະບຽບ, ທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ເພື່ອເຮັດໃຫ້ງານຕະຫຼາດນັດ ຫຼື ງານໂລະລາດແບບມວນຊົນ ໃນໂອກາດບຸນປີໃໝ່ລາວໃນປີນີ້ ມີຄວາມເປັນລະບຽບຮຽບຮ້ອຍ ປະທານຈັດງານບຸນ ໄດ້ແຕ່ງຄະນະກຳມະການ ເພື່ອຈັດສັນ ແລະກວດກາຄວາມເປັນລະບຽບຮຽບຮ້ອຍ ຕາມລະບຽບການທີ່ທ່ານເຈົ້າແຂວງໄດ້ກຳນົດ ແນໃສ່ເຮັດໃຫ້ເຂດການຈັດງານໂລະລາດ ມີຄວາມຈົບງາມ ທັງອຳນວຍຄວາມສະດວກໃຫ້ກັບມວນຊົນທີ່ເຂົ້າໄປທ່ຽວຊົມ, ສຳລັບຜູ້ທີ່ລະເມີດຕໍ່ລະບຽບການ ໂດຍສະເພາະນຳໃຊ້ສີສະເປ, ນ້ຳສີ ແລະເຊືອກຟາງ ໝາຍຈຸດຂາຍເຄື່ອງ ຈະໄດ້ນຳໃຊ້ມາດຕະການສຶກສາອົບຮົມ ແລະປັບໃໝ ຕາມລະບຽບການ.
ທ່ານ ສົມຫວັງ ພົມມະກອນ ໃຫ້ຮູ້ຕື່ມວ່າ: ສຳລັບບຸກຄົນ ຫຼື ຫົວໜ່ວຍທຸລະກິດ ຫາກມີຈຸດປະສົງຕ້ອງການຂາຍເຄື່ອງ ຫຼື ຕັ້ງສະຖານທີ່ໂຄສະນາສີນຄ້າ ພາຍໃນງານໂລະລາດ ຂໍໃຫ້ເຂົ້າໄປພົວພັນກັບຄະນະຮັບຜິດຊອບ ເພື່ອຈະໄດ້ຈັດສັນໃຫ້ມີຄວາມຖືກຕ້ອງ ແລະເໝາະສົມ.