ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນ ຫຼວງພະບາງ ໄດ້ຮັບລາງວັນ “ໜຶ່ງຮ້ອຍເລື່ອງລາວ ຈຸດໝາຍປາຍທາງການທ່ອງທ່ຽວແບບຍືນຍົງຂອງໂລກ” ປະຈຳປີ 2024

Oct 25, 2024

ເມື່ອບໍ່ດົນມານີ້, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວ ໃນໂອກາດທີ່ ນະຄອນ ຫຼວງພະບາງ ໄດ້ຮັບລາງວັນ “ໜຶ່ງຮ້ອຍເລື່ອງລາວ ຈຸດໝາຍປາຍທາງການທ່ອງທ່ຽວແບບຍືນຍົງຂອງໂລກ” ປະຈຳປີ 2024 ເຊີ່ງທ່ານໃຫ້ຮູ້ວ່າ: ໂດຍປະຕິບັດວິໄສທັດ ທີ່ໄດ້ກຳນົດໄວ້ໃນແຜນພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງການທ່ອງທ່ຽວຂອງແຂວງຫຼວງພະບາງ ສຳລັບປີ 2020-2024 ໂດຍ “ການພັດທະນາການທ່ອງທ່ຽວ ຕາມທິດຫັນເປັນອຸດສາຫະກຳການທ່ອງທ່ຽວທີ່ຍືນຍົງ, ທັນສະ ໄໝ ແລະ ມີຄຸນນະພາບ ສົ່ງເສີມການທ່ອງທ່ຽວໂດຍການມີສ່ວນຮ່ວມຂອງປະຊາຊົນ ແລະ ພັດທະນາໃຫ້ເປັນຈຸດໝາຍ ປາຍທາງການທ່ອງທ່ຽວ ເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ”.
ທ່ານໄດ້ແຈ້ງໃຫ້ຮູ້ວ່າ: ນະຄອນຫຼວງພະບາງ ແຂວງຫຼວງພະ ບາງ ເປັນຈຸດໝາຍປາຍທາງທຳອິດ ແລະໜຶ່ງດຽວ ຂອງ ສປປ ລາວ ທີ່ໄດ້ຖືກຄັດເລືອກໃຫ້ເປັນ “ໜຶ່ງໃນຮ້ອຍເລື່ອງລາວ ຂອງຈຸດໝາຍປາຍທາງທີ່ຍືນຍົງ ຂອງໂລກ” ສໍາລັບປີ 2024 ໃນໝວດ ການຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ, ຫົວຂໍ້: ການປົກປັກຮັກສາສະຖາປັດຕະຍາກຳຮູບແບບອາຄານບ້ານ ເຮືອນ ພາຍໃນເຂດມໍລະດົກໂລກຫຼວງພະບາງ. ລາງວັນໜຶ່ງໃນຮ້ອຍເລື່ອງລາວ ຂອງຈຸດໝາຍປາຍທາງທີ່ຍືນຍົງ ຂອງໂລກ ແມ່ນລາງວັນມາດຕະຖານການທ່ອງທ່ຽວລະດັບໂລກ ທີ່ມອບໃຫ້ແກ່ຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຜ່ານການກວດກາມາດ ຖານ, ເງື່ອນໄຂຕ່າງໆຕາມເກນມາດຖານ ເຊິ່ງຖືກກຳນົດ ແລະ ຮັບຮອງໂດຍ ອົງການຈຸດໝາຍປາຍທາງສີຂຽວ ທີ່ເປັນອົງການແນວໜ້າໃນການຢັ້ງຢືນຄວາມຍືນຍົງ ຢູ່ຈູດໝາຍປາຍທາງການທ່ອງທ່ຽວ ພາຍໃນໂລກ ທີ່ຖືກຍອມຮັບໂດຍ ສະພາການທ່ອງ ທ່ຽວແບບຍືນຍົງໂລກ. ສຳລັບປີ 2024 ໄດ້ມີຫຼາຍກວ່າ 170 ຈຸດໝາຍປາຍທາງການທ່ອງທ່ຽວ ຈາກ 45 ປະເທດ, ຜ່ານການປະເມີນໂດຍຊ່ຽວຊານ, ວິຊາການຈາກອົງການຈຸດໝາຍ ປາຍທາງສີຂຽວ ຕາມເກນທີ່ກຳນົດໄວ້ ເຊິ່ງໄດ້ປະກາດລາຍຊືື່ຢ່າງເປັນທາງການ ໃນວັນທີ 15 ຕຸລາ 2024 ຖືກຄັດ ເລືອກ 100 ຈຸດໝາຍປາຍທາງ ຈາກ 32 ປະເທດ ເຊິ່ງພິທີມອບຮັບໃບຢັ້ງຢືນ ໃນລະຫວ່າງວັນທີ 10-12 ທັນວາ 2024 ທີ່ ປະເທດຊິເລ່,
ທ່ານກ່າວຕື່ມວ່າ: ຜົນສຳເລັດດັ່ງກ່າວ, ສະແດງໃຫ້ເຫັນເຖິງຄວາມພະຍາຍາມໃນການຍົກລະດັບຄຸນນະພາບດ້ານການທ່ອງ ທ່ຽວພາຍໃນແຂວງຂອງພວກເຮົາໃຫ້ມີມາດຕະຖານສາກົນສູງຂຶ້ນ, ຍົກສູງຖານະບົດບາດຂອງຫຼວງພະບາງໃຫ້ພົ້ນເດັ່ນຂື້ນໃນເວທີສາກົນຍິ່ງຂຶ້ນ. ນອກຈາກນີ້, ຍັງແມ່ນໝາກຜົນແຫ່ງການ ຮ່ວມມືຂອງທຸກພາກສ່ວນໃນສັງຄົມ ໃນການປົກປັກຮັກສາເມືອງມໍລະດົກໂລກຫຼວງພະບາງແຫ່ງນີ້ໃຫ້ ຍືນຍົງຮ່ວມກັນ ແລະ ສືບຕໍ່ເອົາໃຈໃສ່ພັດທະນາການທ່ອງທ່ຽວໃຫ້ກາຍເປັນຈຸດໝາຍ ປາຍທາງການທ່ອງ ທ່ຽວຂອງໂລກຢ່າງແທ້ຈິງ.
ພ້ອມນີ້ ທ່ານໄດ້ສະແດງຄວາມຂອບໃຈມາຍັງບັນດາພະ ແນກການອ້ອມຂ້າງແຂວງ ທີ່ໄດ້ສະໜອງຂໍ້ມູນທີ່ຈຳເປັນໃຫ້ແກ່ຄະນະກຳມະການ, ຂໍຂອບໃຈມາຍັງອົງການບໍລິຫານພື້ນທີ່ພິເສດ ເພື່ອການພັດທະນາການທ່ອງທ່ຽວແບບຍືນຍົງ ປະເທດໄທ ແລະແຂວງກັງວອນ ສາທາລະນະລັດເກົາຫຼີ ສະມາຊິກສະຫະພັນການທ່ອງທ່ຽວ ຂອງບັນດາຊາດໃນອາຊີຕາເວັນອອກ ຫຼື ອີໂຕບ ທີ່ໄດ້ຊ່ວຍແນະນຳ ແລະ ແລກປ່ຽນຂໍ້ມູນ ເພື່ອສະໝັກລາງວັນດັ່ງກ່າວ.
ໂອກາດນີ້, ຍັງໄດ້ຮຽກຮ້ອງໃຫ້ຊາວຫຼວງພະບາງ, ຜູ້ປະກອບ ການທຸລະກິດທັງພາຍໃນ ແລະຕ່າງປະເທດ ລວມທັງທຸກພາກສ່ວນໃນສັງຄົມ ຈົ່ງໄດ້ສືບຕໍ່ສະໜັບສະໜູນ, ສ້າງການມີສ່ວນຮ່ວມໃນດ້ານວຽກງານການທ່ອງທ່ຽວຂອງແຂວງ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.