ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນັກລົງທຶນ​ຕ່າງ​ປະ​ເທດ ​ຄົ້ນ​ພົບ​ເເງື່ອນໄຂການລົງທຶນໃໝ່ຢູ່ຈີນ​ໂດຍ​ຜ່ານ​ຂໍ້​ມູນ​ເສດ​ຖະ​ກິດ​ຈີນໃນ​ຕົ້ນ​ປີ​ນີ້

Mar 19, 2025

ນັກລົງທຶນ​ຕ່າງ​ປະ​ເທດ ​ຄົ້ນ​ພົບ​ເເງື່ອນໄຂການລົງທຶນໃໝ່ຢູ່ຈີນ​ໂດຍ​ຜ່ານ​ຂໍ້​ມູນ​ເສດ​ຖະ​ກິດ​ຈີນໃນ​ຕົ້ນ​ປີ​ນີ້
ຫຼັງ​ຈາກ​ລັດ​ຖະ​ບານ​ຈີນ​ ໄດ້ເຜີຍ​ແຜ່​ຂໍ້​ມູນ​ເສດ​ຖະ​ກິດສຳລັບ 2 ເດືອນ​ທຳ​ອິດຂອງ​ປີ​ນີ້ ໃນ​ວັນ​ທີ 17 ມີ​ນາ​ນີ້​, ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ ເຊັ່ນ: ໜັງ​ສື​ພິມ​ວໍ​ສະ​ຕ​ຣິດ​ ແລະ ສື່ຈາກສໍານັກອື່ນໆ ເຫັນ​ວ່າ, ໃນ​ຂົງ​ເຂດ​ການ​ບໍ​ລິ​ໂພກ, ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ ແລະ​ຂົງ​ເຂດ​ອື່ນໆ​ຂອງ​ຈີນ​ ໄດ້​ສະແດງໃຫ້ເຫັນ “​ຄວາມ​ເຂັ້ມ​ແຂງຢ່າງ​​ໜ້າ​ງຶດ​ງໍ້”.
ໃນ 2 ເດືອນ​ທຳ​ອິດຂອງ​ປີ​ນີ້, ຕົ​ວ​ຊີ້​ວັດ​ສຳ​ຄັນ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ​ສ່ວນຫຼາຍ​ມີ​ຈັງ​ຫວະ​ເພີ່ມຂຶ້ນ​ໄວ​ກວ່າ​ຕະ​ຫຼອດ​ປີ 2024. ເມື່ອ​ເບິ່ງ​ໂດຍ​ລວມ​ແລ້ວ​ເຫັນ​ວ່າ ຍັງຮັກສາໄດ້​ທ່າ​ອ່ຽງ​ທີ່ດີ​ຂຶ້ນ​ນັບແຕ່ໄຕມາດທີ 4 ຂອງປີ 2024 ເປັນ​ຕົ້ນ​ມາ ເຊິ່ງສາມາດ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ. ​ບົນ​ພື້ນ​ຖານ​ດັ່ງ​ກ່າວ, ເສດ​ຖະ​ກິດ​ຈີນ​ຍັງ​ໄດ້​ຂະ​ຫຍາຍ​ຕົວ​ໄປ​ໃນ​ທິດ​ທາງ​ໃໝ່​ທີ່​ດີຂຶ້ນ. ຂໍ້​ມູນ​ເສດ​ຖະ​ກິດໃນ 2 ເດືອນ​ທຳ​ອິດຂອງ​ປີ​ນີ້​ໄດ້​ບັນ​ລຸ​ຜົນ​ເປັນ​ຈິງ ​ພາຍ​ໃຕ້​ເງື່ອນໄຂທີ່ມີຜົນກະທົບຈາກທາງນອກໜັກ​ໜ່ວງ​ຂຶ້ນ ແລະ ຕົວ​ເລກ​ພື້ນ​ຖານ​ໃນ​ໄລ​ຍະ​ດຽວ​ກັນ​ຂອງປີກາຍອ່າວສູງ ຈຶ່ງ​ຖື​ວ່າເປັນເລື່ອງບໍ່ງ່າຍທີ່ຈະສາມາດຍາດຜົນງານພົ້ນເດັ່ນຄືແນວນີ້ມາໄດ້.
ຜົນ​ງານ​ດັ່ງ​ກ່າວ ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ພື້ນ​ຖານ​ອ່າວ​ດີ​ໃຫ້​ແກ່​ເສດ​ຖະ​ກິດ​ໃນ​ໄຕ​ມາດ​ທີ 1 ຂອງປີ​ນີ້​ ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ເປັນ​ການ​ເລີ່ມ​ຕົ້ນ​ທີ່​ດີ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ຕະຫຼອດ​ປີ.
ຍ້ອນ​ສະ​ພາບ​ແນວ​ນີ້, ຫວ່າງ​ມໍ່ໆ​ມາ​ນີ້, ສື່ມວນ​ຊົນ​ຕ່າງ​ປະ​ເທດ​ໄດ້ພາ​ກັນຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ເສດ​ຖະ​ກິດ​ຈີນ. ໜັງ​ສື​ພິມ Financial Times ຂອງ​ອັງ​ກິດລາຍ​ງານ​ວ່າ, ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ພວມ​ຮັບ​ຮູ້ກ່ຽວກັບ​ຈີນ​ຂຶ້ນຕື່ມ​ອີກ ແລະ ເຫັນ​ວ່າ​ຈີນ​ ສາ​ມາດ​ນຳ​ເອົາ “ການ​ປະ​ດິດ​ສ້າງ​ໃໝ່ ແລະ ໂອ​ກາດ” ອັນ​ໃຫຍ່ຫຼວງມາໃຫ້​​ຂົງ​ເຂດ​ພິ​ເສດ.
ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຕະຫຼາດ​ຈີນ ຍິ່ງ​ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ມີ​ຄວາມ​ໝັ້​ນ​ໃຈ​ຕໍ່ການ​ສືບ​ຕໍ່​ພັດ​ທະ​ນາ​ທຸ​ລະ​ກິດ​ໃນ​ໄລ​ຍະ​ຍາວ​ຢູ່​ຈີນ. ນັບ​ຕັ້ງແຕ່​ການ​ເຜີຍ​ແຜ່ “ແຜນ​ການ​ດຳ​ເນີນງານເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ທຶນ​ຕ່າງ​ປະ​ເທດ ປີ 2025” ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ, ຈົນຮອດກອງ​ປະ​ຊຸມ​ສອງ​ສະ​ພາ​ທົ່ວປະເທດຈີນທີ່ໄດ້​ສົ່ງ​ສັນ​ຍານຈະເປີດກວ້າງການເປີດປະຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ, ນັກລົງທຶນ​ຕ່າງ​ປະ​ເທດ​ມີ​ໂອ​ກາດດ້ານ​ການ​ຕະຫຼາດຫຼາຍ​ຂຶ້ນ, ມີ​ຮູບ​ແບບ​ການ​ລົງ​ທຶນ​ເພີ່ມ​ຂຶ້ນ, ການ​ດຳ​ເນີນ​ທຸ​ລະ​ກິດ​ກໍ​ສະ​ດວກ​ສະ​ບາຍຂຶ້ນກວ່າ​ເກົ່າ.
ທຄຽງ​ຄູ່​ກັບ​ນະ​ໂຍ​ບາຍ​ທີ່​ມີ​ຢູ່​ແລ້ວ ແລະ ນະ​ໂຍ​ບາຍ​ໃໝ່ທີ່ວາງອອກ ໄດ້​ເກີດ​ມີ​ປະ​ສິດ​ທິ​ຜົນ​ຢ່າງ​ຕໍ່​ເນື່ອງ, ເສດ​ຖະ​ກິດ​ຈີນ​ມີ​ເງື່ອນ​ໄຂ​ທີ່​ກ້າວ​ໜ້າ​ພາຍ​ໃຕ້​ຄວ​າມ​ໝັ້ນ​ທ່ຽງ ແລະ ສືບ​ຕໍ່​ກ້າວ​ໄປ​ໃນ​ທິດ​ທາງ​ໃໝ່. ໃນ​ຂະ​ບວນ​ການ​ນີ້, ວິ​ສາ​ຫະກິດຈາກຕ່າງປະເທດຈະຄົ້ນພົບ​ໂອ​ກາດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.
ທີ່ມາ: CMG