ການແຂ່ງຂັນຮອບຊິງຊະນະເລີດ “ຄົນຈີນຮ້ອງເພງລາວ” ໄດ້ຈັດຂຶ້ນໃນວັນທີ 31 ຕຸລາຜ່ານມາ ທີ່ ສູນວັດທະນະທໍາຈີນປະຈໍາ ສປປ ລາວ ໂດຍມີທ່ານ ຕູ້ສາງຊິ່ງ ຫົວໜ້າພະແນກການເມືອງສະຖານທູດຈີນ ປະຈໍາ ສປປ ລາວ, ທ່ານນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນປະຈໍາ ສປປ ລາວ ເຂົ້າຮ່ວມ.
ນີ້ແມ່ນງານແຂ່ງຂັນ “ຄົນຈີນຮ້ອງເພງລາວ”ຄັ້ງທໍາອິດທີ່ສູນວັດທະນະທໍາຈີນ ປະຈໍາ ສປປ ລາວຈັດຂື້ນ, ຊຶ່ງເປັນກິດຈະກໍາທີ່ສຳຄັນ ແລະ ມີຄວາມໝາຍທາງດ້ານວັດທະນະທໍາ-ສັງຄົມ, ການສ້າງສາຍພົວພັນມິດຕະພາບລະຫວ່າງລາວ-ຈີນ ເຮັດໃຫ້ສາມາດຮຽນຮູ້ ແລະ ເຂົ້າໃຈວັດທະນະທໍາເຊິ່ງກັນ ແລະ ກັນໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ, ການແຂ່ງຂັນຄັ້ງນີ້, ມີຜູ້ເຂົ້າຮ່ວມທັງໝົດ 12 ຄົນ, ໃນຮອບຊິງຊະນະເລີດໄດ້ຄັດເລືອກເອົາຜູ້ທີ່ຮ້ອງເພງດ້ວຍມາດຕະຖານການອອກສຽງຂອງພາສາລາວ ແລະ ທັກສະການຮ້ອງເພງຄັ້ງນີ້.
ຜູ້ຊະນະເລີດອັນດັບ 1 ນາງ ຈ່າງສິ່ນຕ່ານ ບົດເພງທີ່ນຳມາຮ້ອງແມ່ນຊື່ເພງແດນແຫ່ງອິດສະຫຼະໄດ້ຮັບໄອແພັດສຽວມີ້ (Xiaomi Pad 6) ພ້ອມໃບກຽດ ຕິຄຸນ; ທີ 2 ນາງ ເຈິ່ງ ຊິນຢີ ໃນບົດເພງຈໍາປາເມືອງລາວ ໄດ້ຮັບໂທລະສັບມືຖື ພ້ອມໃບກຽດຕິຄຸນ ແລະ ທີ 3 ທ້າວ ເສິນຫຼີນ ໃນບົດເພງ ໃສວ່າຊັງເຂົາ ໄດ້ຮັບໂມງອັດສະລິຍະ ແລະ ໃບກຽດຕິຄຸນ ພ້ອມນີ້ ກໍມີລາງວັນດີເດັ່ນ 5 ລາງວັນ ແລະ ລາງວັນຊົມເຊີຍອີກ 4 ລາງວັນ.
ທີ່ມາ: CMG FM93






