ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະໂຍບາຍເພີ່ມພາສີນໍາເຂົ້າເຮັດໃຫ້ການສ້າງວຽກເຮັດງານທໍາໃໝ່ໃນອາເມຣິກາຫຼຸດລົງ ແລະ ລາຄາສິນຄ້າແພງຂຶ້ນ

Dec 27, 2025

ນະໂຍບາຍເພີ່ມພາສີນໍາເຂົ້າເຮັດໃຫ້ການສ້າງວຽກເຮັດງານທໍາໃໝ່ໃນອາເມຣິກາຫຼຸດລົງ ແລະ ລາຄາສິນຄ້າແພງຂຶ້ນ

ເມື່ອບໍ່ດົນມານີ້, ທ່ານ ໂດນັນ ທຣໍາ, ປະທານາທິບໍດີອາເມຣິກາ ໄດ້ກ່າວຢູ່ລັດເພນຊິລເວເນຍ ວ່າ: ພາສີນໍາເຂົ້າກໍາລັງນໍາເອົາເງິນຫຼາຍແສນຕື້ໂດລາມາໃຫ້ອາເມຣິກາ, ເມື່ອກ່ອນອາເມຣິກາເຄີຍມີຂໍ້ຕົກລົງການຄ້າທີ່ບໍ່ດີທີ່ສຸດ ແລະ ເຄີຍຖືກຫົວຂວັນຈາກທົ່ວໂລກ, ແຕ່ດຽວນີ້ບໍ່ມີປະເທດໃດກ້າຫົວຂວັນອີກຕໍ່ໄປ”, ພ້ອມນີ້ ທ່ານຍັງໄດ້ເນັ້ນຢໍ້າວ່າການຂາດດຸນການຄ້າຂອງປະເທດກໍາລັງຫຼຸດລົງ ແລະ ລາຍຮັບຈາກພາສີນໍາເຂົ້າຄືຜົນງານດ້ານເສດຖະກິດທີ່ສໍາຄັນນັບແຕ່ທ່ານຂຶ້ນຮັບຕໍາແໜ່ງ ແລະ ຖືເປັນຜົນງານສໍາຄັນກ່ອນການເລືອກຕັ້ງກາງສະໄໝຂອງອາເມຣິກາທີ່ຈະຈັດຂຶ້ນໃນອີກບໍ່ດົນນີ້.

ຢ່າງໃດກໍຕາມ, ບັນດານັກວິເຄາະ ແລະ ນັກຄົ້ນຄວ້າ ຕ່າງສະແດງຄວາມຄິດເຫັນທີ່ຫຼາກຫຼາຍກ່ຽວກັບປະສິດທິຜົນຂອງການນໍາໃຊ້ນະໂຍບາຍເພີ່ມພາສີຂອງອາເມຣິກາ. ທ່ານ ເວນ ໄວນ໌ກາເດນ, ນັກຄົ້ນຄວ້າອາວຸໂສດ້ານທຸລະກິດ ແລະ ເສດຖະກິດຈາກສະຖາບັນຄົ້ນຄວ້າປາຊີຟິກ ເຊິ່ງເປັນສະຖາບັນຄິດທີ່ເຊື່ອໝັ້ນໃນເສດຖະກິດຕະຫຼາດເສລີ ໄດ້ເຕືອນວ່າ ການຂາດດຸນການຄ້າທີ່ຫຼຸດລົງ ແລະ ລາຍຮັບຈາກພາສີນໍາເຂົ້າທີ່ສ້າງສະຖິຕິສູງສຸດນັ້ນອາດຈະເປັນແຕ່ຕົວຊີ້ວັດທີ່ບໍ່ດີຕໍ່ສຸຂະພາບເສດຖະກິດໂດຍລວມ ເພາະມັນອາດເປັນສັນຍານຂອງບັນຫາເສດຖະກິດ. ຂະນະທີ່, ທ່ານ ນາງ ຄິມເບີລີ ເຄລາຊິງ, ສາດສະດາຈານດ້ານກົດໝາຍ ແລະ ນະໂຍບາຍພາສີຢູ່ໂຮງຮຽນກົດໝາຍ UCLA ແລະ ເປັນອະດີດພະນັກງານກະຊວງການເງິນອາເມຣິກາ ຊີ້ໃຫ້ເຫັນວ່າ ການຂາດດຸນການຄ້າທີ່ແຄບລົງ ໂດຍລວມອາດໝາຍຄວາມວ່າປະຊາຊົນກຳລັງຫຼຸດການບໍລິໂພກ ແລະ ການລົງທຶນ. ກ່ອນໜ້ານີ້ບໍ່ດົນຫຼັງຈາກເຂົ້າຮັບຕຳແໜ່ງສະໄໝທີສອງ, ໃນໂອກາດຂຶ້ນຮັບຕໍາແໜ່ງ ທ່ານ ໂດນັນ ທຣໍາ ໄດ້ກ່າວວ່າ: ຍຸກສະໄໝຄຳຂອງອາເມຣິກາເລີ່ມຕົ້ນໃນຕອນນີ້ແລ້ວ, ແຕ່ໃນໄລຍະປີ 2025 ເສດຖະກິດອາເມຣິກາປະສົບກັບຄວາມກົດດັນເພີ່ມຂຶ້ນ ແລະ ຍຸກສະໄໝຄຳທີ່ປະກາດໄວ້ນັ້ນຍັງບໍ່ທັນມາເຖິງເທື່ອ.

 

(ອັດຕາການວ່າງງານຂອງປະຊາຊົນ [Photo/ US Department of Labor])

ໃນດ້ານຂອງການຈ້າງງານ, ກະຊວງແຮງງານເມຣິກາ ໄດ້ລາຍງານເມື່ອບໍ່ດົນມານີ້ວ່າ: ໃນເດືອນຕຸລາປີນີ້ມີການເລີກຈ້າງງານທົ່ວປະເທດ 105,000 ຕໍາແໜ່ງ, ໃນຂະນະທີ່ເດືອນພະຈິກປີນີ້ ມີການສ້າງວຽກເຮັດງານທໍາໃໝ່ເພີ່ມຂຶ້ນ 64,000 ຕໍາແໜ່ງ ແລະ ອັດຕາການວ່າງງານໄດ້ເພີ່ມຂຶ້ນສູງເຖິງ 4,6% ໃນໜຶ່ງເດືອນທີ່ຜ່ານມາ ເຊິ່ງເປັນອັດຕາທີ່ສູງທີ່ສຸດໃນຮອບ 4 ປີ. ຍິ່ງໄປກວ່ານັ້ນ, ໃນອຸດສາ ຫະກໍາການຜະລິດພາຍໃນ, ສຳນັກງານຂໍ້ມູນແຮງງານໄດ້ລາຍງານວ່າ ມາຮອດເດືອນກັນຍາປີນີ້, ກຳລັງແຮງງານໃນອຸດສາຫະກຳນີ້ ຢູ່ທີ່ 12,706 ລ້ານຄົນ, ຫຼຸດລົງ 49,000 ຄົນຈາກ 12,755 ລ້ານຄົນ ໃນທ້າຍເດືອນມັງກອນປີນີ້. ອີງຕາມຂໍ້ມູນຢ່າງເປັນທາງການໃນໄລຍະ 11 ເດືອນຂອງປີນີ້, ໃນແຕ່ລະເດືອນມີການສ້າງວຽກເຮັດງານທໍາໃໝ່ສ້າງຂຶ້ນໂດຍສະເລ່ຍ 55,000 ຕໍາແໜ່ງ, ຫຼຸດລົງ 67% ເມື່ອທຽບໃສປີກາຍ.

ທ່ານ ອາເລັກ ຟິລິບ, ຫົວໜ້ານັກເສດຖະສາດການເມືອງອາເມຣິກາຂອງ Goldman Sachs ກ່າວໃນລາຍງານຫຼ້າສຸດວ່າ: ສະພາບເສດຖະກິດຊຸດໂຊມລົງໄດ້ດຶງນະໂຍບາຍພາສີນໍາເຂົ້າທີ່ເຂັ້ມງວດຂອງອາເມຣິກາເຂົ້າໄປໃນຫຼາຍດ້ານຈົນນຳໄປສູ່ໂອກາດທີ່ອຸປະສັກທາງການຄ້າຈະຫຼຸດລົງແທນທີ່ຈະເພີ່ມຂຶ້ນໃນໄລຍະຫຼາຍເດືອນຂ້າງໜ້າ,  ຍ້ອນການເລືອກຕັ້ງກາງສະໄໝຂອງອາເມຣິກາໃນເດືອນມີນາທີ່ກຳລັງໃກ້ຈະມາເຖິງ, ຄ່າຄອງຊີບຍັງຄົງເປັນຄວາມກັງວົນອັນດັບໜຶ່ງຂອງຜູ້ລົງຄະແນນສຽງ, ແລະ ມີທາງເລືອກທີ່ຊັດເຈນຢູ່ໃນມື: ເຄື່ອງມືນະໂຍບາຍທີ່ຊັດເຈນທີ່ສຸດແມ່ນການຫຼຸດພາສີນໍາເຂົ້າ.

ອີງຕາມຜົນການວິເຄາະຫຼ້າສຸດຈາກ Groundwork Collaborative, The Century Foundation ແລະ AFT ສະແດງໃຫ້ເຫັນວ່າ ໃນໄລຍະການບໍລິຫານງານຂອງ ທ່ານ ໂດນັນ ທຣໍາ, ລາຄາຂອງຂວັນໃນໂອກາດວັນພັກທີ່ນິຍົມທີ່ສຸດຫຼາຍຊະນິດໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ດ້ວຍອັດຕາເພີ່ມຂຶ້ນໂດຍສະເລ່ຍ 26%, ເກືອບ 9 ເທົ່າຂອງອັດຕາເງິນເຟີ້ໂດຍລວມ.

(ການປ່ຽນແປງລາຄາຂອງຂວັນຍອດນິຍົມ 70 ລາຍການ [Groundwork Collaborative, The Century Foundation and AFT] )

ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ໃນໂອກາດວັນຄຣິສມາດ, ລາຄາຂອງຂອງຂວັນສໍາລັບຄົວເຮືອນ ແລະ ເຄື່ອງໃຊ້ໃນຄົວໃນເມຣິກາໄດ້ເພີ່ມຂຶ້ນ 38% ເມື່ອທຽບໃສ່ປີກາຍ, ລາຄາເຄື່ອງເອເລັກໂຕຣນິກ ເພີ່ມຂຶ້ນ 34%, ເຄື່ອງນຸ່ງ, ເກີບ ແລະ ເຄື່ອງປະດັບ ເພີ່ມຂຶ້ນ 20%, ເຄື່ອງຫຼີ້ນ ແລະ ເກມ ເພີ່ມຂຶ້ນ 17%. ເພື່ອຕອບສະໜອງຕໍ່ລາຄາທີ່ເພີ່ມຂຶ້ນ 40% ຂອງຄົວເຮືອນໄດ້ຫຼຸດຈໍານວນຂອງຂວັນທີ່ຊື້ ແລະ ເກືອບໜຶ່ງໃນສາມຫຼຸດຈຳນວນຜູ້ຮັບ, ນະໂຍບາຍພາສີນໍາເຂົ້າທີ່ປ່ຽນແປງຕະຫຼອດແມ່ນບັນຫາສໍາຄັນສຳລັບລາຄາສິນຄ້າວັນພັກທີ່ເພີ່ມຂຶ້ນ.

ທ່ານ ໂດນັນ ທຣໍາ ມີຄວາມເຊື່ອວ່າເສດຖະກິດອາເມຣິກາຈະກ້າວສູ່ຂັ້ນຕອນທີ່ດີກວ່າໃນໄຕມາດທຳອິດຂອງປີໜ້າ, ເຊິ່ງນັກວິເຄາະຫຼາຍຄົນເຊື່ອວ່າ ຄວາມໝັ້ນໃຈນີ້ແມ່ນມາຈາກການຄາດຄະເນຂອງການນໍາໃຊ້ກົດໝາຍທີ່ຮຽກວ່າ: ໃຫຍ່ ແລະ ງາມ ທີ່ອາເມຣິກາປະກາດໃຊ້ເມື່ອບໍ່ດົນມານີ້. ຢ່າງໃດກໍຕາມ, ທ່ານ ຊາຍໂມນ ຈອນສັນ, ນັກເສດຖະສາດຜູ້ຊະນະລາງວັນໂນເບວ ແລະ ອາຈານຢູ່ໂຮງຮຽນ Sloan ຂອງ MIT ກ່າວວ່າ: ຍັງເບິ່ງບໍ່ເຫັນວ່າ ປີ 2026 ເສດຖະກິດອາເມຣິກາຈະດີຂຶ້ນຄືແນວໃດ. ຂະນະດຽວກັນໃນສາຍຕາຂອງນັກເສດຖະສາດຫຼາຍຄົນເຊື່ອວ່າ “ຍຸກສະໄໝຄຳໃໝ່” ຍັງຫ່າງໄກຈາກຄວາມຈິງ, ພ້ອມນີ້ ເສດຖະກິດອາເມຣິກາ ຄາດວ່າຈະຫຼຸດລົງຈາກ 2,8% ໃນປີ 2024 ມາຢູ່ທີ່ 2% ໃນປີ 2025 ນີ້.

ຍິ່ງໄປກວ່ານັ້ນ, ນະໂຍບາຍພາສີນໍາເຂົ້າໄດ້ເພີ່ມຄວາມສ່ຽງຂອງການເກີດເງິນເຟີ້ຮຸນແຮງໃນອາເມຣິກາ. ນັບຕັ້ງແຕ່ເດືອນເມສາປີນີ້, ທັງດັດຊະນີລາຄາຜູ້ບໍລິໂພກ (CPI) ແລະ ດັດຊະນີລາຄາຜູ້ບໍລິ ໂພກພື້ນຖານ (core CPI) ຂອງເມຣິກາໄດ້ສືບຕໍ່ເພີ່ມຂຶ້ນ ແລະ ສູງເຖິງ 3% ໃນເດືອນກັນຍາ. ການຫຼຸດຜ່ອນນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາຕໍ່ໄປຈະສ້າງຄວາມກົດດັນທີ່ຫຼາຍກວ່າເກົ່າຕໍ່ອັດ ຕາເງິນເຟີ້ເພີ່ມຂຶ້ນ. ເຖິງວ່າຜົນກະທົບດ້ານເງິນເຟີ້ເພີ່ມຈາກພາສີນໍາເຂົ້າຈະຫຼ້າຊ້າ, ແຕ່ໃນທີ່ສຸດມັນກໍຈະຄ່ອຍໆ ປາກົດຂຶ້ນ. ໃນປີ 2025, ຜົນກະທົບຈາກພາສີນໍາເຂົ້າຕໍ່ເມຣິກາຈະຖືກດູດຊຶມໂດຍບໍລິ ສັດນຳເຂົ້າສ່ວນໃຫຍ່ໂດຍການບີບອັດກຳໄລແຕ່ການສຳຫຼວດຫຼາຍຄັ້ງໃນເບື້ອງຕົ້ນ ສະແດງໃຫ້ເຫັນວ່າ ບໍລິສັດນຳເຂົ້າກຳລັງວາງແຜນທີ່ຈະໂອນຄ່າໃຊ້ຈ່າຍສ່ວນໃຫຍ່ໄປຫາຜູ້ຊົມໃຊ້, ພ້ອມນີ້, ເນື່ອງຈາກລັກສະນະທີ່ຊັກຊ້າຂອງຜົນກະທົບດ້ານເງິນເຟີ້ຍ້ອນການເພີ່ມພາສີນໍາເຂົ້າ, ຜົນກະທົບຂອງມັນອາດຈະແກ່ຍາວນານຫຼາຍກວ່າທີ່ຄາດໝາຍ, ແທນທີ່ຈະເປັນເຫດການທີ່ເກີດຂຶ້ນພຽງຄັ້ງດຽວ. ດັ່ງນັ້ນ, ຄວາມສ່ຽງຂອງເງິນເຟີ້ເພີ່ມຂຶ້ນຢູ່ອາເມຣິກາໃນປີ 2026 ຈຶ່ງບໍ່ສາມາດເບິ່ງຂ້າມໄດ້.