ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນັກກິລາໂວວີນາມ ທີມຊາດລາວ ສາມາດຍາດໄດ້ 1 ຫຼຽນຄໍາ, 1 ຫລຽນເງິນ, 5 ຫລຽນທອງ ບັນລຸຕາມຄາດຫມາຍທີ່ວາງໄວ້ໃນການເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໄດ້ຮັບກຽດເປັນເຈົ້າພາບ.
ທ່ານ ວຽງສຸກ ຮັງເງີນ, ຫົວຫນ້າຄູຝຶກກິລາໂວວີນາມທີມຊາດລາວ ໃຫ້ສໍາພາດວ່າ: ເຖີງວ່າກ່ອນເຂົ້າຮ່ວມງານມະຫະກໍາກິລາຄັ້ງນີ້ ມີນັກກິລາໂວວີນາມທີມຊາດລາວ ບາງ ຄົນຖອນຕົວເນື່ອງຈາກຕິດພາລະກິດສ່ວນຕົວ, ແຕ່ບໍ່ໄດ້ສົ່ງຜົນກະທົບຕໍ່ການສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນ ເນື່ອງຈາກໄດ້ສ້າງນັກກິລາຮຸ່ນສືບທອດປ່ຽນເເທນໄວ້ແລ້ວເພື່ອໃຫ້ຊາວຫນຸ່ມ-ເຍົາວະຊົນຜູ້ທີ່ມີຄວາມຮູ້ຄວາມສາ ມາດ,ມີພອນສະຫວັນດີເດັ່ນໄດ້ມີໂອກາດພັດທະນາສີມືຕົນເອງ ເຮັດໃຫ້ສາມາດສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງຫມົດ 16 ຄົນ, ເເຂ່ງຂັນ 16 ລາຍການ, ໃນນີ້ປະເພດຕໍ່ສູ້ 5 ລາຍການ ເເລະ ປະເພດສະເເດງ 11 ລາຍການ.
ຜ່ານການເເຂ່ງຂັນຕົວຈີງ ສາມາດຍາດ ໄດ້ 1 ຫຼຽນຄໍາ, 1 ຫລຽນເງິນ, 5 ຫລຽນທອງ ບັນລຸຕາມຄາດຫມາຍທີ່ວາງໄວ້ ເຊີ່ງເປັນການສ້າງກຽດຊື່ສຽງອັນສູງສົ່ງມາໃຫ້ປະເທດຊາດ ກໍ່ຄື ສະຫະພັນ. ສີ່ງສໍາຄັນເເມ່ນເຮັດໃຫ້ວົງການກິລາໂວວີນາມຂອງລາວນັບມື້ມີບົດບາດສູງເດັ່ນຂື້ນໃນເວທີອານຸພາກພື້ນ, ພາກພື້ນ ເເລະ ສາກົນ.
ສໍາລັບຜົນງານການນັກກິລາໂວວີນາມທີມຊາດລາວໃນໄລຍະຜ່ານມາ ສາມາດຍາດໄດ້ຫລຽນລາງວັນໃນການແຂ່ງຂັນລາຍການສໍາຄັນຕ່າງໆ ມາແລ້ວຫລາຍລາຍການ ເປັນຕົ້ນ: ເຂົ້າຮ່ວມແຂ່ງຂັນເອຊຽນອິນດໍເກມ ຄັ້ງທີ 3 ທີ່ ສສ ຫວຽດນາມ ໃນປີ 2009, ຍາດໄດ້ 1 ຫລຽນຄໍາ, 4 ຫລຽນເງິນ, 6 ຫລຽນທອງ. ເຂົ້າຮ່ວມແຂ່ງຂັນຊີງແຊ້ມໂວວີນາມໂລກ ຄັ້ງທີ II ໃນປີ 2011 ທີ່ນະຄອນໂຮ່ຈິມິນ, ສສ ຫວຽດນາມ ຍາດໄດ້ 3 ຫລຽນຄຳ, 4 ຫລຽນເງິນ, 5 ຫລຽນທອງ , ເຂົ້າຮ່ວມແຂ່ງຂັນຊີງແຊ້ມ ໂວວີນາມອາຊຽນຄັ້ງທີ I ໃນປີ 2011 ທີ່ພະນົມເປັນ, ກຳປູເຈຍ ຍາດໄດ້ 3 ຫລຽນຄຳ, 1 ຫລຽນເງີນ, 5 ຫລຽນທອງ ແລະ ອື່ນໆ.
ນັກກິລາໂວວີນາມ ທີມຊາດລາວ ພາຍຫລັງສໍາເລັດການເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາກິລາຊີເກມ ຄັ້ງທີ 32 ທີ່ຣາຊອານາຈັກກໍາປູເຈຍ ໄດ້ເດີນທາງກັບມາເຖີງປະເທດລາວໃນວັນທີ 9 ພຶດສະພາ 2023 ນີ້.
ຂ່າວ: ເດດອາລຸນ ແກ້ວວິໄລ