ນັກທ່ອງທ່ຽວສປ ຈີນ ອັນດັບ 1 ທີ່ເຂົ້າມາທ່ຽວຫຼວງພະບາງ ຫຼາຍທີ່ສຸດໃນໄລຍະ “ບຸນປີໃໝ່ລາວ”
ທ່ານ ວົງດາວອນ ວົງໄຊຍະລາດ ຮອງຫົວໜ໊າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ວິທະຍຸໂທລະພາບສູນກາງຈີນ(CMG)ປະຈໍາລາວວ່າໃນວັນທີ30ເມສານີ້ໃຫ້ຮູ້ວ່າ: ໄລຍະສົ່ງທ້າຍປີເກົ່າຕ້ອນ ຮັບປີໃໝ່ລາວ ພສ2567(10-19/4/2024)ແຂວງຫຼວງພະ ບາງ ໄດ້ຮັບນັກທອ່ງທ່ຽວທັງພາຍໃນແລະຕ່າງປະເທດລວມທັງໝົດ110,302 ຄົນ, ເປັນນັກທ່ອງທ່ຽວພາຍໃນປະເທດລາວ 68,766 ເທື່ອຄົນ, ຕ່າງປະເທດ 41,536 ເທື່ອຄົນ, ທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາແມ່ນນັກທ່ອງທ່ຽວເພີ່ມຂຶ້ນ 366,44%. ສະເລ່ຍລາຍຮັບຈາກນັກທ່ອງທ່ຽວລວມ 47 ລ້ານກວ່າໂດລາ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລາຍຮັບເພີ່ມຂື້ນ316,64%.

ສຳລັບນັກທ່ອງທ່ຽວທີ່ມາທ່ຽວຫຼວງພະບາງອັນດັບໜຶ່ງແມ່ນນັກທ່ອງທ່ຽວຈາກສປຈີນບັນລຸ 10,497 ເທື່ອຄົນ,ຮອງລົງມາແມ່ນສ.ເກົາຫຼີບັນລູ5ພັນກວ່າຄົນ,ອັນດັບສາມແມ່ນໄທ 4 ພັນກວ່າຄົນ. ນອກນັ້ນລວມມີນັກທ່ອງທ່ຽວຈາກຫວຽດນາມ, ຍີ່ປຸ່ນ, ອາເມຣິກາ, ຝຣັ່ງ,ເຢຍລະມັນ,ອັງກິດແລະການາດາຕາມລຳດັບ.
ຮອງຫົວໜ້າພະແນກ ຖວທ ຍັງໃຫ້ຮູ້ຕື່ມອີກວ່າ: ແຕ່ນີ້ຮອດທ້າຍປີ 2024 ເມືອງມໍລະດົກໂລກຫຼວງພະບາງຍັງມີຈັດກິດຈະກໍາບຸນຫໍ່ເຂົ້າປະດັບດິນ, ບຸນຊ່ວງເຮືອເດືອນ 9 ແລະ ບຸນໄຫຼເຮືອໄຟໃນເດືອນຕຸລາ.
ທີ່ມາ: CMG FM93





