ນັກສຶກສາດີເດັ່ນຢູ່ມະຫາວິທະຍາໄລ ສຸພານຸວົງ, ແຂວງຫລວງພະບາງ ປະຈໍາສົກສຶກສາ 2024-2025 ຈຳນວນທັງໝົດ 19 ຄົນ, ຍິງ 10 ຄົນ, ໃນນີ້ມີນັກສຶກສາທຶນປີຜ່ານມາສຶບຕໍ່ຮັບທຶນ 14 ຄົນ ແລະນັກສຶກສາໄດ້ຮັບທຶນໃໝ່ 5 ຄົນ ໄດ້ຮັບທຶນການສຶກສາຈາກບໍລິສັດ ເບຍລາວ ຈໍາກັດ ເຊິ່ງປີນີ້ເປັນປີທີ 14 ຂອງຂອງບໍລິສັດດັ່ງກ່າວພາຍໃຕ້ “ໂຄງການ ເບຍລາວ ສານຝັນໃຫ້ນ້ອງ”.
ສໍາລັບທຶນການສຶກສາທີ່ນັກສຶກສາມະຫາວິທະຍາໄລ ສຸພານຸວົງ ໄດ້ຮັບຄັ້ງນີ້ ແມ່ນທຶນສະໜັບສະໜູນຄ່າຮຽນພາກຮຽນລະ 3.000.000 ກີບຕໍ່ຄົນຕໍ່ປີ, ທຶນສະ ໜັບສະໜູນປະຈຳເດືອນ 400.000 ກີບ ເວລາ 9 ເດືອນ ຕໍ່ປີຕໍ່ຄົນ, ສະເລ່ຍແລ້ວນັກສຶກສາຜູ້ໜຶ່ງ ຈະໄດ້ 6.600.000 ກີບ ຕໍ່ຄົນຕໍ່ປີ, ລວມມູນຄ່າທັງໝົດ 125.400.000 ກີບ.
ທ່ານ ສິດທິໄຊ ເກດຕະວົງ, ອຳນວຍການຝ່າຍຈັດກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ຈຳກັດ ໃຫ້ຮູ້ວ່າ: “ໂຄງການ ເບຍລາວ ສານຝັນໃຫ້ນ້ອງ” ໄດ້ດໍາເນີນມາແຕ່ປີ 2010 ແລະ ຍັງຄົງມຸ່ງໝັ້ນທີ່ຈະເປັນສ່ວນໜຶ່ງໃນການສົ່ງເສີມຄວາມຍືນຍົງ ແລະ ພັດທະນາການສຶກສາໃຫ້ກັບເຍົາວະຊົນ ແລະ ຊາວ ໜຸ່ມລາວຕໍ່ໄປໃນອະນາຄົດ.
ສຳລັບເງື່ອນໄຂນັກສຶກສາທີ່ໄດ້ຮັບທຶນແມ່ນ ເປີດໂອກາດໃຫ້ນັກສຶກສາທຸກຄົນໂດຍບໍ່ມີການຈຳແນກຖານະທາງສັງຄົມ, ເພດ, ຊົນເຜົ່າ, ສາດສະຫນາ, ລວມເຖີງບຸກຄົນທີ່ຂາດຄວາມສາມາດດ້ານຮ່າງກາຍ (ຄົນພິການ); ການຄັດເລືອກຕາມມາດ ຖານທີ່ກໍານົດໂດຍປະເມີນຜົນການຮຽນ, ຄຸນສົມບັດຈາກມະຫາວິທະຍາໄລ ແລະ ສຳ ພາດໂດຍຄະນະຮັບຜິດຊອບທຶນ; ນັກສຶກສາໄດ້ຮັບທຶນແລ້ວ ມີຜົນການຮຽນທີ່ດີ (GPA 2.8 ຂື້ນໄປ) ແລະ ຄຸນສົມບັດດີ ຈະໄດ້ຮັບທຶນຈົນຈົບການສຶກສາ; ຖ້ານັກສຶກ ສາທີ່ໄດ້ຮັບທຶນແລ້ວ ຫາກມີຄະແນນຕໍ່າກວ່າ GPA 2.8, ໂຈະການຮຽນ ຫລື ຍ້າຍສະຖາບັນຈະຖືກຕັດສິດການຮັບທຶນດັ່ງກ່າວ.
ສໍາລັບພິທີມອບ-ຮັບທຶນການສຶກສາໃຫ້ມະຫາວິທະຍາໄລ ສຸພານຸວົງ ໃນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 21 ມັງ ກອນ 2025 ທີ່ມະຫາວິທະຍາໄລ ສຸພານຸວົງ, ນະຄອນຫຼວງພະບາງ.






