ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນັກຮຽນຈົບ ມ7 ຈາກເມືອງອາດສະພອນ ໄປຮຽນຄູເກືອບ 18 ຄົນ ພາຍໃຕ້ສິດທິພິເສດ

Oct 31, 2024

ໂດຍປະຕິບັດຕາມແຈ້ງການຂອງທ່ານເຈົ້າແຂວງສະຫວັນນະ ເຂດ ວ່າດ້ວຍການຮັບ ເອົານັກຮຽນໄປສຶກສາຕໍ່ທີ່ມະຫາວິທະຍາ ໄລສະຫວັນນະເຂດ ແລະວິທະຍາໄລຄູສະຫວັນນະເຂດ ປະຈໍາສົກ2024-2025 ເຊິ່ງເມືອງອາດສະພອນ ມີນັກຮຽນທີ່ຮຽນຈົບ ຊັ້ນ ມ7 ສະໝັກໃຈໄປຮຽນຕໍ່ຄູຈຳນວນ 18 ຄົນ, ຍິງ 12 ຄົນ ຊຶ່ງແຍກຕາມສາຂາວິຊາຮຽນ ດັ່ງນີ້: ຄູໄອທີ 7 ຄົນ, ຄູອະນຸ ບານ 4 ຄົນ, ຄູພາສາອັງກິດ 1 ຄົນ ແລະ ຄູພູມສາດ 2 ຄົນ. ນ້ອງນັກຮຽນຈຳນວນດັ່ງກ່າວ ຈະໄດ້ສິດທິພິເສດ ຄື: ຈະໄດ້ເງິນອູດໜູນອັດຕາເບ້ຍ ລ້ຽງ 9 ແສນກີບຕໍ່ຄົນຕໍ່ເດືອນ, ຍົກເວັ້ນຄ່າທຳນຽມ, ຄ່ານ້ຳ, ຄ່າໄຟຟ້າ, ຄ່າອະນາໄມ ແລະ ຄ່າຫໍພັກ.
ໃນຕອນເຊົ້າວັນທີ 24 ຕຸລາ 2024 ທີ່ສະໂມສອນ ຫ້ອງການ ສຶກສາທິການ ແລະ ກິລາເມືອງອາດສະພອນ ໄດ້ຈັດພິທີຮັບ-ສົ່ງນັກຮຽນທີ່ຈົບຊັ້ນມັດທະຍົມສຶກຊັ້ນ ມ7 ຈຳນວນ 18 ຄົນ ເພື່ອໄປຮຽນວິ ຊາຊີບຄູຢູ່ມະຫາວິທະຍາໄລ ສະຫວັນນະເຂດ ແລະວິທະຍາ ໄລຄູສະຫວັນນະເຂດ ໂດຍການ ເຂົ້າຮ່ວມຂອງທ່ານ ບຸນລັດ ລໍບານເຢັນ ວ່າການເຈົ້າເມືອງອາດສະພອນ.
ທີ່ມາ: ຂ່າວ ສະຫວັນນະເຂດ