ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນັກໂທດ​ ຈຳນວນ 196 ຄົນ​ ຢູ່ແຂວງຈໍາປາສັກ ໄດ້ຮັບການອະໄພຍະໂທດ ແລະ​ ຜ່ອນໂທດ

Dec 24, 2024

ວັນທີ​ 24 ມັງກອນ​ 2024,​ ຄະນະກໍາມະການອະໄພຍະໂທດແຂວງຈໍາປາສັກ​ ຮ່ວມກັບອົງການໄອຍະການປະຊາຊົນແຂວງ​ ແລະ​ ຄ້າຍຄຸມຂັງ​ – ດັດສ້າງ​ ປກສ​ ແຂວງ​ ໄດ້ຈັດພິທີປະກາດອະໄພຍະໂທດ​ – ຫຼຸດຜ່ອນໂທດ​ ແລະ​ ປ່ອຍຕົວນັກໂທດ​ ປະຈໍາປີ​ 2024 ເນື່ອງໃນໂອກາດວັນຊາດທີ​ 2 ທັນວາ​ ປີ​ 2024 ຄົບຮອບ​ 49 ປີ.​ ພິທີຈັດຂຶ້ນ​ ຢູ່ທີ່ຄ້າຍຄຸມຂັງດັດສ້າງແຂວງຈຳປາສັກ ໂດຍການເປັນປະທານ​ ຂອງ​ ທ່ານ ໂສມ​ ບຸດຕະກຸນ​ ຄະນະປະຈໍາ​ພັກ​ແຂວງ​ ຮອງ​ເຈົ້າແຂວງ​ຈໍາປາສັກ​ ປະທານ​ຄະນະກຳມະການອະໄພຍະໂທດລະດັບແຂວງ ພ້ອມດ້ວຍຄະນະກໍາມະການອະໄພຍະໂທດລະດັບແຂວງ, ການນໍາອົງການໄອຍະການປະຊາຊົນແຂວງ, ການນໍາ​ ປກຊ​ – ປກສ​ ແຂວງ,​ ສານປະຊາຊົນແຂວງ, ພະແນກຍຸຕິທໍາແຂວງ,​ ການນໍາຄ້າຍຄຸມຂັງ -​ ດັດສ້າງ ແຂວງ,​ ຂະແໜງການທີ່ກ່ຽວຂ້ອງ​ ຕະຫຼອດຮອດ​ກອງເລຂາ, ເຈົ້າໜ້າທີ່,​ ນັກໂທດທີ່ໄດ້ຮັບການອະໄພຍະໂທດ​ ​- ຫຼຸດຜ່ອນໂທດ​ ແລະ​ ຍາດພີ່ນ້ອງ​ ເຂົ້າຮ່ວມ.​
ໃນພິທີ​ ໄດ້​ຜ່ານ​ບົດສະຫຼຸບຫຍໍ້ການເຄື່ອນໄຫວກະກຽມຈັດຕັ້ງປະຕິບັດວຽກງານອະໄພຍະໂທດ​ ຂອງຄະນະກໍາມະການອະໄພຍະໂທດແຂວງ,​ ໃນປີ​ 2024 ໄດ້ນໍາສະເໜີຕໍ່ຄະນະກໍາມະການອະໄພຍະໂທດ​ ລະດັບຊາດ ໃນການໃຫ້ອະໄພຍະໂທດ -​ ຫຼຸດຜ່ອນໂທດ ແກ່ນັກໂທດຜູ້ທີ່ປະຕິບັດໂຕດີໃນການດັດສ້າງຕົນ​ເອງ.​
ໃນນັ້ນ ຈຳນວນນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດ ຫຼຸດຜ່ອນໂທດ ທັງໝົດ​ ມີ​ 196 ຄົນ, ຍິງ 14 ຄົນ, ນັກໂທດຂໍ້ຫາຢາເສບຕິດ ມີ 195 ຄົນ, ຍິງ 14 ຄົນ, ແລະ ຂໍ້ຫາທົ່ວໄປ ມີ 1 ຄົນ.​ ນອກນີ້​ ຍັງໄດ້ສະເໜີໃຫ້ອະໄພຍະໂທດ ປ່ອຍຕົວນັກໂທດ​ຢາເສບຕິດ ຈຳນວນ 64 ຄົນ, ຍິງ 3 ຄົນ,​ ຍ້າຍຈາກບັນຊີປ່ອຍຕົວ ມາໃສ່ບັນຊີຜ່ອນໂທດ 1 ຄົນ.
ໃນພິທີ​ ຍັງ​ໄດ້ຜ່ານລັດຖະບັນຍັດ ຂອງປະທານປະເທດ ເລກ ທີ 248/ປປທ, ລົງວັນທີ 26 ພະຈິກ 2024 ວ່າດ້ວຍການໃຫ້ອະໄພຍະໂທດແກ່ນັກໂທດທີ່ປະຕິບັດໂຕດີ ໃນຂອບເຂດທົ່ວປະເທດ​ ໃນໂອກາດ​ວັນຊາດທີ​ 2​ ທັນວາ​ 2024 ຄົບຮອບ​ 49.​
ຕໍ່ມາກໍໄດ້ຜ່ານບັນຊີລາຍຊື່ນັກໂທດ​ ທີ່ໄດ້ຮັບການໃຫ້ອະໄພຍະໂທດ -​ ຫຼຸດຜ່ອນໂທດ ແລະ​ ປ່ອຍຕົວ.​
ການອະໄພ​ຍະ​ໂທດ​ -​ ຫຼຸດຜ່ອນໂທດ​ ແລະ​ ປ່ອຍຕົວແກ່ນັກໂທດ​ຄັ້ງນີ້​ ແມ່ນເພື່ອປະຕິບັດຕາມແນວທາງນະໂຍບາຍດ້ານມະນຸດສະທຳຂອງພັກ ທີ່ມີຕໍ່ນັກໂທດຜູ້ທີ່ປະຕິບັດໂຕດີໃນການດັດສ້າງຕົນເອງ.
ພ້ອມນີ້​ ທ່ານ ໂສມ​ ບຸດຕະກຸນ​ ຄະນະປະຈໍາ​ພັກ​ແຂວງ​ ຮອງ​ເຈົ້າແຂວງ​ຈໍາປາສັກ​ ປະທານ​ຄະນະກຳມະການອະໄພຍະໂທດລະດັບແຂວງ ກໍໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກໂທດຜູ້ໄດ້ຮັບການອະໄພຍະໂທດ​ – ຫຼຸດຜ່ອນໂທດ​ ແລະ​ ຕອນທ້າຍພິທີ ທ່ານ​ ຍັງໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ນັກໂທດ ຕື່ມອີກ.
ຂ່າວ:ບຸນນົງ ແກ້ວມີ່ງຂວັນ