ແຂວງບໍ່ແກ້ວ ຮ່ວມກັບ ກຸ່ມບໍລິສັດດອກງິ້ວຄຳ ເຂດເສດ ຖະກິດພິເສດສາມຫຼ່ຽມຄຳ ຈັດພິທີປະກວດ ນາງສາວດອກງິ້ວບານ ປະຈຳປີ 2024 ໃນວັນທີ 28 ມັງກອນ, ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດຮອງນາຍົກລັດຖະມົນຕີ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ,ແຂກຖືກເຊີນ ຕະຫຼອດຮອດປະຊາຊົນຊາວແຂວງບໍ່ແກ້ວເຂົ້າຮ່ວມ
ການປະກວດນາງສາວດອກງິ້ວບານ ຄັ້ງທີ 21 ປະຈໍາປີ 2024 ຍັງເປັນກິດຈະກໍາໜຶ່ງໃນງານເທດສະການດອກງິ້ວບານ. ຜູ້ໄດ້ຕຳແໜງຈະໄດ້ເປັນຕົວແທນໃນການເຜີຍແຜ່ວັດທະນະທຳ, ຮີດ ຄອງປະເພນີ, ວິຖີການດຳລົງຊີວິດ, ສະຖານທີທ່ອງທ່ຽວແຫ່ງຕ່າງໆພາຍໃນ ເມືອງຕົ້ນເຜິ້ງ ໂດຍສະເພາະ ເຂດເສດຖະກິດພິເສດສາມລ່ຽມຄຳ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫັນມາທ່ອງທ່ຽວພາຍໃນເມືອງຕົ້ນເຜິ້ງນັບມື້ນັບ ຫຼາຍຂື້ນ
ສຳລັບນາງສາວດອກງິ້ວບານ ປະຈຳປີ 2024 ໄດ້ແກ່ mk 4 ນາງ ວິສຸດາ ອຸ່ນແກ້ວ ຈາກເມືອງຕົ້ນເຜິ້ງ ໄດ້ຮັບເງີນສົດ 100 ລ້ານກີບ ພ້ອມດ້ວຍລົດຈັກ 1 ຄັນ, ຮອງອັນດັບໜື່ງໄດ້ແກ່ mk20 ນາງຈິນລະພອນ ວິໄລວັນ ຈາກເມືອງຕົ້ນເຜິ້້ງ ໄດ້ຮັບເງີນສົດ 70 ລ້ານກີບ, ຮອງອັນດັບ2 ໄດ້ແກ່ mk 14 ນາງ ຂັວນຕາ ຜົງສະຫັວດ ຈາກເມືອງປາກທາໄດ້ຮັບເງີນສົດ 50 ລ້ານກີບ ແລະຮອງອັນດັບສາມໄດ້ແກ່ mk 10 ນາງອາລິຍາວູ່ປັນໂຢ ຈາກເມືອງຫວ້ຍຊາຍໄດ້ຮັບເງີນສົດ 30 ລ້ານກີບ.
ຂຽນໂດຍ ດວງສະຫັວນ ຂັນທະວົງສາ








