ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນັບແຕ່ອາດີດຈົນເຖິງປະຈຸບັນ ຍາມໃດກໍາລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງລາວ ແລະຫວຽດນາມໄດ້ຄຽງບ່າຄຽງໄຫລ່ປົກປັກຮັກສາເຂດນໍ້າແດນດິນຮ່ວມກັນ ເຮັດໃຫ້ຊາຍແດນຂອງສອງປະເທດມີຄວາມສະຫງົບສຸກ, ປະຊາຊົນເຜົ່າຕ່າງໆທໍາມາຫາກິນລ້ຽງຊີວິດດ້ວຍຄວາມເບີກບານ.
ຮ້ອຍເອກສີສຸພັນ ໄຊຍະແສງ ຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 253 ແຂວງບໍລິຄໍາໄຊ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ແລະນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ຫລື VOV ໂອກາດຈັດກິດຈະກໍາສໍາພາດຂ່າວຮ່ວມ ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ປີ2022 ວ່າ: ການຮ່ວມມືຂອງສອງຝ່າຍ ລະຫວ່າງທະຫານຊາຍແດນລາວ ຫວຽດນາມ ແມ່ນອີງໃສ່ສົນທິສັນຍາມິດຕະພາບ ລະຫວ່າງສອງປະເທດ ທີ່ເຊັນກັນໃນວັນທີ 18 ກໍລະກົດ 1977 ແລະອີງໃສ່ອານຸສັນຍາວ່າດ້ວຍ້ສັ້ນຊາຍແດນ ແລະຫລັກໝາຍ ສະບັບວັນທີ 16 ມິນາ 2016 ວ່າດ້ວຍການຮ່ວມມືຮອບດ້ານ ລາວ ຫວຽດນາມ ທີ່ນັບມື້ນັບທະວີສູງຂຶ້ນ ບົນຫລັກການເຄົາລົບຄວາມເປັນເອກະລາດ ອໍານາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ ຂອງກັນແລະກັນ ໃຫ້ເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະມີສະເຖຍລະພາບທາງດ້ານການເມືອງ, ກອງຮ້ອຍທະຫານຊາຍແດນ 253 ແຂວງບໍລິຄໍາໄຊ ໄດ້ປະສານສົມທົບກັບກອງຮ້ອຍທະຫານຊາຍແດນ 563 ນໍ້າໂຊດ ແຂວງຮ່າຕິ່ງ ສສ ຫວຽດນາມ ໃນການເຮັດວຽກກວດກາຫລັກໝາຍ ເຄື່ອນໄຫວຕາມຂອບເຂດຄວາມຮັບຜິດຊອບຂອງສອງກົມກອງ .
ສ່ວນການປ້ອງກັນຄວາມສະຫງົບໃນຂອບເຂດກົມກອງຂອງຕົນ ຮ້ອຍເອກສີສຸພັນ ໄຊຍະແສງ ຫົວໜ້າການທະຫານກອງຮ້ອຍ ທະຫານຊາຍແດນ 253 ໃຫ້ຮູ້ວ່າ: ກອງຮ້ອຍ 253 ໄດ້ເພີ່ມທະວີການພົວພັນຮ່ວມມື ກັບກອງຮ້ອຍ 563 ເຊິ່ງເປັນກອງແຮກສ່ຽວ ຮ່ວມກັນກວດກາ, ສະກັດກັ້ນປະກົດການຫຍໍ້ທໍ້ຕາມຊາຍແດນເປັນປົກກະຕິ.
ດ້ານຄວາມສາມັກຄີ ເຊິ່ງແມ່ມູນເຊື້ອອັນດີງາມທີ່ບໍ່ສາມາດຕັດແຍກກກັນໄດ້ ໂດຍກອງຮ້ອຍ253 ໄດ້ຍົກສູງຄວາມສາມັກຄີ ແລກປ່ຽນສະພາບຮ່ວມ, ຊ້ອມຮົບຮ່ວມ, ເຄື່ອນໄຫວກວດກາຫລັກໝາຍຮ່ວມ, ລາດຕະເວນໃນຂອບເຂດກອງຮ້ອຍຮັບຜິດຊອບເປັນປະຈໍາ, ແຂ່ງຂັນກິລາ, ສິລະປະວັນນະຄະດີ, ຮ່ວມກັນອວຍພອນວັນສໍາຄັນຂອງສອງຊາດ, ນອກຈາກນັ້ນກອງຮ້ອຍ 563 ຂອງແຂວງຮ່າຕິ່ງ ຍັງໄດ້ຊ່ວຍເຫລືອວັດຖຸອຸປະກອນກໍ່ສ້າງອາຄານ, ອຸປະກອນຕ້ານພະຍາດໂຄວິດ19 ໃຫ້ກອງຮ້ອຍທະຫານຊາຍແດນ ແຂວງບໍລິຄໍາໄຊຕື່ມອີກ.
ຮ້ອຍເອກສີສຸພັນ ໄຊຍະແສງໃຫ້ຮູ້ຕື່ມວ່າ: ອີງໃສ່ຈຸດພິເສດທີ່ຕັ້ງຂອງກົມກອງ ພາຍໃນກອງຮ້ອຍໄດ້ມີຂໍ້ສະດວກຫລາຍດ້ານໃນການປະຕິບັດໜ້າທີ່ຂອງຕົນ ເປັນຕົ້ນ: ມີຂັ້ນເທິງຊີ້ນໍາຢ່າງໃກ້ຊິດ, ຝ່າຍທະຫານຊາຍແດນຫວຽດນາມກໍໃຫ້ການຮ່ວມມື ແລະອໍານວຍຄວາມສະດວກເປັນຢ່າງດີ ແຕ່ພ້ອມກັນນັ້ນກໍຍັງມີຄວາມຫຍຸ້ງຍາກຈໍານວນໜຶ່ງ ຄືການກວດກາຫລັກໝາຍ ອີງໃສ່ພູມີປະເທດ ທີ່ທຸລະກັນດານແລະຫ່າງໄກ ບາງຫລັກໝາຍຕ້ອງໄດ້ຍ່າງ 3 ຫາ 4ວັນ, ພ້ອມກັນນັ້ນກໍມີປະຊາຊົນຈໍານວນໜຶ່ງຍັງລັກລອບຂ້າມຊາຍແດນແບບບໍ່ຖືກຕ້ອງຕາມກົດໝາຍ ແຕ່ກໍໄດ້ປະສານກັບເຈົ້າໜ້າທີ່ດ່ານຊາຍແດນ ສາມາດສະກັດກັ້ນໄດ້ ເຊິ່ງໃນຕໍ່ໜ້າຍັງຈະຖອດຖອນບົດຮຽນ ແລະປັບປຸງວິທີເຮັດວຽກຮ່ວມກັນ ໃຫ້ດີຂຶ້ນເທື່ອລະກ້າວ.
ໂດຍ: ຄໍາກອງ