ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຊາຍທອງ ປ່ອຍປາ ລົງສູ່ແຫຼ່ງນໍ້າທຳມະຊາດຫຼາຍແສນໂຕ

Jul 18, 2025

ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ສົມທົບກັບ ອົງການປົກຄອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັດພິທີປ່ອຍປາ ລົງສູ່ແຫຼງນໍ້າທໍາມະຊາດ ເນື່ອງໃນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ ຈັດຂຶ້ນວັນທີ 17 ກໍລະກົດ 2025 ທີ່ອ່າງນໍ້າຫຸມ ບ້ານ ອ່າງນໍ້າຫຸມ ເມືອງນາຊາຍທອງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ທ່ານ ສຸລິວັນ ພົມມະຫາໄຊ ເລຂາພັກເມືອງນາຊາຍທອງ ພ້ອມດ້ວຍທ່ານຮອງເຈົ້າເມືອງ ບັນດາຫ້ອງການອ້ອມຂ້າງ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ.
ທ່ານ ດານິນ ດາວັນ ຫົວຫນ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ກ່າວວ່າ: ເມືອງນາຊາຍທອງ ມີແຫຼ່ງນໍ້າທໍາມະຊາດທີ່ອຸດົມສົມບູນໄປດ້ວຍປາ ແລະ ສັດນໍ້ານາໆ ຊະນິດແຕ່ຍ້ອນສະພາບ ດິນຟ້າ ອາກາດ ມີການປ່ຽນແປງ ເຮັດໃຫ້ແຫຼ່ງນໍ້າທໍາມະຊາດເລົ່ານັ້ນເຫືອດແຫ້ງ ເຮັດໃຫ້ປະຊາກອນ ປາ ແລະ ສັດນໍ້າ ນັບມື້ຫຼຸດຫນ້ອຍຖອຍລົງເລື້ອຍໆ ຈຶ່ງໄດ້ເອົາໃຈໃສ່ ຊຸກຍູ້ການລ້ຽງ ການຂະຫຍາຍພັນປາ ແລະ ສັດນໍ້າ ໃຫ້ມີຄວາມຍືນຍົງ ພ້ອມທັງປຸກລະດົມປວງຊົນ ໃຫ້ມີສ່ວນຮ່ວມໃນການຄຸ້ມຄອງ ອະນຸລັກ ປົກປັກຮັກສາ ແນໃສ່ຮັບປະກັນການຕອບສະໜອງທາງດ້ານສະບຽງອາຫານ ໃຫ້ແກ່ປະຊາຊົນລາວ.
ສະເພາະປີ 2025 ທົ່ວເມືອງນາຊາຍທອງ ຈະປ່ອຍປາ ແລະ ສັດນໍ້າອື່ນໆ ໃຫ້ໄດ້ 350.000 ໂຕ ແລະ ປາທີ່ນຳມາປ່ອຍຢູ່ອ່າງເກັບນໍ້າ ນໍ້າຫຸມ ແມ່ນມີຈຳນວນ 150.000 ໂຕ ພາຍຫຼັງສໍາເລັດພິທີປ່ອຍປາໃນວັນນີ້ ທາງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ຈະໄດ້ສືບຕໍ່ປຸກລະດົມບ່ອນທີ່ມີເງື່ອນໄຂ ສືບຕໍ່ປ່ອຍປາລົງສູ່ ຫ້ວຍຮ່ອງຄອງບຶງ ອ່າງເກັບນໍ້າ ແລະ ບັນດາໜອງລ້ຽງປາ ຂອງພໍ່ແມ່ປະຊາຊົນ ເພື່ອເຮັດໃຫ້ພື້ນທີ່ແຫຼ່ງນໍ້າຢູ່ພາຍໃນ ເມືອງ ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນ ປາ ແລະ ສັດນໍ້າ ໃຫ້ມີຄວາມຫຼາກຫຼາຍ ທາງດ້ານຊີວະນາໆພັນ ແລະ ສັດນໍ້າໃຫ້ມີຄວາມສົມດູນ ໄປຄຽງຄູ່ກັບລະບົບນິເວດ ໃນການພັດທະນາການຄຸ້ມຄອງການຫາປາ.
May be an image of 9 people May be an image of 11 people and body of water
May be an image of 8 people May be an image of 16 people