ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນັກກິລາເປຕັງລາວ 4 ປະເພດເດີນທາງເຖີງນະຄອນຫລວງວຽງຈັນ ພາຍຫລັງສໍາເລັດເຂົ້າຮ່ວມຊີເກມ ຄັ້ງທີ 32.
ນັກກິລາທີມຊາດລາວ 4 ປະເພດ ຄື: ເປຕັງ, ກິລາມວຍສາກົນ, ກິລາຍົກນໍ້າໜັກ ແລະ ກິລາ ກຸນຂະແມ ເດີນທາງເຖີງນະຄອນຫລວງວຽງຈັນ ໃນວັນທີ 14 ພຶດສະພານີ້ ພາຍຫລັງສໍາເລັດເຂົ້າຮ່ວມແຂ່ງຂັນຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໂດຍມີ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະ ຄະນະໃຫ້ການຕ້ອນຮັບ. ສໍາລັບຜົນງານຂອງນັກກິລາທັງ 4 ປະເພດ:
– ກິລາເປຕັງລາວ ສ້າງຜົນງານໄດ້ລື່ນຄາດໝາຍ ໂດຍສາມາດຍາດໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ.
– ກິລາກຸນ ຂະແມ ໄດ້ 5 ຫຼຽນເງິນ ແລະ 7 ຫຼຽນທອງ
– ກິລາມວຍສາກົນ ໄດ້ 3 ຫຼຽນທອງ.
– ກິລາຍົກນໍ້າໜັກ ໄດ້ 1 ຫຼຽນທອງ
Cr: ສົງການ ພັນແພງດີ