ນະໂຍບາຍເພີ່ມພາສີ ຈະສືບຕໍ່ສົ່ງຜົນກະທົບໄລຍະຍາວຕໍ່ເສດຖະກິດຂອງອາເມຣິກາ

ໃນເວທີປຶກສາຫາລືດາໂວສລະດູຮ້ານ 2025 ທີ່ຈັດຂຶ້ນຢູ່ນະຄອນທຽນສິນຂອງຈີນ ລະຫວ່າງວັນທີ 20-26 ມິຖຸນານີ້, ບັນດານັກເສດຖະສາດ ແລະ ຜູ້ຊ່ຽວຊານດ້ານເສດຖະກິດຈາກທົ່ວໂລກທີ່ເຂົ້າຮ່ວມງານ ຕ່າງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບສະພາບເສດຖະກິດໂລກ ໃນຫົວຂໍ້ຕ່າງໆ. ໃນນັ້ນ ທີ່ໄດ້ຮັບຄວາມສົນໃຈ ແລະ ບໍ່ເວົ້າເຖິງບໍ່ໄດ້ແມ່ນກ່ຽວກັບນະໂຍບາຍເພີ່ມພາສີຂອງອາເມຣິກາທີ່ສົ່ງຜົນກະທົບໄປທົ່ວໂລກ.
ທ່ານ ໂຣເບີດ ຄູປແມນ, ອະດີດນັກ ເສດຖະສາດຂອງອົງການການຄ້າໂລກ ເຊິ່ງປັດຈຸບັນເປັນອາຈານບັນຍາຍອາວຸໂສຢູ່ມະຫາວິທະຍາໄລ ອາເມຣິກາ ກ່າວເຕືອນໃນເວທີດັ່ງກ່າວວ່າ: “ເຖິງວ່າການສັ່ງຊື້ລ່ວງໜ້າ (front-loading) ຈາກຜູ້ນໍາເຂົ້າສິນຄ້າຂອງອາເມຣິກາ ຈະເຮັດໃຫ້ເກີດຜົນກະທົບຈາກພາສີຫຼ້າຊ້າ ແຕ່ຜົນກະທົບດ້ານເສດຖະກິດໃນໄລຍະຍາວທີ່ຈະເກີດຂຶ້ນຈາກຄວາມລັງເລໃນການລົງທຶນ, ການຫຼຸດລົງຂອງກະແສເງິນທຶນ, ການຈັດສັນແຮງງານ ແລະ ທຶນຮອນທີ່ບໍ່ມີປະສິດທິພາບ ຈະສົ່ງຜົນກະທົບຕໍ່ເສດຖະກິດຂອງອາເມຣິກາໃນໄລຍະໜຶ່ງຊົ່ວອາຍຸຄົນ ຫຼື ຫຼາຍກວ່ານັ້ນ”.
ຂະນະທີ່ຜູ້ກໍານົດນະໂຍບາຍຂອງອາເມຣິກາລົງທຶນໝົດໂຕກັບການຍ້າຍຖານການຜະລິດກັບຄືນປະເທດ ແລະ ການແຍກຕົວອອກຈາກກັນ. ນັກເສດຖະສາດເຕືອນວ່າ: ໄຊຊະນະທາງການເມືອງໃນໄລຍະສັ້ນອາດຕ້ອງແລກມາດ້ວຍຄວາມເຂັ້ມແຂງທາງດ້ານເສດຖະກິດໃນໄລຍະຍາວ. ສິ່ງທີ່ເບິ່ງຄ້າຍຄືການເພີ່ງພາອາໄສຕົນເອງຂອງອາເມຣິກາໃນດ້ານເສດຖະກິດນັ້ນ ແທ້ຈິງແລ້ວອາດເປັນການ ຄ່ອຍໆ ທໍາລາຍເສດຖະກິດໂລກຢ່າງຊ້າໆ ເຊິ່ງຕ້ອງຍອມຮັບວ່າຄວາມພະຍາຍາມທີ່ຈະດຶງດູດເອົາບັນ ດາບໍລິສັດກັບຄືນມາລົງທຶນຢູ່ອາເມຣິກ ອາດຈະປະສົບຜົນສໍາເລັດໃນບາງສ່ວນ, ແຕ່ບັນດານັກເສດ ຖະສາດມີຄວາມເຫັນກົງກັນວ່າ ຜົນກໍາໄລທີ່ເກີດຂຶ້ນນັ້ນຈະບໍ່ສາມາດຊົດເຊີຍຄວາມເສຍຫາຍໃນວົງກວ້າງທີ່ເກີດຂຶ້ນຈາກນະໂຍບາຍປົກປ້ອງການຄ້າໄດ້, ສຸດທ້າຍແລ້ວຜູ້ນໍາເຂົ້າຈະເປັນຜູ້ຈ່າຍພາສີ.

ທ່ານ ໂຣເບີດ ຄູປແມນ ຢືນຢັນວ່າ: “ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາ ອ້າງວ່າ ຜູ້ສົ່ງອອກຈະເປັນຜູ້ຮັບຜິດຊອບຕົ້ນທຶນ, ແຕ່ຄວາມເປັນຈິງໃນການບໍລິຫານງານຄັ້ງຜ່ານມາ ຜູ້ສົ່ງອອກຕ່າງປະເທດເປັນຜູ້ຈ່າຍພາສີພຽງແຕ່ປະມານ 5% ເທົ່ານັ້ນ, ບໍລິສັດຕ່າງໆ ຮັບຜິດຊອບປະມານ 50-55% ຜ່ານອັດຕາກໍາໄລ, ສ່ວນທີ່ເຫຼືອຈະຕົກຢູ່ທີ່ຜູ້ບໍລິໂພກ”. ຂະນະທີ່ ທ່ານ ເກຼແຮມ ອັນລີຊອນ, ສາດສະດາຈານຈາກໂຮງຮຽນລັດຖະບານ ຮາເວີດ ເຄນເນດີ ກ່າວວ່າ: “ການດີ້ນຮົນນັ້ນມີຄວາມຊັດເຈນ ແລະ ຄວາມເປັນໄປໄດ້ທີ່ພາວະເງິນເຟີ້ຈະດໍາເນີນຕໍ່ໄປ” ທີ່ສໍາຄັນກວ່ານັ້ນ ການທີ່ບໍລິ ສັດຕ່າງໆ ຕັ້ງໂຮງງານໃນອາເມຣິກາ ບໍ່ແມ່ນຈຸດສິ້ນສຸດຂອງບັນຫາ ເພາະຍັງມີບັນຫາການສ້າງແຮງງານ ແລະ ການຟື້ນຟູອຸດສາຫະກໍາ.
ສ່ວນ ທ່ານ ເຈັຟເຟີ ຟຣິເດັນ, ສາດສະດາຈານດ້ານການພົວພັນສາກົນ, ກິດຈະການສາທາລະ ນະ ແລະ ວິທະຍາສາດການເມືອງຈາກມະຫາວິທະຍາໄລ ໂກລໍາບີ ກ່າວວ່າ: “ບໍລິສັດຕ່າງໆ ທີ່ຕ້ອງ ການຍົກຍ້າຍໄປອາເມຣິກາ ຈະຕ້ອງຜະເຊີນກັບຄວາມທ້າທາຍຫຼາຍຢ່າງ ໂດຍສະເພາະການຂາດເຂີນແຮງງານທີ່ມີທັກສະ. ບໍລິສັດຕ່າງໆ ໃນອາເມຣິກາຍັງລາຍງານເຖິງຄວາມຫຍຸ້ງຍາກລໍາບາກຢ່າງຕໍ່ເນື່ອງໃນການຊອກຫາແຮງງານທີ່ເປັນຊ່ຽວຊານສະເພາະດ້ານທີ່ຈໍາເປັນສໍາລັບການຜະລິດສະໄໝໃໝ່ ເຊິ່ງຊ່ອງວ່າງດ້ານທັກສະນີ້ບໍ່ແມ່ນປັນຫາຊົ່ວຄາວ ແລະ ຈະບໍ່ສາມາດແກ້ໄຂໄດ້ໃນໄລຍະສັ້ນ.”
ທ່ານ ຟຣີເດັນ ກ່າວຕື່ມວ່າ: ນັບແຕ່ປີທີ່ມີພະນັກງານສູງສຸດ ຄື 19,6 ລ້ານຄົນໃນປີ 1979, ອຸດສາຫະກໍາການຜະລິດຂອງອາເມຣິກາສູນເສຍພະນັກງານໄປປະມານ 3 ສ່ວນ 4 ໃນປີ 2023. ພະນັກງານໃນພາກການຜະລິດ ປະມານ 25% ເປັນຊາວອົບພະຍົບ “ນະໂຍບາຍຍ້າຍຖິ່ນຖານເຮັດໃຫ້ ຈໍານວນແຮງງານທີ່ມີທັກໃນອຸດສາຫະກໍາທັນສະໄໝຫຼຸດລົງຢ່າງຫຼວງຫຼາຍ ເຊິ່ງຖືເປັນອຸປະສັກສໍາຄັນສໍາລັບບໍລິສັດຕ່າງໆ ທີ່ຕ້ອງການຂະຫຍາຍ ຫຼື ກັບຄືນໄປຜະລິດຢູ່ອາເມຣິກາ”. ທ່ານກ່າວຢໍ້າວ່າ ສະຖານະການທີ່ເປັນໄປໄດ້ໃນການຍ້າຍຖານການຜະລິດກັບຄືນໄປອາເມຣິກາ ອາດຈະບໍ່ສົ່ງຜົນໃຫ້ ການຈ້າງງານເພີ່ມຂຶ້ນ, ຈໍານວນວຽກທີ່ນໍາກັບໄປອາເມຣິກາ ອາດບໍ່ສົມດຸນກັບຈໍານວນວຽກທີ່ຖືກຕັດອອກຈາກຕະຫຼາດສົ່ງອອກທີ່ໜ້ອຍລົງ. ຮ້າຍແຮງໄປກວ່ານັ້ນ ແມ່ນການລົງທຶນຈາກຕ່າງປະເທດໃນປະເທດນີ້ຈະຫຼຸດລົງ.

ຜົນກະທົບທີ່ເຮັດໃຫ້ເສຍຫາຍຫຼາຍກວ່າເກົ່າ ແມ່ນການຫຼຸດລົງຂອງການລົງທຶນຈາກຕ່າງປະ ເທດໃນອາເມຣິກາ ຍ້ອນການກໍານົດອັດຕາພາສີທີ່ບໍ່ເໝາະສົມກັບການທົດແທນການຈັດສັນທຶນ, ເຊິ່ງ ທ່ານ ຄູປແມນ ອະທິບາຍ. “ມັນປ່ຽນເສັ້ນການລົງທຶນຈາກຂະແໜງການທີ່ມີຄຸນນະພາບ ແລະ ການແຂ່ງຂັນສູງໄປສູ່ອຸດສາຫະກໍາທີ່ຖືກປົກປ້ອງ ປຽບຄືດັ່ງເສັ້ນດ້າຍທີ່ຈະມີປະສິດທິພາບຕ່ຳກວ່າ. ສິ່ງທີ່ມາຕື່ມເຕັມເຂົ້າໃນຊ່ອງຫວ່າງມັກຈະເປັນເຕັກໂນໂລຊີອັດຕະໂນມັດ ບໍ່ແມ່ນການສ້າງວຽກເຮັດງານ ທໍາ. ທ່ານ ຟຣີເດັນ ໄດ້ສະໜັບສະໜູນຄວາມຄິດ “ການຄ້າ ແລະ ການລົງທຶນຈາກຕ່າງປະເທດທີ່ຫຼຸດລົງ ຈະຫຼຸດຜ່ອນປະສິດທິພາບທາງດ້ານເສດຖະກິດ, ກະທົບການຊົມໃຊ້ ແລະ ຫຼຸດຜ່ອນຄວາມສາ ມາດດ້ານການແຂ່ງຂັນໃນລະດັບໂລກ. ຂະນະທີ່ບາງນັກເສດຖະສາດ ກ່າວວ່າ: ຜົນກະທົບບໍ່ໄດ້ມາຈາກຕົວພາສີເອງພຽງຢ່າງດຽວ, ແຕ່ຍັງມາຈາກຄວາມບໍ່ແນ່ນອນຂອງນະໂຍບາຍດ້ານພາສີ. “ຖ້າພາສີມີຄວາມໝັ້ນຄົງ ຈະສາມາດສ້າງແບບຈຳລອງຜົນກະທົບຂອງມັນໄດ້, ແຕ່ຄວາມບໍ່ສາມາດຄາດຄະເນໄດ້ວ່າ ອັດຕາເທົ່າໃດ ຈະຍືດໄລຍະເວລາໄດ້ດົນປານໃດ, ສິນຄ້າ ຫຼື ຄູ່ຄ້າໃດຈະຖືກເປົ້າໝາຍ ຈະເຮັດໃຫ້ການລົງທຶນດີຂຶ້ນ.
ຄວາມຈິງແລ້ວ, ອີງຕາມຂໍ້ມູນຈາກບໍລິສັດວິເຄາະດ້ານການເງິນ Dealogic ສະແດງໃຫ້ເຫັນວ່າ ການອອກຫຸ້ນສາທາລະນະຄັ້ງທຳອິດ (IPOs) ທີ່ມີທຶນສ່ວນຕົວ (private-equity) ສະໜັບສະໜູນໃນອາເມຣິກາ ແລະ ເອີຣົບ ໄດ້ຫຼຸດລົງຢ່າງຮ້າຍແຮງຈາກ 116 ບໍລິສັດໃນເຄິ່ງປີທຳອິດຂອງປີ 2021 ມາເປັນພຽງ 9 ບໍລິສັດໃນເຄິ່ງປີທໍາອິດຂອງປີ 2025, ເຊິ່ງນັກເສດຖະສາດບາງທ່ານປະເມີນການຂະຫຍາຍຕົວປະຈໍາປີຂອງ GDP ອາເມລິກາ ອາດຈະຊ້າລົງເຖິງ 1,5-2%, ຫຼຸດລົງຈາກລະດັບກ່ອນໜ້ານີ້.
ນະໂຍບາຍເພີ່ມພາສີຂອງອາເມຣິກາ ກຳລັງປັບປ່ຽນໂຄງສ້າງການຄ້າໂລກໃຫ້ໃຫຍ່ຂຶ້ນເປັນກ້າວໆ ແລະ ເຮັດໃຫ້ຕົນເອງນັບມື້ຖືກຕັດຂາດອອກຈາກການຂະຫຍາຍຕົວຂອງເສດຖະກິດໂລກ: ຈີນ ແລະ ສະຫະພາບເອີຣົບ (EU) ກຳລັງເຊື່ອມໂຍງກັນຢ່າງເຂັ້ມແຂງຂຶ້ນ, ໂດຍເອີຣົບກຳລັງຊອກຫາຕະຫຼາດທາງເລືອກຫຼັກ ເພື່ອຊົດເຊີຍດ້ານການຄ້າກັບອາເມຣິກາ. ປະເທດກຳລັງພັດທະນາທີ່ເຄີີຍເພີ່ງພາອາໄສຕະຫຼາດອາເມຣິກາ ກຳລັງປ່ຽນທິດໄປສູ່ເຄືອຂ່າຍການຄ້າໃນອາຊີ ແລະ ລະຫວ່າງປະເທດກຳລັງພັດ ທະນາດ້ວຍກັນ (ເຄື່ອຂ່າຍການຄ້າໃຕ້-ໃຕ້). ທ່ານ ຟຣີເດັນ ກ່າວຕື່ມວ່າ: ປະເທດຕ່າງໆ ທີ່ເຄີຍເບິ່ງຕະຫຼາດອາເມຣິກາ ເປັນກໍາລັງຂັບເຄື່ອນການເຕີບໂຕ ກໍາລັງຄິດພິຈາລະນາຄືນໃໝ່. ປັດຈຸບັນ ອາເມຣິກາ ກວມເອົາປະມານ 13 % ຂອງການນໍາເຂົ້າສິນຄ້າທົ່ວໂລກ ເຮັດໃຫ້ປະເທດຕ່າງໆ ກໍາລັງປັບຄວາມຄາດຫວັງ ແລະ ກໍາລັງສໍາຫຼວດຕະຫຼາດທາງເລືອກຄືນໃໝ່.

ນອກຈາກນີ້, ຂໍ້ໄດ້ປຽບທາງດ້ານນະວັດຕະກໍາແບບດັ້ງເດີມຂອງອາເມຣິກາ ກໍຫຼຸດລົງເຊັ່ນດຽວກັນ. ຈີນ, ອິນເດຍ ແລະ ບາງສ່ວນຂອງເອີຣົບ ກໍາລັງຫຼຸດຊ່ອງວ່າງດັ່ງກ່າວລົງ ໂດຍການລົງທຶນຢ່າງຫຼວງຫຼາຍໃນດ້ານເຕັກໂນໂລຊີແນວໜ້າ ເຊິ່ງ ທ່ານ ຄູປແມນ ເຕືອນວ່າ ຫາກຜູ້ກໍານົດນະໂຍບາຍຂອງອາເມຣິກາ ຍັງສືບຕໍ່ຈໍາກັດກະແສການລົງທຶນ ແລະ ການສຶກສາລະດັບສາກົນຕໍ່ໄປ ເຄື່ອງຈັກທີ່ຊ່ວຍຂັບເຄື່ອນການເຕີບໂຕຂອງອາເມຣິກາໃນໄລຍະຊຸມປີຜ່ານມາອາດຕ້ອງຢຸດການເຮັດວຽກ. ຂະນະທີ່ນັກເສດຖະສາດອີກຈໍານວນໜຶ່ງ ກ່າວວ່າ: ອາເມຣິກາ ກໍາລັງຖອຍຫ່າງຈາກບົດບາດທາງປະຫວັດສາດໃນດ້ານເສດຖະກິດໂລກ, ເສດຖະກິດໂລກ ແລະ ຄວາມສໍາພັນທາງດ້ານການຄ້າກໍາລັງຢູ່ພາຍໃຕ້ການອອກແບບໃໝ່.
ນັກເສດຖະສາດສ່ວນໃຫຍ່ທີ່ເຂົ້າຮ່ວມເວທີປຶກສາຫາລືດາໂວສລະດູຮ້ານ 2025 ຕ່າງພາກັນວິເຄາະວ່າ: ຄ່າໃຊ້ຈ່າຍໃນໄລຍະຍາວນານທີ່ແທ້ຈິງ ແມ່ນການສູນເສຍຄວາມນິຍົມຊົມຊອບ, ເຊິ່ງເປັນສິ່ງທີ່ຍາກຈະກູ້ຄືນມາໄດ້. ຂໍ້ຕົກລົງດ້ານການຄ້າບໍ່ສາມາດເຈລະຈາຄືນໃໝ່ໄດ້ພາຍໃນ 90 ວັນ. ການ ເຄື່ອນໄຫວຝ່າຍດຽວຂອງອາເມຣິກາ ອາດຈະບັງຄັບໃຫ້ປະເທດອື່ນໆ ຕ້ອງຕົກລົງກັນເອງ ໂດຍບໍ່ຜ່ານການເຂົ້າຮ່ວມຂອງອາເມຣິກາ, ມີການສົນທະນາກ່ຽວກັບການຮ່ວມມືກັນລະຫວ່າງສະຫະພາບເອີຣົບ ກັບສະມາຊິກຂໍ້ຕົກລົງຮ່ວມມືທາງດ້ານເສດຖະກິດພາກພື້ນປາຊີຟິກ (CPTPP). ອາຊຽນ ກໍາລັງເຊື່ອມໂຍງການຄ້າພາຍໃນເຂົ້າກັນຢ່າງເຂັ້ມແຂງຂຶ້ນ. ສິ່ງເຫຼົ່ານີ້ ແມ່ນໂອກາດສຳລັບຊາດຕ່າງໆ ທີ່ຈະຮ່ວມມືກັນຢ່າງແໜ້ນແຟ້ນກວ່າເກົ່າ ແທນທີ່ຈະຮ່ວມມືກັບອາເມຣິກາ ທີ່ມີການປ່ຽນແປງນະໂຍບາຍພາສີເພື່ອເອົາປຽບຄູ່ການຄ້າເລື້ອຍໆ ແລະ ນະໂຍບາຍເພີ່ມພາສີດັ່ງກ່າວຈະສືບຕໍ່ສົ່ງຜົນກະທົບຕໍ່ເສດ ຖະກິດຂອງອາເມຣິກາໃນໄລຍະຍາວ.
ຈາກສະພາບການດັ່ງກ່າວ ບັນດານັກເສດຖະສາດ ແລະ ຜູ້ຊ່ຽວຊານດ້ານເສດຖະກິດ ເຊື່ອໝັ້ນວ່າ ການອວ່າຍໜ້າມາຮ່ວມມືກັບຈີນ ກໍຄື ການເພີ່ມການລົງທຶນຢູ່ຈີນໃຫ້ຫຼາຍກວ່າເກົ່າ ຖືເປັນທາງເລືອກທີ່ດີທີ່ສຸດ ເພາະການລົງທຶນຢູ່ຈີນມີຄວາມໝັ້ນຄົງ ແລະ ແນ່ນອນທີ່ສຸດ, ທັງນະໂຍບາຍການເປີດປະຕູສູ່ພາຍນອກນັບມື້ນັບກວ້າງຂວາງດ້ວຍຄຸນນະພາບສູງ, ມາດຕະການດຶງດູດການລົງທຶນທີ່ດີ, ມີເຕັກໂນໂລຊີທັນສະໄໝ, ມີແຮງງານພຽງພໍ ແລະ ຄຸນນະພາບສູງ, ມີຄວາມປອດໄພ ແລະ ອື່ນໆ, ເຊິ່ງຜ່ານມາບັນດານັກລົງທຶນຕ່າງຍ້ອງຍໍຊົມເຊີຍວ່າ ຈີນເປັນດິນແດນຂຽວແຫ່ງຄວາມແນ່ນອນ ແລະ ດິນແດນທີ່ດຶງດູດການລົງທຶນດໍາເນີນທຸລະກິດ, ການເຊື່ອໝັ້ນຕໍ່ຈີນແມ່ນການເຊື່ອໝັ້ນຕໍ່ການລົງທຶນ ແລະ ເຊື່ອໝັ້ນຕໍ່ອະນາຄົດທີ່ສົດໃສ.


