ນັກຂ່າວ ແລະ ໂຄສົກຈັດລາຍການພາຍໃນ ວິທະຍຸກະຈາຍສຽງແຫ່ງຊາດລາວ ສໍາເລັດການຍົກລະດັບຄວາມຮູ້ດ້ານການຂຽນຂ່າວ, ຂຽນບົດ ແລະ ອ່າວຂ່າວ ອ່ານບົດໃນ ວັນທີ 28 ກຸມພານີ້ ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ພາຍຫລັງໄດ້ດໍາເນີນມາເປັນເວລາ 3 ວັນ, ໂດຍການເຂົ້າຮ່ວມຂອງທ່ານ ບົວໄລ ພານຸວົງ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີທ່ານ ສີພາ ນົງລາດ ອະດີດການນໍາຂອງວິທະຍຸກະຈາຍສຽງແຫ່ງຊາດລາວ, ທ່ານ ສັງຂານ ຈູມຄໍາພັນ ອະດີດການນໍາວິທະຍຸກະຈາຍສຽງແຫ່ງຊາດລາວ ເຊິ່ງເປັນວິທະຍາກອນ ພ້ອມດ້ວຍສໍາມະນາກອນເຂົ້າຮ່ວມ.
ຕະຫລອດໄລຍະ 3 ມື້ຜ່ານມາ ສໍາມະນາກອນໄດ້ຮຽນຮູ້ດ້ານທິດສະດີກ່ຽວກັບການເຈາະຈີ້ມເນື້ອໃນຂ່າວ, ການຂຽນຂ່າວ ຂຽນບົດທີ່ມີເນື້ອໃນ, ການຂຽນຂ່າວສານປະກອບສຽງຂຽນບົດປະກອບສຽງ, ການຂຽນຂ່າວທີ່ມີເນື້ອໃນຄົບຖ້ວມສັ້ນກະທັດຫັດວ່ອງໄວທັນເຫດການ, ການຫຍໍ້ເນື້ອໃນຂ່າວ ການພາດຫົວຂໍ້ຂ່າວເຕັກນິກການສໍາພາດ, ພາຍຫລັງສໍາມະນາກອນໄດ້ຮຽນຮູ້ພາກທິດສະດີແລ້ວ, ສໍາມະນາກອນຍັງໄດ້ລົງພາກປະຕິບັດຕົວຈິງ ໂດຍແບ່ງອອກເປັນ 4 ກຸ່ມ ເຊິ່ງແຕ່ລະກຸ່ມຈະຮັບຜິດຊອບແຕ່ລະຫົວຂໍ້ແຕກຕ່າງກັນເຊັ່ນ: ວຽກງານການສັນຈອນ, ການປູກຝັງ, ລ້ຽງສັດ ແລະ ວຽກງານການທ່ອງທ່ຽວ ໂດຍການລົງໄປສໍາພາດຕົວຈິງກັບພາກສ່ວນກ່ຽວຂ້ອງ ເຊິ່ງສາມາດຕີລາຄາດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງ ເປັນຕົ້ນ: ດ້ານດີ ສໍາມະນາກອນໄດ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າໃນການຮຽນຮູ້ກັບສິ່ງໃໝ່ຈາກວິທະຍາກອນ ແລະ ດ້ານອ່ອນຂໍ້ຄົງຄ້າງ ຍ້ອນໄລຍະເວລາມັນສັ້ນຈິ່ງເຮັດໃຫ້ການເກັບກໍາຂໍ້ມູນບໍ່ທັນໄດ້ດີ ແລະ ຄົບຖ້ວນ
ໃນໂອກາດນີ້ ທ່ານ ບົວໄລ ພານຸວົງ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ມີຄໍາເຫັນວ່າ: ຊຸດຝຶກອົບຮົມຄັ້ງນີ້ ສຸດທີ່ມີຄວາມສໍາຄັນຫລາຍສໍາລັບນັກຂ່າວ ໂຄສົກຈັດລາຍການ ເຊິ່ງເປັນຜູ້ເຜີຍແຜ່ຂໍ້ມູນຂ່າວສານໃຫ້ສັງຄົມໄດ້ຮັບຮູ້ ຢ່າງວ່ອງໄວ ແລະ ທັນການ, ຮັບປະກັນຄຸນນະພາບດ້ານເນື້ອໃນ ແລະ ມີຄວາມຖືກຕ້ອງທີ່ສຸດ ແນໃສ່ດຶງດູດຜູ້ບໍລິໂພກກໍ່ຄືຜູ້ຟັງໃຫ້ຫັນມາຮັບຟັງວິທະຍຸໃຫ້ຫລາຍຂຶ້ນ, ສະນັ້ນ ນັກຂ່າວ ໂຄສົກ ແລະ ຜູ້ຈັດລາຍການຈະຕ້ອງໄດ້ຮຽນຮູ້ປະສົບການອັນໃໝ່ ຫລື ສິ່ງໃໝ່ໆ ເພື່ອໃຫ້ທັນຍຸກທັນສະໄໝກໍ່ຄືສະພາບໃນປັດຈຸບັນ
ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ຍັງໄດ້ເນັ້ນໜັກໃຫ້ສໍາມະນາກອນທຸກຄົນເມື່ອຮຽນຮູ້ແລ້ວກໍ່ໃຫ້ພ້ອມກັນສືບຕໍ່ຮໍ່າຮຽນເລື້ອຍໆໄປ ເພື່ອຫາໂອກາດຍາດແຍ່ງເກັບກໍາເອົາປະສົບການຈາກຜູ້ມີປະສົບການ ເພື່ອນໍາເອົາຄວາມຮູ້ເຫລົ່ານັ້ນໄປໝູນໃຊ້ເຂົ້າໃນວຽກງານຂອງຕົນໃຫ້ໄດ້ປະລິມານ ແລະ ຄຸນນະພາບຫລາຍກວ່າເກົ່າ.







