ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນັກກິລາຄົນພິການລາວ ສາມາດຍາດໄດ້ 18 ຫຼຽນ ງານມະຫະກຳ ກິລາ ອາຊຽນພາຣາ ເກມ 2025

Jan 29, 2026

ທີມນັກກິລາຄົນພິການລາວ ໄດ້ເດີນທາງເຖິງບ້ານເກີດເມືອງນອນເປັນທີ່ຮຽບຮ້ອຍແລ້ວ ໃນວັນທີ 27 ມັງກອນ 2026 ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ ພາຍຫຼັງສ້າງຜົນງານໄດ້ເປັນປະຫວັດສາດໜ້າໃໝ່ ຍາດໄດ້ 18 ຫຼຽນ, ໃນນັ້ນ 2 ຫຼຽນຄຳ, 5 ຫຼຽນເງິນ ແລະ 11 ຫຼຽນທອງ ຈັດຢູ່ອັນດັບທີ 9 ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາ ເກມ 2025 (ASEAN Para Games 2025) ລະຫວ່າງວັນທີ 20-26 ມັງກອນ 2026 ທີ່ນະຄອນຣາຊະສີມາ ປະເທດໄທ, ນຳໂດຍທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ), ຊຶ່ງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ຄພລ, ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ ບັນດາທ່ານຄະນະບໍລິຫານງານ ຄພລ ຜູ້ໃຫ້ການສະໜັບສະໜູນ ພ້ອມດ້ວຍຄູຝຶກ ແລະ ນັກກິລາຄົນພິການ ຕະຫຼອດຮອດມວນຊົນຊາວລາວເຂົ້າຮ່ວມສະແດງຄວາມຍິນດີ.
May be an image of one or more people and text
ງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ປີນີ້ ມີນັກກິລາຈາກ 10 ຊາດອາຊຽນເຂົ້າຮ່ວມ 1,166 ຄົນ ໃນນັ້ນ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມທັງໝົດ 160 ກວ່າຄົນ ຈາກ 12 ປະເພດກິລາ. ຜ່ານການແຂ່ງຂັນຜົນປາກົດວ່າ: ສປປ ລາວ ສາມາດ ຍາດໄດ້ 2 ຫຼຽນຄຳ, 5 ຫຼຽນເງິນ ແລະ 11 ຫຼຽນທອງ ລວມ 18 ຫຼຽນ ຈັດຢູ່ອັນດັບທີ 9 ຂອງຕາຕະລາງ ສ່ວນເຈົ້າຫຼຽນຄຳ ເປັນຂອງເຈົ້າພາບ ໄທ ຍາດໄດ້ 175 ຫຼຽນຄຳ, 155 ຫຼຽນເງິນ ແລະ 157 ຫຼຽນທອງ, ທີ 2 ອິນໂດເນເຊຍ ຍາດໄດ້ 135 ຫຼຽນຄຳ, 143 ຫຼຽນເງິນ ແລະ 114 ຫຼຽນທອງ ແລະ ທີ 3 ມາເລເຊຍ ຍາດໄດ້ 64 ຫຼຽນຄຳ 64 ຫຼຽນເງິນ ແລະ 73 ຫຼຽນທອງ.
ສຳລັບງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 14 ແມ່ນປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ ໃນປີ 2027.
ຂ່າວ: ສົງການ ພັນແພງດີ