ໃນໂອກາດລາຍງານຕໍ່ກອງປະຊຸມລາຍງານຜົນກະທົບຕໍ່ສະພາບໄພນໍ້າຖ້ວມ ແລະ ແຜນການຟື້ນຟູຊ່ວຍເຫຼືອຢູ່ບັນດາແຂວງ ແລະ ບາງແຜນຈຸດສຸມໃນຕໍ່ໜ້າ ຈັດຂຶ້ນທີ່ສໍານັກງານນາຍົກລັດຖະມົນຕີໃນວັນທີ 16 ກັນຍາ 2024 ນີ້. ທ່ານ ນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ ຜູ້ປະຈໍາການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໃຫ້ຮູ້ວ່າ: ນັບແຕ່ວັນທີ 18 ກໍລະກົດ 2024 ຮອດປັດຈຸບັນ, ສປປ ລາວ ໄດ້ຮັບຜົນກະທົບ ແລະ ຜົນເສຍຫາຍຈາກພາຍຸດີເປຣຊັນ (Depression), ພາຍຸໝູນເຂດຮ້ອນ ພຣະພິຣູນ (Prapiroon) ແລະ ລົມພາຍຸໄຕ້ຝຸ່ນ ຢາກິ (YAKI), ຕາມການເກັບກຳຂໍ້ມູນ ແລະ ປະເມີນເບື້ອງຕົ້ນ ມີທັງໝົດ 15 ແຂວງ, ກວມເອົາ 100 ເມືອງ, 1,144 ບ້ານ, 45,661 ຄອບຄົວ, ຈໍານວນພົນ 176 ພັນກວ່າຄົນ, ຍິງ 75,054 ຄົນ, ເສຍຊີວິດ 05 ຄົນ ແລະ ສູນຫາຍ 01 ຄົນ, ຄອບຄົວຖືກຍົກຍ້າຍຊົ່ວຄາວ 182 ຄອບຄົວ, ເຮືອນເປ່ເພ 169 ຫຼັງ, ເນື້້ອທີ່ທໍາການຜະລິດເສຍຫາຍ 13 ພັນກວ່າເຮັກຕາ, ເສັ້ນທາງ 262 ເສັ້ນ, ຂົວ 12 ແຫ່ງ, ຊົນລະປະທານ 87 ແຫ່ງ, ສຸກສາລາ 05 ແຫ່ງ, ນໍ້າລິນ 30 ແຫ່ງ, ໜອງປາ 334 ໜອງ, ສັດໃຫຍ່ ແລະ ສັດປີກ ລວມຈໍານວນ 13 ພັນກວ່າໂຕ.
ປັດຈຸບັນ ພາກສ່ວນກ່ຽວຂ້ອງຍັງສືບຕໍ່ເກັບຂໍ້ມູນຄວາມເສຍຫາຍໃຫ້ລະອຽດ ເພື່ອເປັນຂໍ້ມູນໃນການກຳນົດແຜນຊ່ວຍເຫຼືອ ແລະ ຟື້ນຟູ, ໃນນີ້ ສະເພາະຜົນກະທົບຈາກພາຍຸ ຢາກິ (YAKI) ມາຮອດປະຈຸບັນມີທັງໝົດ 8 ແຂວງ ເຊິ່ງແຂວງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ແມ່ນແຂວງຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ.






