ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນັບແຕ່ນີ້ຮອດປີ 2030 ຂະແໜງການຊັບພະຍາກອນມະນຸດຂອງລາວ ຈະໄດ້ຮັບການກໍ່ສ້າງ ແລະ ພັດທະນາ

Jan 14, 2026

ນັບແຕ່ນີ້ຮອດປີ 2030 ຂະແໜງການຊັບພະຍາກອນມະນຸດຂອງລາວ ຈະໄດ້ຮັບການກໍ່ສ້າງ ແລະ ພັດທະນາ, ໃຫ້ສາມາດຕອບສະໜອງແກ່ການສ້າງສາປະເທດໃນເງື່ອນໄຂໃໝ່, ສ້າງໃຫ້ຖັນແຖວນັກຮຽນຮູ້-ປັນຍາຊົນ ປະກອບສ່ວນເຂົ້າໃນການຄົ້ນຄວ້າ, ການປະດິດສ້າງໃໝ່ໃຫ້ແກ່ປະເທດຊາດນັບມື້ຫຼາຍ ແລະ ໂດດເດັ່ນຂຶ້ນ.
ໃນໂອກາດປະກອບຄໍາເຫັນພາຍໃຕ້ຫົວຂໍ້: “ການພັດທະນາຊັບພະຍາກອນມະນຸດ ເພື່ອຕອບສະໜອງການພັດທະນາປະເທດຊາດ ໃນໄລຍະໃໝ່” ຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອບໍ່ດົນມານີ້ ທ່ານ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 70 ປີຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ໄດ້ວາງນະໂຍບາຍ, ກຳນົດທິດທາງ ແລະ ມາດຕະການ ໃນການພັດທະນາຊັບພະຍາກອນມະນຸດ ຢ່າງຊັດເຈນ ໂດຍເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດປະຕິວັດ ໃນແຕ່ລະໄລຍະ. ໃນຊຸມປີຕໍ່ໜ້າ, ພັກເຮົາໄດ້ວາງທິດທາງອອກຢ່າງຈະແຈ້ງ ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ໃນໂຄງການການເມືອງ ສະບັບທີ III ຂອງພັກ ຢ່າງຈະແຈ້ງວ່າ: ຕ້ອງສືບຕໍ່ປະຕິບັດທິດນໍາເອົາການພັດທະນາວຽກງານສຶກສາໄປກ່ອນກ້າວໜຶ່ງ, ເອົາການພັດທະນາວິທະຍາສາດເຕັກໂນໂລຊີ ເປັນຂໍກຸນແຈສຳຄັສ ເຮັດໃຫ້ການສຶກສານັບມື້ນັບມີຄຸນນະພາບສູງຂຶ້ນ ແລະ ທັນສະໄໝ; ສືບຕໍ່ລົງທຶນຢ່າງເໝາະສົມ ເຂົ້າໃນການສ້າງພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ວຽກງານການສຶກສາໃຫ້ຄົບຊຸດ, ໄດ້ມາດຕະຖານ ແລະ ທັນສະໄໝ ໂດຍການລົງທຶນຂອງລັດ ແລະ ສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມເຂົ້າໃນການພັດທະນາການສຶກສາ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ.
ທ່ານ ນາງ ດາລາວອນ ກິດຕິພັນ ຍົກໃຫ້ເຫັນຕື່ມວ່າ: ເພື່ອຫັນເອົາແນວທາງການເມືອງຂອງພັກ ໃຫ້ເຂົ້າສູ່ຊີວິດຕົວຈິງນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈະຕັ້ງໜ້າປະສານສົມທົບກັບພາກສ່ວນຕ່າງໆໃນທົ່ວສັງຄົມ ທັງພາກລັດ ແລະ ເອກະຊົນ, ທັງຜູ້ອອກແຮງງານດ້ວຍມັນສະໜອງ ແລະ ຜູ້ອອກແຮງງານດ້ວຍກຳລັງກາຍ ສືບຕໍ່ວາງຍຸດທະສາດພັດທະນາຊັບພະຍາກອນມະນຸດ ຢ່າງເປັນລະບົບ, ມີຄຸນນະພາບ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນຫຼາຍຂຶ້ນ, ສົມທົບແໜ້ນການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃຫ້ທັນກັບຍຸກສະໄໝ, ຕິດພັນກັບຕະຫຼາດ ແລະ ທ່າແຮງບົ່ມຊ້ອນຂອງການພັດທະນາປະເທດຊາດໃນໄລຍະໃໝ່, ສືບຕໍ່ປັບປຸງ ແລະ ພັດທະນາຫຼັກສູດການສຶກສາສາມັນ ໂດຍຫັນຈາກລະບົບ 5+4+3 ເປັນລະບົບ 6+3+3 ໃຫ້ເປັນຮູບປະທໍາ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໂດຍສຸ່ມໃສ່ການພັດທະນາຫຼັກສູດ, ພັດທະນາຄູ ແລະ ພັດທະນາພື້ນຖານໂຄງລ່າງການສຶກສາຢ່າງເປັນລະບົບ, ມີຈຸດສຸມ ແລະ ໄດ້ມາດຕະຖານພາກພື້ນ, ສາກົນ ນັບທັງເຂດຊົນບົດຫ່າງໄກສອກຫຼີກ ໃຫ້ມີການຫັນປ່ຽນດີຂຶ້ນ. ຫຼັກສູດໃໝ່ນີ້ ຕ້ອງຍຶດໝັ້ນປະຫັວດສາດ, ຮີດຄອງປະເພນີ, ມູນເຊື້ອອັນດີງາມຂອງຊາດ, ເຊື່ອມໂຍງກັບພາກພື້ນ ແລະສາກົນ ຢ່າງມີການເລືອກເຟັ້ນ ເອົາສິ່ງຍອດຍິ່ງຂອງຍຸກສະໄໝ ເພື່ອປະກອບສ່ວນພັດທະນາປະເທດຊາດ ຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ, ສົ່ງເສີມວຽກງານຄົ້ນຄວ້າວິທະຍາສາດ ການນໍາໃຊ້ນະວັດຕະກຳໃໝ່ AI ໃຫ້ແຜ່ຫຼາຍໃນທົ່ວສັງຄົມ ໂດຍຖືເອົາການຄົ້ນຄວ້າວິທະຍາສາດ ຕິດພັນກັບການສ້າງເປັນຜະລິດຕະພັນ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຂອງລາວ ໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງ, ພັດທະນາວຽກງານກິລາ ໃຫ້ເປັນຂອງທົ່ວປວງຊົນລາວ, ປຸກລະດົມຂະບວນການກິລາຂອງມວນຊົນ ແລະ ກິລາ ທີ່ເປັນທ່າແຮງຂອງຊາດໃຫ້ຟົດຟື້ນ ເພື່ອສ້າງນັກກິລາລາວ ໃຫ້ໄດ້ຮັບການຍອມຮັບຈາກພາກພື້ນ ແລະ ສາກົນ ນັບມື້ໂດດເດັ່ນ ແລະ ກວ້າງຂວາງ.