ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດສຸມ​ໃສ່ວຽກ​ງານ​ຄົ້ນ​ຄວ້າຢ່າງ​ເຕັມ​ທີ່

Jun 3, 2025

ວັນ​ທີ 30 ພຶດ​ສະ​ພາ​ນີ້​ ແມ່ນ​ວັນພະ​ນັກ​ງານວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ​ຈີນ​ ຄົບ​ຮອບ 9 ປີ. ທ່ານ​ ສີຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູ​ນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ ໄດ້​ເອົາ​ໃຈ​ໃສ່​ຕໍ່​ພະ​ນັກ​ງານວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ມາໂດຍ​ຕະ​ຫຼອດ, ຖື​ພວກ​ເຂົາ​ເປັນ “​​ກຳ​ລັງ​ຫຼັກ​ແຫຼ່ງແຫ່ງ​ການ​ຊຸກ​ຍູ້​​ຂະ​ບວນ​ການ​ສ້າງ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ” ແລະເປັນ “ຜູ້​​ແບກຫາບ​ໜ້າ​ທີ່​ສຳ​ຄັນ​ຂອງ​ການ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ເຂັ້ມ​ແຂງ​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​​ໂນ​ໂລ​ຊີ”.
ໃນ​ໂອ​ກາດ​ພົບ​ປະ​ກັບ​ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ທ່ານ ສີ​ຈິ້ນ​ຜິງ ຊີ້​ແຈງ​ເລື້ອຍໆ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ບຸກ​ຄະ​ລາ​ກອນ​ວິ​ທະ​ຍາ​ສາດ​ເຕັກ​​ໂນ​ໂລ​ຊີ. ​ຕາມ​​ ທ່ານ​ ສີ​ຈິ້​ນ​ຜິງ ເຫັນ​ວ່າ, “ແຫຼ່ງ​ພື້ນ​ຖານ​ແຫ່ງ​ກຳ​ລັງປະ​ດິດ​ສ້າງດ້ານ​ວິ​ທະ​ຍາ​ສາດ​ເຕັກ​​ໂນ​ໂລ​ຊີ​ແຫ່ງ​ຊາດ​ແມ່ນ​ຢູ່​ນຳ​ຄົນ”, “ໝາກ​ຜົນ​ການ​ປະ​ດິດ​ສ້າງ​​ທຸກ​ຢ່າງ​ແລ້ວ​ແຕ່​ແມ່ນເປັນ​ຜູ້​ສ້າງ”, “​ຖ້າຢາກ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ຄືນ​ໃໝ່, ມີ​ບຸກ​ຄະ​ລາ​ກອນ​ຍິ່ງ​ຫຼາຍ​ຍິ່ງ​ດີ, ມີ​ຄວາມ​ສາ​ມາດ​ຍິ່ງ​ຫຼາຍ​ຍິ່ງ​ດີ”.
ເພື່ອ​ປຸກ​ລະ​ດົມ​ຄວາມ​ຫ້າວ​ຫັນ​ດ້ານການ​ປະ​ດິດ​ສ້າງຂອງ​ບຸກ​ຄະ​ລາ​ກອນ​ວິ​ທະ​ຍາ​ສາດ​ເຕັກ​​ໂນ​ໂລ​ຊີ, ທ່ານ​ ສີ​ຈິ້ນ​ຜິງ ໄດ້​​ຄົ້ນ​ຄິດ ແລະ ​ວາງ​ແຜນ​ດ້ວຍ​ຕົນ​ເອງ. “ເຮັດ​ໃຫ້​ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດສຸມ​ໃສ່​​ວຽກ​ງານຄົ້ນ​ຄວ້າ​ຢ່າງ​ເຕັມ​ທີ່” ເປັນ​ຈຸດສຳ​ຄັນ​ທີ່​ທ່ານ​ເນັ້ນ​ໜັກ​ຢູ່​ເລື້ອຍໆ. ທ່ານ​ຮຽກ​ຮ້ອງ​ໃຫ້​ຫຼຸດ​ຜ່ອນພາ​ລະ​ຂອງ​ບຸກ​ຄະ​ລາ​ກອນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຢ່າງ​ແທ້​ຈິງ: “​ເດັດ​ຂາດບໍ່ໃຫ້​ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຕ້ອງ​ທຸ້ມ​ເທ​ເວ​ລາ​ຈຳ​ນວນ​ຫຼວງ​ຫຼາຍ​ເຂົ້າ​ໃນ​ກິດ​ຈະ​ກຳ​ທີ່​ບໍ່​ມີ​ປະ​ໂຫຍດເຊັ່ນ​: ​ການ​ຮັບ​ຮອງ​ແຂກ, ແລະ​ເວ​ລາ​ໃນ​ກິດ​ຈະ​ກຳ​ການ​ປະ​ເມີນ ແລະ ຕີ​ລາ​ຄາແບບ​ບໍ່​ຈຳ​ເປັນ, ​ເສຍ​ເວ​ລາ​ໃນ​ກິດ​ຈະ​ກຳ​ຕ່າງໆ​ທີ່​ເປັນລັດ​ທິ​ຮູບ​ການ ແລະ ລັດ​ທິ​ອາດ​ຍາ​ສິດ!” ຄວາມ​ເວົ້າທີ່​ເຂັ້ມ​ແຂວງ​ດັ່ງ​ກ່າວ, ໄດ້​ລຶບ​ລ້າງສິ່ງ​ກີດ​ຂວາງ​​ບົນ​ສັ້ນ​ທາງ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂອງ​ພະ​ນັກ​ງານວິທະຍາສາດ​ເຕັກ​ໂນ​ໂລ​ຊີ.
​ການ​ຝາກ​ຄວາມ​ຫວັງ​ເປັນ​ຢ່າງ​ຍິ່ງ ແລະ ການ​ວາງ​ແຜນຢ່າງ​​ຕິດ​ແທດ​ຕົວ​ຈິງ​ຂອງ​ທ່ານ ສີ​ຈິ້ນ​ຜິງ, ແມ່ນ​ການ​ສະ​ໜັບ​ສະ​ໜູນ​ ແລະ ການ​ລະ​ດົມ​​ຈິດໃຈ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ສຳ​ລັບ​ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີທົ່ວ​ປະ​ເທດ​ຈີນ, ເຊິ່ງ​ຈະ​ກໍ່​ໃຫ້​ເກີດ​ມີ​ແຮງ​ຂັບ​ເຄື່ອນ​ດ້ານ​ການ​ປະ​ດິດ​ສ້າງ​ທີ່​ມີ​ຊີ​ວິດ​ຊີ​ວາ​ຍິ່ງ​ຂຶ້ນ.
May be an image of 8 people and suit